14/11/2025
ໃນລະຫວ່າງວັນທີ 10-13 ພະຈິກ 2025 ທີ່ຜ່ານມາ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳ ໄອຊີທີ ສາກົນ ຄັ້ງທີ 11 ພາຍໃຕ້ຫົວຂໍ້: “ Digital and AI Transformation Achieving the SDGs and a Sustainable Global Future ” ຊຶ່ງໄດ້ຈັດຂຶ້ນທີ່ ສ.ເກົາຫຼີ ໂດຍ ກະຊວງວິທະຍາສາດ ICT ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ. ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ຂອງການນຳຂັ້ນສູງ ກ່ຽວກັບວຽກງານການຫັນເປັນດິຈິຕອນ ໂດຍການນຳໃຊ້ລະບົບປັນຍາປະດິດ (AI) ເຂົ້າໃນການບໍລິຫານ ແລະ ບໍລິການລັດ ສູ່ສັງຄົມທີ່ຍືນຍົງ.

ພາຍໃນກອງປະຊຸມດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ, ຍັງໄດ້ເຂົ້າຮ່ວມປະຊຸມວົງແຄບ ເພື່ອປຶກສາຫາລື ແນວທາງການຮ່ວມມື ຂອງບັນດາປະເທດກຳລັງພັດທະນາ ແລະ ສ.ເກົາຫຼີ, ໂດຍສະເພາະ ການແບ່ງປັນປະສົບການ ແລະ ຖ່າຍທອດຄວາມຮູ້ ກ່ຽວກັບການນຳໃຊ້ລະບົບ AI ຂອງ ສ.ເກົາຫຼີ. ພ້ອມກັນນັ້ນ, ທ່ານ ແກ້ວວີສຸກ ຍັງໄດ້ເຂົ້າຮ່ວມເສວະນາແລກປ່ຽນບົດຮຽນໃນການຫັນເປັນດິຈິຕອນ, ການພັດທະນາລະບົບປັນຍາປະດິດ (AI), ສິ່ງທ້າທ້າຍຕ່າງໆ ແລະ ແຜນການຕໍ່ໜ້າ ຂອງ ສປປ ລາວ.
ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ສຳລັບ ສປປ ລາວ, ເນື່ອງຈາກວ່າເປັນເວທີ ໃນການແລກປ່ຽນບົດຮຽນ ແລະ ປຶກສາຫາລື ຄົ້ນຄວ້າແຜນການພັດທະນານຳໃຊ້ AI ເຂົ້າໃນວຽກງານການພັດທະນາລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງ, ພ້ອມທັງເປັນໂອກາດອັນດີໃນການມີສ່ວນຮ່ວມໃນເວທີສາກົນ ແລະ ຍາດແຍ່ງການຊ່ວຍເຫຼືອຈາກ ສ.ເກົາຫຼີ ແລະ ທະນາຄານໂລກ ທີ່ເຂົ້າຮ່ວມເປັນຜູ້ສະໜັບສະໜູນຫຼັກໃນວຽກງານດັ່ງກ່າວ.

.jpeg)

