ກອງປະຊຸມສຳມະນາ ການສໍາຫຼວດ ແລະ ການເກັບກໍາຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ (GovIndex) ເພື່ອຍົກລະດັບການຫັນເປັນທັນສະໄໝໃນ ສປປ ລາວ.

16/03/2026

ກອງປະຊຸມສຳມະນາ ການສໍາຫຼວດ ແລະ ການເກັບກໍາຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ (GovIndex) ເພື່ອຍົກລະດັບການຫັນເປັນທັນສະໄໝໃນ ສປປ ລາວ.

ໃນຕອນເຊົ້າຂອງວັນທີ 16 ມີນາ 2026, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະການສື່ສານ. ໄດ້ມີພິທີເປີດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ການສຳຫຼວດ ແລະ ເກັບກຳ ຂໍ້ມູນ ຕົວຊີ້ວັດ ການພັດທະນາລັດຖະບານດິຈິຕອນ (Digital Government Index) ຢູ່ ສປປ. ລາວ ໃຫ້ແກ່ບັນດາກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອຳພອນສັກ ເທບພູມີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ພ້ອມດ້ວຍຕາງໜ້າຈາກບັນດາກະຊວງ ແລະ ຊ່ຽວຊານດ້ານດິຈິຕອນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຄວາມຮັບຮູ້ ແລະ ຍົກລະດັບທັກສະໃຫ້ແກ່ບຸກຄະລາກອນພາກລັດ ໃນການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບາດກ້າວການຫັນເປັນທັນສະໄໝຂອງການບໍລິຫານລັດ ຢູ່ ສປປ ລາວ ເພື່ອຄວາມຊັດເຈນ, ຖືກຕ້ອງ ແລະ ເປັນເອກະພາບກັນໃນທົ່ວປະເທດ.

ໃນບົດກ່າວເປີດພິທີ, ທ່ານ ອຳພອນສັກ ເທບພູມີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ເນັ້ນໜັກວ່າ: “ ການສ້າງດັດສະນີຕົວຊີ້ວັດລັດຖະບານດິຈິຕອນ ບໍ່ແມ່ນພຽງແຕ່ການລວບລວມຕົວເລກທາງສະຖິຕິເທົ່ານັ້ນ, ແຕ່ມັນແມ່ນການສ້າງ ເຂັມທິດ’ ທີ່ຊັດເຈນ ເພື່ອໃຫ້ພວກເຮົາຮູ້ໄດ້ວ່າ ປັດຈຸບັນພວກເຮົາຢືນຢູ່ຈຸດໃດ ແລະ ຈະຕ້ອງກ້າວໄປໃນທິດທາງໃດ ເພື່ອໃຫ້ສອດຄ່ອງກັບວິໄສທັດການຫັນເປັນລັດຖະບານດິຈິຕອນ. ແນວໃດກໍ່ຕາມ, ວຽກງານນີ້ຈະປະສົບຜົນສຳເລັດໄດ້ ແມ່ນຂຶ້ນກັບຄວາມເປັນເຈົ້າການ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນ ເພາະຂໍ້ມູນເຫຼົ່ານີ້ຈະເປັນພື້ນຖານອັນສຳຄັນ ໃນການວິເຄາະ ແລະ ສ້າງບົດລາຍງານ ທີ່ຖືກຕ້ອງ ແລະ ສົມບູນ.”

ພາຍໃນກອງປະຊຸມ, ບັນດາສຳມະນາກອນໄດ້ຮັບຟັງການບັນຍາຍ ຕົວຈິງກ່ຽວກັບ ວິທີການສຳຫຼວດ ແລະ ເກັບກຳຂໍ້ມູນຕົວຊີ້ວັດການພັດທະນາລັດຖະບານດິຈິຕອນ ຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ. ການເກັບກຳຂໍ້ມູນດັ່ງກ່າວ ຖືເປັນລິເລີ່ມ ທີ່ສຳຄັນ ໃນການວັດແທກລະດັບການພັດທະນາດິຈິຕອນຂອງພາກລັດ ເຊິ່ງຈະເປັນບ່ອນອີງໃນການວາງນະໂຍບາຍລວມສູນ ສຳລັບການພັດທະນາລັດຖະບານດິຈິຕອນ ພ້ອມທັງຊຸກຍູ້ໃຫ້ດັດສະນີຕົວຊີ້ວັດຂອງປະເທດເຮົາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຈັດອັນດັບດີຂຶ້ນ ໃນການປະເມີນຂອງສາກົນ

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ຍັງໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ບັນດາຜູ້ຕາງໜ້າຈາກທຸກກະຊວງ ນຳເອົາບົດຮຽນດັ່ງກ່າວໄປລາຍງານຕໍ່ຄະນະນຳຂອງຕົນ, ພ້ອມທັງເປັນເຈົ້າການໃນການກວດກາສະພາບຕົວຈິງຂອງກົມກອງ ເພື່ອສະໜອງຂໍ້ມູນດັດສະນີໃຫ້ມີຄວາມຊັດເຈນ, ໂປ່ງໃສ ແລະ ຄົບຖ້ວນທີ່ສຸດ.

ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ