30/06/2026
ໃນວັນທີ 23 ມິຖຸນາ 2026 ຜ່ານມາ, ຄະນະຜູ້ແທນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ ເວທີປຶກສາຫາລື AI ທົ່ວໂລກ (Public AI Global Forum) ເຊິ່ງຈັດຂຶ້ນໂດຍ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ຮ່ວມກັບ ອົງການສັງຄົມຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກ ສ.ເກົາຫຼີ, ເຊີເບຍ, ອິນໂດເນເຊຍ, ສປປ ລາວ ແລະ ກໍາປູເຈຍ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແບ່ງປັນປະສົບການຂອງ ສ.ເກົາຫຼີ ແລະ ບັນດາປະເທດ ໃນພາກພື້ນ ກ່ຽວກັບ ການພັດທະນາ ແລະ ເພື່ອເພີ່ມບົດບາດໃນການຈັດຕັ້ງປະຕິບັດບັນດາວຽກໃນການຫັນເປັນດິຈິຕອນໂດຍການນໍາໃຊ້ເຕັກໂນໂລຊີ AI ແລະ ລົງເລິກກ່ຽວກັບແນວທາງການຈັດຕັ້ງປະຕິບັດທີ່ສ້າງສັນເພື່ອການພັດທະນາລະບົບ AI ຂອງ ບັນດາປະເທດທີ່ເຂົ້າຮ່ວມ. ລວມເຖິງໃຫ້ບັນດາປະເທດລາຍງານຄືນກ່ຽວກັບການຈັດຕັ້ງປະຕິບັດໂຄງການ DGCC ທີ່ຜ່ານມາ. ໃນກອງປະຊຸມ, ທ່ານ ຄໍາຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນໄດ້ຂຶ້ນກ່າວມີຄໍາເຫັນໃນພິທີເປີດສໍາມະນາ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງກອງປະຊຸມ ແລະ ຍົກໃຫ້ເຫັນການພັດທະນາ AI ລວມໄປເຖິງການຮ່ວມມືໃນໂຄງການ DGCC ທີ່ຜ່ານມາ ຂອງ ສປປ.ລາວ.

ກອງປະຊຸມສໍາມະນາໃນຄັ້ງນີ້, ຄະນະໄດ້ຮຽນຮູ້ ບົດຮຽນກ່ຽວກັບຍຸດທະສາດ AI, ລະບຽບການ ແລະ ເຕັກໂນໂລຊີ ໃນການຂັບເຄື່ອນ AI ຂອງລັດຖະບານດິຈິຕອນ, ໂດຍນຳໃຊ້ AI ເພື່ອຍົກລະດັບຈາກລັດຖະບານດິຈິຕອນ ເປັນ ລັດຖະບານອັດສະລິຍະ. ພ້ອມນັ້ນ, ຄະນະຈາກ ສປປ ລາວ ຍັງໄດ້ແລກປ່ຽນບົດຮຽນກັບປະເທດທີ່ເຂົ້າຮ່ວມ ທີ່ໄດ້ເລີ່ມພັດທະນາ AI ນຳໃຊ້ເຂົ້າໃນ ວຽກງານບໍລິຫານລັດດິຈິຕອນ ເພື່ອເປີດໂອກາດໃນການຮ່ວມງານວັນ e-Government ຂອງ ສ. ເກົາຫຼີ ທີ່ຈະໄດ້ຈັດຂື້ນໃນຕໍ່ໜ້າ ເພື່ອເປັນການພັດທະນາຫັນເປັນ ປັນນຍາປະດິດ (AI) ຂອງພາກລັດ, ບໍລິສັດເອກະຊົນຜັນຂະຫຍາຍປັນຍາປະດິດ ( AI) ຮັບໃຊ້ເຂົ້າວຽກງານທຸລະກິດ ແລະ ການດໍາລົງຊີວິດຂອງປະຊາຊົນເກົາຫຼີໃຫ້ຫຼາຍຂື້ນ, ພ້ອມນັ້ນ ສ. ເກົາຫຼີ ຫາກໍ່ເປີດນໍາໃຊ້ກົດໝາຍວ່າດ້ວຍປັນຍາປະດິດ (AI) ເຊີ່ງເປັນບົດຮຽນເພື່ອໃຫ້ສຶກສາ ນໍາມາໝູນໃຊ້ຈັດຕັ້ງປະຕິບັດໃນແຕ່ລະປະເທດ.

