ກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ

01/12/2025

ກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ

ໃນລະຫວ່າງວັນທີ 26-27 ພະຈິກ 2025, ທີ່ ຫ້ອງປະຊຸມ ຫ້ອງວ່າການແຂວງຈໍາປາສັກ, ສູນບໍລິຫານລັດດິຈິຕອນ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານການຫັນເປັນລັດດິຈິຕອນ ແລະ ຝຶກອົບຮົມລະບົບຫ້ອງການທັນສະໄໝ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະແນກ ຕສ ແຂວງຈໍາປາສັກ ແລະ ບັນດາພະແນກການອ້ອມຂ້າງ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ນໍາພາຄະນະເຂົ້າພົບປະຢ້ຽມຢາມກັບ ທ່ານ ປອ. ສຸກສະຫວັນ ວິໄລວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງຈໍາປາສັກ ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີີ້, ພ້ອມທັງໄດ້ປຶກສາຫາລື ແນວທາງການຮ່ວມມື ເພື່ອຊຸກຍູ້ສົ່ງເສີມການຫັນເປັນລັດດິຈິຕອນ ຂອງແຂວງຈຳປາສັກ.

ກອງປະຊຸມ ແລະ ຝຶກອົບຮົມໃນຄັ້ງນີ້, ທ່ານ ນ ວັນນະພາ ພົມມະທັນສີ ໄດ້ເປັນປະທານຮ່ວມກັບ ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ. ມີຜູ້ເຂົ້າຮ່ວມຈາກບັນດາພະນັກງານ-ລັດຖະກອນ (ຕາງໜ້າຈາກພະແນກ ຕສ ແຂວງຈຳປາສັກ ແລະ ບັນດາພະແນກການອ້ອມຂ້າງ) ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມ ແລະ ຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ໃຫ້ເຫັນຄວາມສໍາຄັນ ແລະ ຊຸກຍູ້ວຽກງານການຫັນເປັນດິຈິຕອນຂອງພາກລັດ ທີ່ຕ້ອງໄປພ້ອມກັນທັງ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທີ່ເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນ ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານບໍລິຫານ ແລະ ບໍລິການລັດດິຈິຕອນ ເປັນຕົ້ນລະບົບ e-Office, G-Share, E-mail, G-Chat,  QR Code, e-Card, G-web, e-Vote ແລະ ອື່ນໆ ໃຫ້ກາຍເປັນຕົວແບບຂອງການຫັນເປັນດິຈິຕອນໃຫ້ທຸກຂະແໜງການ, ພ້ອມທັງ ເປັນການກຽມຄວາມພ້ອມໃນການຂະຫຍາຍການນໍາໃຊ້ບັນດາລະບົບຕ່າງໆ ຂອງ ກະຊວງ ຕສ ເຂົ້າໃນວຽກງານຕົວຈິງ ລົງສູ່ທ້ອງຖິ່ນ ໂດຍສະເພາະ 46 ຕາແສງ ພາຍໃນແຂວງຈຳປາສັກ ໄດ້ຢ່າງທົ່ວເຖິງ.

 

 

 

 

ໃນໄລຍະກອງປະຊຸມ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວເນັ້ນໃຫ້ເຫັນວ່າ ການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ແລະ ຖືເອົາເປັນວຽກບູລິມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງສະແດງອອກຄື: ລັດຖະບານໄດ້ຮັບຮອງເອົານະໂຍບາຍ ແລະ ແຜນພັດທະນາທີ່ສຳຄັນເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃນການຫັນເປັນທັນສະໄໝ ເປັນຕົ້ນແຜນແມ່ບົດການພັດທະນາເສດຖະກິດດິຈິຕອນ, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ. ພ້ອມກັນນີ້, ທ່ານ ປອ ສຸກກະເສີມ ສີຫານຸວົງ ກໍ່ໄດ້ໂອລົມກັບບັນດາຜູ້ເຂົ້າຮ່ວມກອງປະຊຸມວ່າ ວຽກງານການຫັນເປັນລັດດິຈິຕອນ ແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ລັດຖະບານ, ຊຶ່ງໄລຍະຜ່ານມາກໍ່ມີດໍາລັດແຕ່ງຕັ້ງຄະນະຫັນເປັນດິຈິຕອນລະດັບຊາດ ທີ່ມີທ່ານນາຍົກລັດຖະມົນຕີ ເປັນປະທານ, ທຸກກະຊວງ ແລະ ແຂວງ ກໍ່ຕ້ອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານຫັນເປັນດິຈິຕອນ ເພື່ອຂຶ້ນແຜນ ແລະ ຕິດຕາມວຽກງານຫັນເປັນດິຈິຕອນດັ່ງກ່າວ, ໂດຍມີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານງານ ແລະ ເປັນຫຼັກໃນການຊຸກຍູ້ ແລະ ພັກດັນວຽກງານຫັນເປັນທັນສະໄໝແບບດິຈິຕອນ ແລະ ຫວັງວ່າ ການລົງມາຈັດຝຶກອົບຮົມໃນຄັ້ງນີ້​ ຈະເຮັດໃຫ້ບັນດາພະແນກການຕ່າງໆ ພາຍໃນແຂວງຈໍາປາສັກ ຈະໄດ້ຮຽນຮູ້ ແລະ ອັບເດດວຽກງານໃໝ່ໆ ແລະ ລວມທັງຈະໄດ້ປຶກສາຫາລື ເພື່ອເຮັດໃຫ້ວຽກງານບໍລິຫານ ແລະ ບໍລິການລັດ ມີຄວາມທັນສະໄໝ ແລະ ວ່ອງໄວຂຶ້ນກວ່າເກົ່າ.

 

ກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນເປັນເວລາ 2 ວັນ ພາຍໃຕ້ບັນຍາກາດອັນຟົດຟື້ນ, ມີສີສັນ ແລະ ເຕັມໄປດ້ວຍປະໂຫຍດ-ຄວາມຮູ້ ແລະ ມີເນື້ອໃນທີ່ຄົບຖ້ວນ. ພ້ອມດຽວກັນນັ້ນ ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຮຽນຮູ້ວີທີການນໍາໃຊ້ລະບົບຫ້ອງການທັນສະໄໝ (e-Office), ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ, ໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງຄວາມສຳຄັນຂອງວຽກງານການຫັນເປັນດິຈິຕອນ, ຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີ (ດິຈິຕອນ) ເພື່ອເປັນເຄື່ອງມື ແລະ ສາມາດນຳໄປໝຸນໃຊ້ເຂົ້າໃນວຽກງານການຫັນເປັນດິຈິຕອນ. ພ້ອມກັນນັ້ນ ຍັງເປັນການສ້າງບາດກ້າວການຫັນປ່ຽນໃໝ່ຕາມທິດຍົກສູງຄຸນນະພາບ, ເຊື່ອມໂຍງເຊື່ອມຈອດກັນໄດ້ຢ່າງວ່ອງໄວແທດເໝາະກັບສະພາບການ ແລະ ຍັງເປັນຂີດໝາຍສຳຄັນອັນໜຶ່ງເພື່ອຫັນເປັນທັນສະໄໝໃນການບໍລິຫານ ແລະ ການຄຸ້ມຄອງລັດ ຕາມທິດທາງລວມຂອງພັກ ແລະ ລັດໄດ້ວາງອອກ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ