18/03/2026
ໃນຕອນເຊົ້າ ຂອງວັນທີ 13 ມີນາ 2026 ສູນບໍລິຫານລັັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການ ສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ.ລາວ (UNDP) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນບົດຮຽນກ່ຽວກັບ ການເປັນຜູ້ນຳຍິງໃນຍຸກດິຈິຕອນ, ທີ່ ຫ້ອງການສໍານັກງານອົງການສະຫະປະຊາຊາດ. ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ, ມີຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ເອື້ອຍນ້ອງວິຊາການເພດຍິງ ພາຍໃນກະຊວງ ຕສ, ຊ່ຽວຊານ ຈາກ ອົງການ UNDP ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມເອື້ອຍນ້ອງຍິງພາກລັດ ກ່ຽວກັບການຍົກສູງຄວາມຮຸ້, ຄວາມສາມາດຂອງພະນັກງານເພດຍິງ ຂອງພາກລັດ ພາຍໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມພົ້ນເດັ່ນໃນເວທີຂອງຜູ້ນຳເພດຍິງຕື່ມ. ໜ້າທີ່ຫຼັກຂອງແມ່ຍິງ ກະຊວງ ຕສ ກໍແມ່ນວຽກງານການຫັນເປັນດິຈິຕອນ (Digital Transformation) ເຊິ່ງຖືໄດ້ວ່າເປັນວຽກບູລິມະສິດ ໃນການພັດທະນາ ເສດຖະກິດ–ສັງຄົມ ແລະ ການບໍລິຫານຂອງພາກລັດໃຫ້ເປັນທັນສະໄໝ. ນອກຈາກນັ້ນ, ເອື້ອຍນ້ອງຍິງ ໃນຂົງເຂດຫັນເປັນດິຈິຕອນຍັງໄດ້ມີສ່ວນຮ່ວມ ແລະ ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນ–ສື່ສານ (ICT) ໃນວຽກງານຂອງພາກລັດ, ການເຮັດການຄ້າອອນລາຍ, ການໃຊ້ບໍລິການດິຈິຕອນທາງການເງິນ ແລະ ການບໍລິຫານທຸລະກິດຂະໜາດນ້ອຍ-ຂະໜາດກາງ, ຖືໄດ້ວ່າໃນຍຸກດິຈິຕອນໄດ້ເປີດໂອກາດໃຫ້ແມ່ຍິງ ໄດ້ສະແດງສາມາດໃນການຫາລາຍໄດ້ ເພື່ອເສີມສ້າງເສດຖະກິດ-ສັງຄົມໄດ້ຫຼາຍຂຶ້ນ ຍ້ອນຫົວຄິດປະດິດສ້າງ ແລະ ການຮູ້ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝ ເພື່ອເປັນເຄື່ອງມືໃນການເຂົ້າເຖິງຕະຫຼາດ, ແຫຼ່ງຄວາມຮູ້ ແລະ ແຫຼ່ງທຶນໄດ້ກວ້າງຂວາງຂຶ້ນ.
.
ກອງປະຊຸມຄັ້ງນີ້, ຈະເປັນບາດກ້າວໜຶ່ງໃນການຍົກບົດບາດ ແລະ ເປີດເວທີໃຫ້ເຫັນ ພາລະບົດບາດຂອງ ພະນັກງານເພດຍິງທີ່ເປັນຜູ້ນຳໃນຍຸກດິຈິຕອນ, ໄດ້ມາແລກປ່ຽນບົດຮຽນຄວາມເປັນຜູ້ນຳຂອງແມ່ຍິງ ເພື່ອເພີ່ມໂອກາດໃຫ້ແມ່ຍິງ ແລະ ເຍົາວະຊົນ, ຊາວໜຸ່ມ ເຂົ້າເຖິງທັກສະດ້ານດິຈິຕອນ ແລະ ລະບົບການສຶກສາທາງອອນລາຍ ເພື່ອຫຼຸດຜ່ອນຄວາມແຕກໂຕນ ແລະ ຊ່ອງວ່າງຂອງການນຳໃຊ້ດິຈິຕອນ ລະຫວ່າງ ຍິງ-ຊາຍ ໃນສັງຄົມລາວ, ເຊິ່ງທາງ ກະຊວງ ຕສ ແລະ ອົງການ UNDP ໄດ້ເລັ່ງເຫັນຄວາມສໍາຄັນຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ດັ່ງນັ້ນ, ຈຶ່ງໄດ້ຈັດຝຶກອົບຮົມໃຫ້ແກ່ເອື້ອຍນ້ອງແມ່ຍິງ ພາຍໃນກະຊວງ ຕສ ເພື່ອສ້າງຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມ ຍົກລະດັບຄວາມຮູ້ຄວາມສາມາດ ແລະ ເພີ່ມຂີດຄວາມສາມາດ ໃຫ້ເອື້ອຍນ້ອງແມ່ຍີງໃນພາວະການເປັນຜູ້ນຳໃນຍຸກຫັນເປັນດິຈິຕອນ ແລະ ເພື່ອສະເຫຼີມສະຫຼອງວັນແມ່ຍີງສາກົນ ເຊິ່ງມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ:
- ກິດຈະກໍາ Global Women Leadership Academy;
- ພາວະຄວາມເປັນຜູ້ນໍາ ໃນຍຸກແຫ່ງການປ່ຽນແປງໃໝ່ Transformation Leadership;
- ຄວາມເຂົ້າໃຈຂອງກຸ່ມຄົນ ແຕ່ລະຍຸກສະໄໝ ແລະ ການປ່ຽນແປງຂອງໂລກ VUCA;
- ໄດ້ຮັບຟັງການເລົົ່າເລື່ອງລາວ ຈາກປະສົບການຕົວຈິງ (Story Telling Women Leader);
.
ນອກຈາກນັ້ນ, ຍັງໄດ້ເປີດເວທີໃຫ້ເອື້ອຍນ້ອງຍິງ ໄດ້ແລກປ່ຽນຄຳຄິດຄຳເຫັນຫຼາຍຢ່າງທີ່ເປັນຄວາມຮູ້ໃໝ່ໆໃຫ້ເອື້ອຍນ້ອງຍິງໄດ້ນຳໄປປັບໃຊ້ເຂົ້າກັບຊີວິດການເປັນຢູ່ ແລະ ການເຮັດວຽກຂອງແຕ່ລະພາກສ່ວນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ຮ່ວມເຮັດກິດຈະກຳທີ່ເປັນປະໂຫຍດ ເພື່ອເສີມທັກສະຂອງພາວະການເປັນຜູ້ນຳໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນ.ກອງປະຊຸມສຳມະນາ ມີບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຟົດຟື້ນ ຍ້ອນນັກສຳມະນາກອນທຸກທ່ານ ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ຢ່າງພ້ອມໜ້າ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ








