20/08/2025
ສະບາຍດີ ຂໍອະນຸຍາດ ແຈ້ງການໃຫ້ບັນດາທ່ານຮັບຊາບ
----------------------------------------------
ຂໍອະນຸຍາດລົບກວນບັນດາທ່ານຊ່ວຍປະກອບຂໍ້ມູນໃສ່ແບບສອບຖາມໃນການສຳຫຼວດ ແລະ ປະເມີນຄວາມຕ້ອງການຂອງລະບົບປະຕູດຽວ ເພື່ອການບໍລິການສາທາລະນະທາງເອເລັກໂຕນິກ ຂອງ ສປປ ລາວ
.
.
ແບບສໍາຫຼວດນີ້ຖືກອອກແບບມາເພື່ອເກັບກໍາຂໍ້ມູນປະສົບການ, ຄວາມຄາດຫວັງ ແລະ ແນວຄວາມຄິດ ຂອງທ່ານ. ເຊິ່ງຈະເປັນການຊ່ວຍໃຫ້ພວກເຮົາລະບຸສິ່ງທີ່ຂາດຫາຍໄປ, ສິ່ງທີ່ຈຳເປັນຕ້ອງປັບປຸງ ແລະ ການບໍລິການໃດຄວນໄດ້ຮັບການຈັດລໍາດັບຄວາມສໍາຄັນ. ມັນຍັງຈະຊ່ວຍແນະນໍາ ໃຫ້ພວກເຮົາສ້າງປະຕູບໍລິການ (Portal) ໃຫ້ໃຊ້ງານງ່າຍ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບທຸກຄົນ.
.
.
ຖ້າບັນດາທ່ານ ມີຄຳຖາມ ຫຼື ຕ້ອງການລາຍລະອຽດຕ່າງໆ ສາມາດຕິດຕໍ່ສອບຖາມໄດ້ທີ່
1. ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ຜູ້ຊີ້ນຳວຽກງານ
ໂທ ຫຼື ວ໋ອດແອັບ 22224773
2. ທ່ານ ນ. ພຸດມາລີ ອິນຕາທິລາດ ຮອງຫົວໜ້າພະແນກ ຜູ້ຮັບຜິດຊອບ
ໂທ ຫຼື ວ໋ອດແອັບ 22233811
3. ທ່ານ ສົມປະສົງ ພິພັກຂະວົງ ວິຊາການ ຜູ້ຮັບຜິດຊອບ
ໂທ ຫຼື ວ໋ອດແອັບ 58449666
ລີ້ງແບບສອບຖາມ
https://forms.gle/W31FRJgrKwwGd7BY9
ຂໍຂອບໃຈ

