18/12/2025
ໃນລະຫວ່າງວັນທີ 17-18 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ ໂຮງແຮມລາວພຣາຊາ, ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມ ໃນການຫັນການບໍລິຫານເປັນທັນສະໄໝຂອງປະເທດສະມາຊິກອາຊຽນ (Digital Transformation Blueprint best practices of AMS) ສໍາລັບກອງປະຊຸມອາຊຽນ ພາຍໃຕ້ຫົວຂໍ້: ການບໍລິການຂອງພາກລັດດ້ວຍລະບົບດິຈິຕອນ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ, ບັນດາກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈຳນວນ ຫຼາຍກວ່າ 70 ທ່ານ.
ຈຸດປະສົງ ແມ່ນເພື່ອແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດ ກ່ຽວກັບການບໍລິການພາກລັດດ້ວຍລະບົບດິຈິຕອນຮ່ວມກັບປະເທດສະມາຊິກອາຊຽນ, ອາຊຽນບວກ 3 (ສປ.ຈີນ, ຍີ່ປຸ່ນ ແລະ ອົດສະຕາລີ). ໃນໂອກາດດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕາງໜ້າ ສປປ ລາວ ນໍາສະເໜີ ແລະ ລາຍງານ ສະພາບການພັດທະນາ, ທິດທາງນະໂຍບາຍ, ການຄຸ້ມຄອງ, ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ການນໍາໃຊ້ບັນດາລະບົບບໍລິຫານ ແລະ ບໍລິການພາກລັດ ຢູ່ໃນ ສປປ ລາວ ແລະ ຍັງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນ ສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດ ດິຈິຕອນ ແລະ ສັງຄົມດິຈິຕອນ).



