ກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX)

18/03/2026

ກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX)

ໃນຕອນເຊົ້າຂອງວັນທີ 17 ມີນາ 2026, ທີ່ ໂຮງແຮມ ອາມາຣີ (Amari), ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ປຶກສາຫາລືແລກປ່ຽນ ກ່ຽວກັບການພັດທະນາລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange - GDX) ເພື່ອເຊື່ອມຕໍ່ບັນດາຖານຂໍ້ມູນພາກລັດເຂົ້າດ້ວຍກັນ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ຂັ້ນສູນກາງ, ຊ່ຽວຊານທາງດ້ານເຕັກໂນໂລຊີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກອງປະຊຸມໃນຄັ້ງນີ້ ແມ່ນປະຕິບັດຕາມທິດທາງແຜນການພັດທະນາເສດຖະກິດດິຈິຕອນ ແລະ ຍຸດທະສາດລວມຂອງລັດຖະບານ ທີ່ແນ່ໃສ່ຍົກລະດັບການບໍລິຫານລັດໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ທັນສະໄໝ. ລະບົບ GDX ຈະເຂົ້າມາມີບົດບາດເປັນ "ສູນກາງໃນການເຊື່ອມໂຍງຂໍ້ມູນພາກລັດ " ທີ່ເຮັດໜ້າທີ່ເຊື່ອມໂຍງຖານຂໍ້ມູນຂອງແຕ່ລະກະຊວງ ທີ່ເຄີຍເຮັດວຽກແບບແຍກສ່ວນ ໃຫ້ສາມາດແລກປ່ຽນ ແລະ ສື່ສານຫາກັນໄດ້ບົນມາດຕະຖານດຽວກັນ.

.

ໃນກອງປະຊຸມ ທ່ານປະທານ ໄດ້ເນັ້ນໜັກວ່າ: ລະບົບ GDX ຈະກາຍເປັນ ຂົວຕໍ່ ” ທີ່ສຳຄັນທີ່ສຸດ. ມັນຈະເຮັດໜ້າທີ່ເປັນ ສູນກາງການເຊື່ອມຕໍ່ (Integrator) ທີ່ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ເພື່ອເຊື່ອມໂຍງຖານຂໍ້ມູນຂອງທຸກກະຊວງເຂົ້າຫາກັນແບບທັນທີ. ແນ່ໃສ່ ໃນການພັດທະນາລະບົບ ການບໍລິການແບບປະຕູດຽວ (One-Stop Service) ຊຶ່ງປະຊາຊົນຈະບໍ່ຈໍາເປັນຕ້ອງຖືເອກະສານຊໍ້າຊ້ອນໄປມາລະຫວ່າງຂະແໜງການ, ແຕ່ຍັງສາມາດເຮັດທຸກຢ່າງຜ່ານລະບົບອອນລາຍໄດ້ທຸກທີ່ ທຸກເວລາ,  ແລະ ສຳຄັນທີ່ສຸດ ຄື ສ້າງຄວາມໂປ່ງໃສ ແລະ ວ່ອງໄວ, ຫຼຸດຜ່ອນຂັ້ນຕອນທີ່ຊ້ຳຊ້ອນ, ປະຢັດງົບປະມານ ແລະ ເຮັດໃຫ້ການວາງແຜນນະໂຍບາຍຂອງລັດຖະບານມີຄວາມຊັດເຈນບົນພື້ນຖານຂໍ້ມູນທີ່ຖືກຕ້ອງ.

.

ພາຍໃນກອງປະຊຸມ, ໄດ້ມີຕາງໜ້າ ຂອງບໍລິສັດ VNPT ຫວຽດນາມ ນຳສະເໜີ ບົດຮຽນການພັດທະນາ ແລະ ຄວາມສຳເລັດຂອງ ການນຳໃຊ້ ລະບົບ GDX ພ້ອມທັງແນະນຳບົດຮຽນໃຫ້ແກ່ ສປປ ລາວ,  ແລະ ຕາງໜ້າຂອງ ສູນບໍລິຫານລັດດິຈິຕອນ ກໍ່ໄດ້ນຳສະເໜີ ແຜນການພັດທະນາລະບົບ GDX  ຂອງ ສປປ ລາວ.  ພ້ອມກັນນັ້ນ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ. ຂໍ້ສະເໜີແນະທີ່ໄດ້ຈາກກອງປະຊຸມຄັ້ງນີ້ ລ້ວນແລ້ວແຕ່ເປັນຂໍ້ມູນທີ່ສຳຄັນ ເພື່ອໃຫ້ຄະນະຮັບຜິດຊອບນຳໄປສ້າງເປັນ ແຜນດຳເນີນ ທີ່ຊັດເຈນ.

.

ກອງປະຊຸມສຳມະນາດັ່ງກ່າວ ໄດ້ດຳເນີນໄປຈົນເຖິງເວລາ 12:00 ໂມງ ຈຶ່ງໄດ້ອັດລົງດ້ວຍໝາກຜົນອັນຈົບງາມ. ໃນຕອນທ້າຍ, ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ທຸກກະຊວງ-ອົງການ ກຽມຄວາມພ້ອມທາງດ້ານຖານຂໍ້ມູນພາຍໃນຂອງຕົນ ໃຫ້ໄດ້ມາດຕະຖານ ເພື່ອກຽມພ້ອມເຊື່ອມຕໍ່ເຂົ້າສູ່ລະບົບ GDX ໃນອະນາຄົດອັນໃກ້ນີ້, ຮ່ວມກັນສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ການບໍລິຫານລັດດິຈິຕອນ ຂອງ ສປປ ລາວ.

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ