14/11/2025
ໃນລະຫວ່າງວັນທີ 27-31 ຕຸລາ 2025 ທີ່ຜ່ານມາ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມ ສໍາມະນາ ແລະ ທັດສະນະສຶກສາ ໃນຫົວຂໍ້: “ ການພັດທະນາຂີດຄວາມສາມາດ ຂອງລັດຖະບານດິຈິຕອນ” ຮ່ວມກັບກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ແລະ ອົງການຂໍ້ມູນຂ່າວສານແຫ່ງຊາດ (NIA) ຂອງ ສ.ເກົາຫຼີ ພາຍໃຕ້ໂຄງການສ້າງສູນຮ່ວມມືລັດຖະບານດິຈິຕອນ (Digital Government Cooperation Center – DGCC) ປະຈໍາປີ 2025 ທີ່ ສ.ເກົາຫຼີ.

ຄະນະຝ່າຍ ສປປ ລາວ ທັງໝົດເຂົ້າຮ່ວມ ຈໍານວນ 12 ທ່ານ, ໃນນັ້ນຈາກສູນບໍລິຫານລັດດິຈິຕອນ, ກົມແຜນການ ແລະ ການເງິນ ແລະ ຫ້ອງການ ກະຊວງ ລວມມີຂັ້ນຄະນະຫົວໜ້າສູນ, ຄະນະພະແນກ ແລະ ວິຊາການ, ມີຮອງຫົວໜ້າພະແນກຈາກພະແນກ ຕສ ແຂວງຈໍາປາສັກ ແລະ ພະແນກ ຕສ ແຂວງຫຼວງພະບາງ ພາກສ່ວນລະ 1 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາ ແລະ ຝຶກອົບຮົມ ຄັ້ງນີ້ເພື່ອ: ສະເຫຼີມສະຫຼອງການຮ່ວມມື ສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ຄົບຮອບ 30 ປີ ແລະ ເປັນການສະຫຼຸບ ຜົນສໍາເລັດໃນການຮ່ວມຈັດຕັ້ງ ປະຕິບັດໂຄງການ ສ້າງສູນຮ່ວມມື ລັດຖະບານດິຈິຕອນ (DGCC) ໃນລະຫວ່າງປີ 2023 - 2025 ເຊິ່ງໄດ້ສໍາເລັດຫຼາຍກິດຈະກຳເຊັ່ນ: ❶ ໄດ້ສຶກສາ ແລະ ຮ່າງຍຸດທະສາດການ ພັດທະນາການບໍລິການລັດ (Digital Service Roadmap 10 ປີ), ❷ ໄດ້ຮ່າງບົດແນະນໍາການປັບປຸງຕົວຊີ້ວັດ UN EGOV index, ❸ ໄດ້ສຶກສາການສ້າງມາດຕະຖານການເຊື່ອມຕໍ່ (EGovernment Interoperability Framework), ❹ ໄດ້ສຶກສາ ແລະ ພັດທະນາ ຂໍ້ມູນແບບເປີດ ພາກລັດ (Digital Government Open Data), ❺ ນໍາພາຄະນະ ກະຊວງ ຕສ 10 ທ່ານ ມາທັດສະນະສຶກສາ ທີ່ ສ. ເກົາຫຼີ, ❻ ເຮັດບົດສຶກສາຄວາມເປັນໄດ້ໃນການພັດທະນາ Digital Government Portal (National portal), ❼ ໄດ້ພັດທະນາລະບົບທົດລອງຕິດຕາມຂໍ້ມູນຂ່າວສານ ໃນການບໍລິຫານພາກລັດ ສໍາລັບແຂວງຫຼວງພະບາງ (Development of a Pilot Dashboard System for Monitoring Administrative Information of the Luang Prabang Provincial Government), ❽ ກໍ່ສ້າບຸກຄະລາກອນ ນໍາພາຄະນະ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ຕ່າງໆ ແລະ ທັດສະນະສຶກສາ ທີ່ ສ. ເກົາຫຼີ ຈໍານວນ 3 ຄັ້ງ ລວມເປັນຈໍານວນ 27 ທ່ານ.
ພ້ອມນັ້ນ ໃນຊ່ວງສໍາມະນາ, ຝືກອົບຮົມ ແລະ ທັດສະນະ ຢູ່ ສ. ເກົາຫຼີ ຄະນະດັ່ງກ່າວ ຍັງໄດ້ເຂົ້າຮ່ວມ ເວທີສົນທະນາໃນຫົວຂໍ້ “ ປັນຍາປະດິດໃນການບໍລິຫານລັດ (Global Forum on AI in Government) ” ເຊີ່ງຈັດໂດຍກະຊວງພາຍໃນ ແລະ ຄວາມປອດໄພ, ອົງການ NIA ຮ່ວມກັບ ອົງການ OECD ແລະ UNDP ເຊີ່ງໄດ້ຮຽນຮູ້ບົດຮຽນ ແລະ ປະສົບການໃນການພັດທະນາ, ຄູ້ມຄອງ ແລະ ນໍາໃຊ້ປັນຍາປະດິດ ຂອງຫຼາຍປະເທດ ທັງເອີຣົບ ແລະ ອາຊີ ເຊິ່ງປັນຍາປະດິດ ຫຼື AI ເປັນຫົວຂໍ້ທີ່ກໍາລັງໃຫ້ຄວາມສົນໃຈຫຼາຍ ແລະ ເປັນທ່າອ່ຽງຂອງໂລກໃນປັດຈຸບັນ ທີ່ຈະນໍາເອົາປັນຍາປະດິດ ເຂົ້າຊ່ວຍວຽກໃນເກືອບທຸກຂະແໜງການ. ເຊີ່ງການ ເຂົ້າຮ່ວມ ກອງປະຊຸມ ເວທີສົນທະນາດັ່ງກ່າວ ໄດ້ເຮັດໃຫ້ຄະນະທີ່ເຂົ້າຮ່ວມຮຽນຮູ້ ແລະ ປະສົບການ ເພື່ອຕໍ່ຍອດ ໂຄງການຮ່ວມມື ລາວ- ເກົາຫຼີ ໃນປີທັດໄປ.



