ກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ

12/12/2025

ກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ

ໃນຕອນເຊົ້າ ຂອງວັນທີ 12 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ ໂຮງແຮມລາວພຣາຊາ, ສູນບໍລິຫານລັດດິຈິຕອນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ  ຂອງ ສ. ເກົາຫຼີ ແລະ ອົງການ National Information Society Agency (NIA) ແລະ ສູນຮ່ວມມືລັດຖະບານດິຈິຕອນ, ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການສູນຮ່ວມມືລັດຖະບານດິຈິຕອນ (DGCC) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ. ໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ,  ມີຄະນະສູນ, ຄະນະພະແນກ ແລະ ວິຊາການ,​ ພະແນກ ຕສ, ບັນດາກົມ/ທຽບເທົ່າ ທີ່ກ່ຽວຂ້ອງ ບັນດາກະຊວງ ແລະ ພາຍໃນກະຊວງ ຕສ, ຕາງໜ້າອົງການ NIA, ສູນການຮ່ວມມືລັດຖະບານດິຈິຕອນ ແລະ ຄະນະຊ່ຽວຊານທີ່ປຶກສາໂຄງການຈາກ ສ.ເກົາຫຼີ ເຂົ້າຮ່ວມທັງຫມົດ ຈຳນວນ ຫຼາຍກວ່າ 50 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການ ພາຍໃຕ້ຂອບການຮ່ວມມືສູນລັດດິຈິຕອນ ລາວ ເກົາຫຼີ 2023-2025 ໃນແຕ່ລະປີເຊັ່ນ: ປີທີ 1 (2023):  ໄດ້ສຶກສາ ແລະ ຮ່າງແຜນການພັດທະນາການບໍລິການລັດ 10 ປີ (Digital Service Roadmap) ແລະ ໄດ້ຄົ້ນຄວ້າສ້າງບົດແນະນໍາການປັບປຸງຕົວຊີ້ວັດລັດດິຈິຕອນ ຂອງ ສປປ ລາວ (Enhance EGDI in Lao PDR); ປິທີ 2 (2024): ໄດ້ສຶກສາ ການສ້າງມາດຕະຖານການເຊື່ອມຕໍ່ຂອງພາກລັດ (E-Government Interoperability Framework) ແລະ ໄດ້ສຶກສາ, ພັດທະນາ ຂໍ້ມູນແບບເປີດພາກລັດ (Digital Government Open Data); ປິທີ 3 (2025): ໄດ້ສຶກສາ ການພັດທະນາລະບົບ Digital Government Portal (National portal) ແລະ ໄດ້ພັດທະນາທົດລອງ ລະບົບສະແດງຜົນການບໍລິຫານງານ ແຂວງຫຼວງພະບາງ (Development of a Pilot Dashboard System for Monitoring Administrative Information of the Luang Prabang Provincial Government) ແລະ ໃນແຕ່ລະປີ ຍັງໄດ້ນໍາພາ ພະນັກງານ ກຕສ ແລະ ພະນັກງານ ພະແນກການແຂວງ ໄປຝຶກອົບຮົມທັດສະນະສຶກສາ ພັດທະນາຄວາມອາດສາມາດທາງດ້ານດິຈິຕອນ ຢູ່ ສ.ເກົາຫຼີ ລວມ 25 ທ່ານ.

ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ າວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ). ທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ການພັດທະນາດິຈິຕອນ ຂອງ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການສະໜອງຊ່ຽວຊານວິຊາການລະດັບສູງ ແລະ ການສະໜັບສະໜູນໂຄງການໃນຮູບແບບ ODA ແລະ ການກໍ່ສ້າງບຸກຄະລາກອນ.

.ກອງປະຊຸມໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

\

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ