27/10/2025
ຄະນະສູນບໍລິຫານລັດດິຈິຕອນ ກະຊວງ ຕສ ພ້ອມທັງ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວິຊາການສາກົນ ໃນການຄຸ້ມຄອງພຣາດຟອມ ລະຫວ່າງ ອາຊຽນ ແລະ ອົງການອຸຍເນັສໂກ “ASEAN–UNESCO Multistakeholder Forum on the Governance of Digital Platforms” ເຊິ່ງຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ບາງກອກ, ປະເທດໄທ.
ໂລກດິຈິຕອນກຳລັງປ່ຽນແປງໄປຢ່າງວ່ອງໄວ ອາຊຽນ ແລະ ຄູ່ຮ່ວມຈະຮ່ວມກັນສ້າງລະບົບນິເວດດິຈິຕອນ ທີ່ມີພຣາດຟອມດິຈິຕອນທີ່ “ ປອດໄພ, ເຊື່ອຖືໄດ້, ມີຄວາມຮັບຜິດຊອບ ແລະ ໂປ່ງໃສ” ສໍາລັບທຸກຄົນໄດ້ແນວໃດ? ຄຳຖາມເຫຼົ່ານີ້ ຖືກຍົກຂຶ້ນມາເປັນປະເດັນທີ່ບັນດາຜູ້ນຳ ແລະ ຜູ້ຊ່ຽວຊານ ຕະຫຼອດຈົນຜູ້ທີ່ກ່ຽວຂ້ອງຈາກບັນດາປະເທດສະມາຊິກ ອາຊຽນ ແລະ ອົງການສາກົນ ເພື່ອມາປືກສາກົນໄກ ໃນການຄຸ້ມຄອງທີ່ດີສໍາລັບພຣາດຟອມດິຈິຕອນ ໃນເວທີຂອງກອງປະຊຸມວິຊາການສາກົນ “ASEAN–UNESCO Multistakeholder Forum on the Governance of Digital Platforms”

ກອງປະຊຸມສໍາມະນາ ວິຊາການ ໄດ້ຮັບກຽດກ່າວເປີດໂດຍ ທ່ານ ໄຊຊະນົກ ຊິດຊອບ, ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ. ຈຸດປະສົງ ເປົ້າໝາຍງານສໍາມະນາ ແມ່ນເພື່ອແລກປ່ຽນບົດຮຽນ ທາງດ້ານນະໂຍບາຍ ແລະ ເປັນພື້ນທີ່ໃນການຮຽນຮູ້ຮ່ວມກັນ (Collaborative Learning Space) ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນແນວທາງປະຕິບັດ ທີ່ດີທີ່ສຸດ ຂອງພາກພື້ນຕ່າງໆ ແລະ ຈະນຳມາປັບໃຊ້ໃນສະພາບຕົວຈິ່ງຂອງ ບັນດາປະເທດອາຊຽນໄດ້ແນວໃດ. ໃນງານສໍາມະນາປະກອບດ້ວຍ ພາກສະເໜີ ເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບກອບນະໂຍບາຍດິຈິຕອນຂອງສະຫະພາບເອີຣົບ (EU Digital Policy Framework) ແລະ ແນວທາງ UNESCO Guidelines on Digital Platform Governance ແລະ ແນວທາງການຄຸ້ມຄອງ Generative AI ຢ່າງມີຄວາມຮັບຜິດຊອບ ພາຍໃຕ້ຂອບ UNESCO Guidelines ທີ່ເນັ້ນໜັກຄວາມສະເໝີພາບລະຫວ່າງ ນະວັດຕະກຳ ແລະ ສິດທິມະນຸດ ເພື່ອສ້າງລະບົບ AI ທີ່ໂປ່ງໃສ, ປອດໄພ ແລະ ເຄົາລົບຄວາມຫຼາກຫຼາຍທາງດ້ານວັດທະນະທໍາໃນທຸກມິຕິຂອງໂລກດິຈິຕອນ.
ສູນບໍລິຫານລັດດິຈິຕອນ ໃນນາມ ຄູ່ຮ່ວມຈັດຕັ້ງປະຕິບັດ ໂຄງການ ອາຊຽນ ສົກປີ 2025 ໃນການສຶກສາການຄຸ້ມຄອງພຣາດຟອມຂອງບັນດາປະເທດສະມາຊິກອາຊຽນ ແລະ ຮ່າງເອກະສານຂໍ້ແນະນໍາ ໄດ້ນໍາສະເໜີ ບົດຮຽນທີ່ຖອດຖອນຈາກ ອາຊຽນ ແລະ ແຜນການຮ່ວມມື ຕໍ່ໜ້າ ເປັນຕົ້ນ 1. ວິທີການການກໍານົດແນວທາງການຄຸ້ມຄອງພຣາດຟອມ ຂອງອາຊຽນ ເພື່ອຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບ ຜ່ານກົນໄກການເປີດເຜີຍຂໍ້ມູນ, ການກວດສອບຮ່ວມກັນລະຫວ່າງພາກລັດ, ພາກເອກະຊົນ ແລະ ປະຊາຊົນ 2.ການອອກແບບໂລກອອນລາຍໃຫ້ປອດໄພ 3. ຍົກລະດັບຄວາມເຂົ້າໃຈດ້ານສິດການນໍາໃຊ້, ການປົກປ້ອງຂໍ້ມູນ, ຄວາມປອດໄພ ແລະ ປູກຈິດສໍານຶກໃນຄວາມຮັບຜິດຊອບໃນໂລກອອນລາຍ ພ້ອມການຊຸກຍູ້ໃຫ້ “ ພຣາດຟອມດິຈິຕອນ ” ຖືກອອກແບບ ແລະ ຈັດຕັ້ງປະຕິບັດໂດຍຖືເອົາຜູ້ໃຊ້ເປັນສູນກາງ. ຊື່ງເອກະສານ ບົດລາຍງານ ດັ່ງກ່າວຈະຖືກນໍາສະເໜີ ແລະ ຮັບຮອງໂດຍເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ ແລະ ກອງປະຊຸມ ລັດຖະມົນຕີ ດິຈິຕອນອາຊຽນ ຄັ້ງທີ 6. ທີ່ຈະຈັດຂື້ນໃນເດືອນມັງກອນ 2026 ທີ່ ສສ. ຫວຽດນາມ.





