ກອງປະຊຸມປຶກສາຫາລືລະດົມແນວຄວາມຄິດ ເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ ຮ່ວມກັບ ບັນດາກະຊວງ/ອົງການອ້ອມຂ້າງຢູ່ສູນກາງ

28/11/2025

ກອງປະຊຸມປຶກສາຫາລືລະດົມແນວຄວາມຄິດ  ເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ ຮ່ວມກັບ ບັນດາກະຊວງ/ອົງການອ້ອມຂ້າງຢູ່ສູນກາງ

ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດກອງປະຊຸມປຶກສາຫາລືລະດົມແນວຄວາມຄິດເພື່ອສ້າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ, ໃນຕອນເຊົ້າຂອງວັນທີ 26 ພະຈິກ  2025, ທີ່ຫ້ອງປະຊຸມຊັ້ນ 1, ຕຶກສະຖາບັນເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ຄໍາຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາກະຊວງ/ອົງການທຽບເທົ່າອ້ອມຂ້າງ ຢູ່ສູນກາງ ແລະ ຄະນະຮັບຜິດຊອບຈາກ ກະຊວງ ເຕັກໂນໂລຊີ ແລະ ການສືີ່ສານ ເຂົ້າຮ່ວມ ຈໍານວນ 30 ທ່ານ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປີດກວ້າງ ປຶກສາຫາລື, ແລກປ່ຽນຄໍາຄິດ ຄໍາເຫັນ ແລະ ລະດົມແນວຄວາມຄິດ ຂອງບັນດາທ່ານທີ່ເຂົ້າຮ່ວມຈາກກະຊວງ/ອົງການອ້ອມຂ້າງ ຢູ່ສູນກາງ ເພື່ອປະກອບຂໍ້ມູນໃສ່ຮ່າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນຂອງລັດ ໃຫ້ສົມບູນ ແລະ ສາມາດນຳໄປໃຊ້ ຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ເພື່ອໃຫ້ສອດຄ່ອງກັບ ວິໄສທັດ, ຍຸດທະສາດ ແລະ ແຜນງານ ຂອງລັດຖະບານ ໃນການຫັນເປັນລັດຖະບານດິຈິຕອນ. ຊຶ່ງຄືພວກເຮົາຮູ້ນໍາກັນ ໃນ 03 ເສົ້າຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ນີ້ກໍ່ເປັນວຽກການສ້າງນິຕິກໍາໜຶ່ງ ທີ່ນອນໃນ ເສົາຄໍ້າ ລັດຖະບານດິຈິຕອນ ແລະ ສອດຄ່ອງກັບ ຍຸດທະສາດ ການບໍລິຫານລັດແບບດິຈິຕອນ 10 ປີ (2026 - 2035) ນໍາອີກ. ໃນແຜນ 2025 ນີ້ ສລດ ເອງກໍ່ຍັງມີດໍາລັດ ວ່າດ້ວຍ ມາດຕະຖານ ແລະ ການເຊື່ອມໂຍງ ນໍາອີກ ທີ່ເຮັດໄປພ້ອມໆກັນ.

ກອງປະຊຸມໄດ້ມີການນຳສະເໜີ 1) ຄວາມເຂົ້າໃຈພື້ນຖານກ່ຽວກັບຂໍ້ມູນພາກລັດແມ່ນຫຍັງ? 2) ຜ່ານໂຄງຮ່າງ ແລະ ເນື້ອໃນ ຂອງດໍາລັດ ໃນນີ້ໃຫ້ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮູ້ພາບລວມ, ສະພາບ ແລະ ຕົວຢ່າງຂອງບາງປະເທດ ແລະ 3) ປະກອບຄໍາເຫັນ ແລກປ່ຽນ, ປຶກສາຫາລື ປະກອບຂໍ້ມູນເຂົ້າຮ່າງ ດໍາລັດ ໃຫ້ມີເນື້ອໃນ ທີ່ຊັດເຈນ, ຈະແຈ້ງ ແລະ ສົມບູນ ຂື້ນ.

ເຊີ່ງແຜນໃນຕໍ່ໜ້າ, ພາຍຫຼັງການປະກອບຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມໃນຄັ້ງນີ້ແລ້ວ ຄະນະຮັບຜິດຊອບຈະໄດ້ປັບປຸງເນື້ອໃນ ແລະ ຈະໄດ້ຈັດກອງປະຊຸມກັບທ້ອງຖິ່ນບັນດາແຂວງຕ່າງໆ ແລະ ຫຼັງຈາກນັ້ນກໍ່ຈະໄດ້ຜ່ານເຮັດວຽກສະເພາະກັບກະຊວງຍູດຕິທໍາ ແລະ ສູດທ້າຍ ແມ່ນສະເໜີຜ່ານກອງປະຊຸມລັດຖະບານ ເພື່ອມີຄໍາເຫັນ ແລະ ອະນູມັດເຜີຍແຜ່ ໃຫ້ທົ່ວພາກລັດ ແລະ ສັງຄົມ.

ກອງປະຊຸມໄດ້ປິດລົງໃນ ເວລາ 11:30 ໂມງ ຂອງວັນດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ