ສູນບໍລິຫານລັດດິຈິຕອນ ຮ່ວມກັບ ສະມາຄົມ KWISA ຈາກປະເທດ ສ.ເກົາຫຼີ ໄດ້ເຊັນບົດບັນທຶກການແລກປ່ຽນ ເພື່ອຍົກລະດັບມາດຕະຖານລັດຖະບານດິຈິຕອນ ແລະ ຄວາມອາດສາມາດດ້ານໄອຊີທີໃຫ້ແກ່ລັດຖະກອນລາວ.

17/02/2026

ສູນບໍລິຫານລັດດິຈິຕອນ ຮ່ວມກັບ ສະມາຄົມ KWISA ຈາກປະເທດ ສ.ເກົາຫຼີ ໄດ້ເຊັນບົດບັນທຶກການແລກປ່ຽນ ເພື່ອຍົກລະດັບມາດຕະຖານລັດຖະບານດິຈິຕອນ ແລະ ຄວາມອາດສາມາດດ້ານໄອຊີທີໃຫ້ແກ່ລັດຖະກອນລາວ.

ໃນວັນທີ 22 ມັງກອນ 2026, ທີ່ໂຮງແຮມ ຄຣາວພາຊ່າ (Crowne Plaza Hotel) ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກການແລກປ່ຽນ (Record of Discussion - RoD) ລະຫວ່າງ ສູນບໍລິຫານລັດດິຈິຕອນ (DGC), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ສະມາຄົມການສື່ສານອິນເຕີເນັດ ສ.ເກົາຫຼີ (KWISA). ພິທີດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ຕສ, ແລະ ທ່ານ ແບ ເທ ຈູ (Mr. Bae Tae Joo) ຜູ້ຈັດການສະມາຄົມການສື່ສານອິນເຕີເນັດ ຂອງ ສ.ເກົາຫຼີ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການຮ່ວມມືໃນຄັ້ງນີ້ວ່າ ເປັນອີກບາດກ້າວທີ່ສຳຄັນໃນການຊຸກຍູ້ໃນການຫັນເປັນດິຈິຕອນ ສປປ ລາວ, ເຊິ່ງມີຈຸດປະສົງແມ່ນສຸມໃສ່ "ການຮ່ວມມືໃນການຝຶກອົບຮົມຂອບມາດຕະຖານລັດຖະບານດິຈິຕອນ ແລະ ການສ້າງຄວາມອາດສາມາດດ້ານໄອຊີທີ ໃຫ້ແກ່ລັດຖະກອນ" ເພື່ອແນໃສ່ເຮັດໃຫ້ການບໍລິຫານ-ບໍລິການລັດ ໃຫ້ມີຄວາມທັນສະໄໝ, ມີຄວາມປອດໄພ ແລະ ສາມາດເຊື່ອມໂຍງຂໍ້ມູນກັນໄດ້ຢ່າງມີປະສິດທິພາບ.

ທ່ານຮອງຫົວໜ້າສູນບໍລິຫານລັດດິຈິຕອນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ລັດຖະບານລາວພວມຢູ່ໃນຂັ້ນຕອນການຮ່າງດຳລັດວ່າດ້ວຍຂອບການເຊື່ອມໂຍງລັດຖະບານດິຈິຕອນ (E- Government Interoperability Framework) ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີ 2026. ດັ່ງນັ້ນ, ການຖ່າຍທອດຄວາມຮູ້ ແລະ ບົດຮຽນຈາກ ສ.ເກົາຫຼີ ທີ່ມີຄວາມຊ່ຽວຊານ ແລະ ໃນອັນດັບຕົ້ນໆຂອງໂລກ ຈະຊ່ວຍໃຫ້ລັດຖະກອນລາວໄດ້ຮຽນຮູ້ເຕັກນິກ ແລະ ມາດຕະຖານສາກົນ ເພື່ອມາໝູນໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງດິຈິຕອນຂອງລາວໃຫ້ເຂັ້ມແຂງ.

.

ທ່ານ ແບ ເທ ຈູ (Mr. Bae Tae Joo) ຜູ້ຈັດການສະມາຄົມການສື່ສານອິນເຕີເນັດ ຂອງ ສ.ເກົາຫຼີ ໄດ້ນໍາສະເໜີ ພາລະບົດບາດ ຂອງ KWISA ແລະ ປະສົບການໃນການພັດທະນາບຸກຄະລາກອນ ໃນປະເທດ ພາກພື້ນ ແລະ ສປປ ລາວ ເປັນຕົ້ນ ຜົນສໍາເລັດທີ່ໄດ້ຮ່ວມມື ກັບ ສປປ ລາວ ໃນໂຄງການ K-LAB ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ໂຄງການ KOREA-ASEAN Digital Academy  ຮ່ວມກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມທັງໄດ້ນໍາສະເໜີ ແຜນການຈັດຕັ້ງປະຕິບັດ ຜັນຂະຫຍາຍ ບົດບັນທຶກແລກປ່ຽນໃຫ້ທາງຝ່າຍລາວຮັບຊາບ.

.

ບົດບັນທຶກການແລກປ່ຽນສະບັບນີ້ ມີກຳນົດໄລຍະເວລາ 3 ປີ, ເຊິ່ງຈະປະກອບມີກິດຈະກຳການຝຶກອົບຮົມ, ການປະເມີນຄວາມຕ້ອງການ ແລະ ການແລກປ່ຽນບົດຮຽນເຕັກນິກ ແລະ ເຕັກໂນໂລຊີິ ທັນສະໄໝ ການຮ່ວມມືຄັ້ງນີ້ ຍັງໄດ້ ສ້າງຄວາມເຂັ້ມແຂງ ແລະ ປະກອບສ່ວນ ສ້າງສາຍພົວພັນຮ່ວມມື ດ້ານດິຈິຕອນລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ແໜ້ນແຟ້ນ ແລະ ຍືນຍົງຕໍ່ໄປເລື້ອຍໆ.

.

ພິທີງານດັ່ງກ່າວໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ