15/10/2025
ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີ 14 ຕຸລາ 2025 ທີ່ຜ່ານມານີ້ ສູນບໍລິຫານລັດດິຈິຕອນ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ລະບົບປັນຍາປະດິດລາວ (Lao AI) ຂຶ້ນທີ່ໂຮງແຮມ ລາດຊະວົງວັນດາວິສຕາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ ການຮ່ວມມື ລະຫວ່າງພາກລັດ ກໍ່ຄື ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ກຸ່ມບໍລິສັດ ອາໂລ ເຕັກໂນໂລຊີ ແລະ ບໍລິສັດ ສູນຂໍ້ມູນຂ່າວສານຈີນອາຊຽນ (CAIH). ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີການນໍາສະເໜີ ແລະ ລາຍງານຄວາມຄືບໜ້າການຄົ້ນຄວ້າ ແລະ ພັດທະນາ ລະບົບປັນຍາປະດິດລາວ (Lao AI) ໃນຮູບແບບພາສາລາວ, ນອກນັ້ນ ຍັງເປີດເວທີເພື່ອແລກປ່ຽນກັນລະຫວ່າງພາກລັດ ແລະ ບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ບໍລິສັດເອກະຊົນທີ່ມີບົດຮຽນກ່ຽວກັບການນໍາໃຊ້ລະບົບປັນຍາປະດິດເຂົ້າໃນວຽກງານ, ການສ້າງວິໄສທັດກ່ຽວກັບການພັດທະນາ ແລະ ການນໍາໃຊ້ AI, ການກໍານົດທິດທາງ, ຍຸດທະສາດ ແລະ ແຜນງານໃນການສ້າງ ລະບົບປັນຍາປະດິດລາວ (Lao AI) ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ໂດຍອີງໃສ່ຜົນປະໂຫຍດຂອງຊາດເປັນຫຼັກ ແລະ ການຊຸກຍູ້ຮ່ວມມື ເພື່ອສ້າງເປັນເຄືອຂ່າຍ ແລະ ສາມາດຮ່ວມມືກັນໄດ້ທຸກພາກສ່ວນໃນການພັດທະນາ ລະບົບປັນຍາປະດິດລາວ (Lao AI) ໃນ ສປປ ລາວ ໃຫ້ກ້າວໄປທາງໜ້າໄດ້.
ການສ້າງລະບົບປັນຍາປະດິດລາວ “ Lao AI ” ບໍ່ແມ່ນການນໍາໃຊ້ເຕັກໂນໂລຊີພຽງເທົ່ານັ້ນ ອີກທັງຍັງເປັນການພັດທະນາລະບົບປັນຍາປະດິດທີ່ເຂົ້າໃຈ ແລະ ໂຕ້ຕອບໃນຮູບແບບພາສາລາວ, ຮຽນຮູ້ວັດທະນະທໍາຮີດຄອງປະເພນີຂອງຊາດລາວ, ເຂົ້າໃຈເນື້ອໃນ, ຊ່ວຍເຫຼືອຄົນລາວໃນການພັດທະນາຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃນການນໍາໃຊ້ ລະບົບປັນຍາປະດິດ ໃຫ້ເກີດປະໂຫຍດອີກດ້ວຍ. ນອກຈາກນີ້, ການພັດທະນາລະບົບປັນຍາປະດິດລາວ ຍັງພັດທະນາຕາມຈຸດສຸມຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ສົ່ງເສີມໃນດ້ານຕ່າງໆເຊັ່ນ: ດ້ານການກະສິກໍາ, ດ້ານສາທາລະນະສຸກ, ດ້ານການສຶກສາ ແລະ ດ້ານການທ່ອງທ່ຽວ ແລະ ການບໍລິການ ເຊິ່ງຍັງມີສິ່ງທ້າທາຍຫຼາຍປະການ ໃນດ້ານການສ້າງບຸກຄະລາກອນ, ການພັດທະນາລະບົບພື້ນຖານໂຄງລ່າງ, ການສ້າງຖານຂໍ້ມູນພາສາລາວຂະໜາດໃຫຍ່ ແລະ ການວາງຂອບກົດໝາຍ-ຈັນຍາບັນໃນການນຳໃຊ້ AI ໃຫ້ມີຄຸນນະພາບ, ມີປະສິດທິພາບ-ປະສິດທິຜົນດີຍິ່ງຂຶ້ນ.
ກອງປະຊຸມສໍາມະນາດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.











