“ກອງປະຊຸມເປີດຕົວ ໂຄງການເລັ່ງການຫັນເປັນດີຈີຕອນ ຢູ່ ສປປ ລາວ" Accelerating Digital Transformation in Lao PDR

24/06/2026

“ກອງປະຊຸມເປີດຕົວ ໂຄງການເລັ່ງການຫັນເປັນດີຈີຕອນ ຢູ່ ສປປ ລາວ

ໃນຕອນເຊົ້າ ວັນທີ 16 ມິຖຸນາ 2026, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການ ສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເປີດຕົວ "ໂຄງການເລັ່ງການຫັນເປັນດີຈີຕອນ ຢູ່ ສປປ ລາວ" ຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມລ້ານຊ້າງ, ສໍານັກງານອົງການສະຫະປະຊາຊາດ (UN House), ນະຄອນຫຼວງວຽງຈັນ; ເຊິ່ງໃຫ້ກຽດເປັນປະທານຮ່ວມກ່າວເປີດກອງປະຊຸມຄັ້ງນີ້ ໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ມາຕິນ ເທຍເຣີ (Ms. Martine Thérer), ຜູ້ຕາງໜ້າປະຈຳການອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ, ເຊິ່ງມີຄະນະສູນ ແລະ ຄະນະພະແນກ, ຕາງໜ້າຈາກບັນດາກະຊວງ, ສະຖາບັນພາກລັດ ແລະ ຜູ້ຊ່ຽວຊານຈາກອົງການ UNDP ເຂົ້າຮ່ວມທັງໝົດຫຼາຍກວ່າ 40 ທ່ານ.

ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ຜູ້ປະສານງານການຫັນເປັນລັດດີຈີຕອນຂອງແຕ່ລະກະຊວງ ກ່ຽວກັບບັນດາເປົ້າໝາຍ, ແນວທາງວິທີການຈັດຕັ້ງປະຕິບັດ, ການກຳນົດບູລິມະສິດ, ຄ່າໃຊ້ຈ່າຍ, ການລົງທຶນ ແລະ ກິດຈະກຳຕ່າງໆ ເພື່ອໃຫ້ສອດຄ່ອງກັບບູລິມະສິດຂອງລັດຖະບານ ແລະ ການເງິນຂອງຄູ່ຮ່ວມງານ; ພ້ອມທັງແນະນໍາບົດບາດ, ຄວາມຮັບຜິດຊອບ ແລະ ແຜນງານປະຈຳປີ ເພື່ອເພີ່ມທະວີການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການຂອງບັນດາຂະແໜງການພາກລັດ.

ການຫັນເປັນດີຈີຕອນ ຖືເປັນກຸນແຈສໍາຄັນສໍາລັບ ສປປ ລາວ ໃນການເລັ່ງການພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄຸນນະພາບການບໍລິການພາກລັດ ແລະ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG). ປັດຈຸບັນ, ສປປ ລາວ ຖືກຈັດຢູ່ອັນດັບທີ 152 ຂອງໂລກໃນດັດຊະນີການພັດທະນາລັດຖະບານເອເລັກໂຕຣນິກ ແລະ ຍັງຄົງປະເຊີນກັບສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນ ລະບົບດີຈີຕອນທີ່ບໍ່ສາມາດໃຊ້ງານຮ່ວມກັນໄດ້, ຂໍ້ຈຳກັດດ້ານການເຊື່ອມຕໍ່ - ແລກປ່ຽນຂໍ້ມູນ, ບັນດາຂໍ້ມູນເປີດພາກລັດ ແລະ ຂີດຄວາມອາດສາມາດທີ່ຫຼຸດລື່ນກັນຂອງບັນດາຂະແໜງການ.

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ໂຄງການດັ່ງກ່າວຈະເຂົ້າມາຊ່ວຍຊຸກຍູ້ ແລະ ຂັບເຄື່ອນການຫັນເປັນດີຈີຕອນຂອງຊາດ ໂດຍເນັ້ນໃສ່ 2 ແຜນງານລິເລີ່ມທີ່ສໍາຄັນ ຄື:

  1. ສົ່ງເສີມການປະສານງານ ລະຫວ່າງ ກະຊວງ-ຂະແໜງການ ພາຍໃຕ້ກົນໄກ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (NCDT).
  2. ສ້າງແຜນງານລັດຖະບານດີຈີຕອນແບບລວມສູນ ຂອງລັດຖະບານ ລວມເຖິງການກໍານົດງົບປະມານ ແລະ ຈັດລຽງບູລິມະສິດ ເພື່ອເປັນບ່ອນອີງໃຫ້ແກ່ວຽກງານການຫັນເປັນດີຈີຕອນແບບຮອບດ້ານ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນຍຸດທະສາດ, ບົດບາດຂອງ ກຕສ ແລະ ບາດກ້າວຕໍ່ໄປ; ພ້ອມທັງໄດ້ກວດກາ ແລະ ຮັບຮອງແຜນວຽກປະຈຳປີ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ດຳເນີນໄປຢ່າງມີປະສິດທິພາບ, ສາມາດປົດລ໋ອກການຄຸ້ມຄອງການເງິນພາກລັດ ແລະ ຂະຫຍາຍການເຂົ້າເຖິງບໍລິການທາງການເງິນໃຫ້ແກ່ປະຊາຊົນ ໂດຍສະເພາະໃນເຂດຫ່າງໄກສອກຫຼີກຢ່າງທົ່ວເຖິງ.

ໃນຕອນທ້າຍ, ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ຕສ ໄດ້ຕາງໜ້າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວມີຄຳເຫັນໃຫ້ແກ່ກອງປະຊຸມ ແລະ ກ່າວສະຫຼຸບກອງປະຊຸມ, ພ້ອມທັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານ ແລະ ສະເໜີແຜນສືບຕໍ່ປະຕິບັດໂຄງການດັ່ງກ່າວຕາມແຜນທີ່ກໍານົດໄວ້ ເພື່ອຊ່ວຍຂັບເຄື່ອນ ແລະ ເປັນອີກແຮງໜຶ່ງທີ່ສະໜັບສະໜູນການພັດທະນາ  ວຽກງານເຕັກໂນໂລຊີ ແລະ ການສື່ສານ, ວຽກງານການຫັນເປັນດີຈີຕອນຂອງ ສປປ ລາວ ໃຫ້ມີຄວາມກ້າວກະໂດດ ແລະ ພັດທະນາຂຶ້ນເລື່ອຍໆ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ ເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 12:00 ໂມງ ຂອງວັນດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ