ກອງປະຊຸມຝຶກອົບຮົມວຽກງານລັດດິຈິຕອນ ໃຫ້ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທົ່ວປະເທດ

29/12/2025

ກອງປະຊຸມຝຶກອົບຮົມວຽກງານລັດດິຈິຕອນ ໃຫ້ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ທົ່ວປະເທດ

ໃນຕອນເຊົ້າຂອງວັນທີ 16 ທັນວາ 2025, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທ່ານ ປອ. ທະວີສັກ ມະໂນທັມ ພ້ອມດ້ວຍ ຄູຝຶກຈາກ ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ ຂຶ້ນນຳສະເໜີບົດ ການຫັນພາກລັດເປັນທັນສະໄໝ ໃຫ້ແກ່ພະນັກງານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ໂດຍມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກ ພະແນກ ຕສ ແຂວງ/ນະຄອນຫຼວງ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.

ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ສ້າງຄວາມຮູ້ ຄວາມເຂົ້າໃຈ ໃນວຽກງານ ການຫັນເປັນທັນສະໄໝແບບດິຈິຕອນ ໂດຍສະເພາະ ການນຳໃຊ້ ເຕັກໂນໂລຊີດິຈິຕອນ ເຂົ້າໃນວຽກງານ ບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຢູ່ທ້ອງຖິ່ນ ທົ່ວປະເທດ, ອີກທັງເປັນການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນໃນທົ່ວສັງຄົມ.

ກອງປະຊຸມສຳມະນາໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ແມ່ນໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນ ກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ເພື່ອກຽມຄວາມພ້ອມຂອງການພັດທະນາໃນຍຸກດິຈິຕອນ ແລະ ຍັງຈະໄດ້ມີການລົງເລິກການສາທິດ ການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນ ແລະ ວຽກງານອື່ນໆ ທີ່ສຳຄັນ ເປັນຕົ້ນ ການນຳໃຊ້ ລະບົບຫ້ອງການລັດທັນສະໄໝ (e-Office), ລະບົບຈົດໝາຍເອເລັກໂຕຣນິກ (Email), ລະບົບກອງປະຊຸມທາງໄກ, ລະບົບສື່ສານພາກລັດ, ລະບົບປັນຍາປະດິດລາວ (LaoAI) ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ຍັງໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ ເຂົ້າໃນການຄຸ້ມຄອງລັດໃນແຕ່ລະຂັ້ນ ໃຫ້ສາມາດນຳໄປຕໍ່ຍອດເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ສ້າງເປັນແຜນການ, ແຜນງານ, ໂຄງການລະອຽດ ເພື່ອກຽມຄວາມພ້ອມໃນການພັດທະນາໃນຍຸກດິຈິຕອນ, ເອົາໃຈໃສ່ຕັ້ງໜ້າ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງຕົນທຸກຂັ້ນໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ ທັງເປັນການສ້າງພື້ນຖານໂຄງລ່າງຂອງເສດຖະກິດໃຫ້ໝັ້ນຄົງດ້ວຍຄວາມຮັບຜິດຊອບສູງ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ