26/09/2025
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2025 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 4 ຕຶກ ຄະນະໂຄສະນາອົບຮົມສູນກາງພັກ, ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະຫັນເປັນດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ແລະ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມ ຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ຊື່ງມີຜູ້ຕາງໜ້າຂອງບັນດາຫ້ອງການ, ກົມ, ສະຖາບັນ, ຕາງໜ້າບັນດາອະນຸກຳມະການຫັນເປັນດິຈິຕອນ ຂອງທັງສອງພາກສ່ວນເຂົ້າຮ່ວມທັງໝົດ ຈຳນວນ 14 ທ່ານ, ຍິງ 04 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອສະຫຼຸບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນພາຍໃຕ້ຂອບການຮ່ວມມືໃນ MOU, ແລກປ່ຽນບົດຮຽນຜົນສໍາເລັດ, ຂໍ້ສະດວກຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຜນການຮ່ວມມືໃນຕໍ່ໜ້າ.
ໃນກອງປະຊຸມ, ຕາງໜ້າ ຄະນະຫັນເປັນດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຜົນສໍາເລັດໃນການສະໜອງອຸປະກອບຄອມພິວເຕີ 5ຊຸດ, ສະໜອງລະບົບບໍລິຫານລັດ ເຊັ່ນ e-Office, Email, G-Web, G-Chat, G-Share/G-Drive, ລະບົບກອງປະຊຸມທາງໄກ ແລະ ອື່ນໆ, ພ້ອມນັ້ນ ໄດ້ລາຍງານສະພາບການພັດທະນາການອອກແບບລະບົບພື້ນຖານໂຄງລ່າງ ແລະ ການຄຸ້ມຄອງລະບົບເຄືອຂ່າຍພາຍໃນ ຄອສພ, ວຽກງານການພັດທະນາລະບົບຫ້ອງສະໝຸດຂອງ ຄອສພ ຫັນເປັນທັນສະໄໝ, ສຳເລັດການຝຶກອົບຮົມບັນດາລະບົບບໍລິຫານພາກລັດ, ສຳເລັດການຈັດກອງປະຊຸມສຳມະນາຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ແລະ ກິດຈະກໍາອື່ນໆທີ່ປິ່ນອ້ອມພາຍໃຕ້ຂອບການຮ່ວມມືຂອງສອງພາກສ່ວນ.
ທັງສອງຝ່າຍໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ພ້ອມກັນຕີລາຄາຄືນບັນດາຜົນສຳເລັດຂອງໜ້າວຽກທີ່ໄດ້ດຳເນິນການຮ່ວມກັນ. ໃນນີ້ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄອສພ ໃນນາມເປັນຄູ່ຮ່ວມມືໃນການຈັດຕັ້ງປະຕິບັດຂອບການຮ່ວມມື MOU ກໍ່ໄດ້ ສະເໜີໃຫ້ກະຊວງ ຕສ ຊ່ວຍລົງເລິກບາງກິດຈະກຳເພື່ມຕື່ມດັ່ງນີ້: ຈັດຝຶກອົບຮົມບັນດາລະບົບບໍລິຫານລັດ, ຊ່ວຍປັບປຸງໂຄງສ້າງການຈໍລະຈອນເອກະສານເພື່ອຮັບປະກັນບັນດາສະຖິຕິຂໍ້ມູນຂອງວຽກງານໂຄສະນາອົບຮົມໃຫ້ສາມາດເຊື່ອມໂຍງກັນໄດ້ລະຫວ່າງສູນກາງ ລົງຮອດທ້ອງຖິ່ນ ຕາມເເຜນຄວາມຕ້ອງການຂອງ ຄອສພ, ສະເໜີ ກະຊວງ ຕສ ຊ່ວຍລົງຊຸກຍູ້ໃຫ້ຄໍາປືກສາດ້ານວິຊາການຕື່ມໃນການປັບປຸງຄຸ້ມຄອງລະບົບເຄືອຂ່າຍພາຍໃນ ຄອສພ, ປັບປຸງຫ້ອງສະໝຸດແບບດິຈິຕອນ ຂອງ ຄອສພ ແລະ ອື່ນໆ.
ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍ ຍັງໄດ້ປືກສາຫາລືເນັ້ນໃສ່ຂອບການຮ່ວມມືຕໍ່ໜ້າ ຄື: ຫັນວຽກງານຫ້ອງການຂອງ ຄອສພ ເປັນດິຈິຕອນ ໂດຍນຳໃຊ້ບັນດາລະບົບບໍລິຫານລັດຂອງກະຊວງ ຕສ ເຊັ່ນ ລະບົບ e-Office, Email, G-Chat, G-Share/G-Drive ແລະ ລະບົບອື່ນໆ. ອອກແບບ ແລະ ສ້າງລະບົບເຄືອຂ່າຍພາຍໃນຂອງ ຄອສພ, ຫັນວຽກຫ້ອງສະໝຸດ ຄອສພ ເປັນດີຈິຕອນ, ຈັດກອງປະຊຸມ, ຈັດຝຶກອົບຮົມ, ເຜີຍເເຜ່ເອກະສານ ແລະ ນໍາໃຊ້ລະບົບ AI ເຂົ້າມາມີສ່ວນຮ່ວມໃນການປະຕິບັດວຽກງານ. ທັງໝົດນັ້ນທັງສອງພາກສ່ວນຈະໄດ້ມີການແຕ່ງຕັ້ງຄະນະສະເພາະກິດເລັ່ງດ່ວນໃນການດຳເນິນການຮ່ວມກັນຕື່ມອິກ.
ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 12:00 ໂມງ ຂອງວັນດຽວກັນ.

