02/07/2026
ໃນລະຫວ່າງວັນທີ 23-25 ມິຖຸນາ 2026 ທີ່ເມືອງ ທີບີລີຊີ, ປະເທດ ຈໍເຈຍ. ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມລະດັບສູງ (UN public Service Forum 2026) ພາຍໃຕ້ຫົວຂໍ້: "ການຫັນປ່ຽນການບໍລິການລັດດ້ວຍເຕັກໂນໂລຊີ ແລະ AI”. ໃຫ້ກຽດເປັນປະທານໃນການເປີດງານເປັນທາງການໂດຍ ທ່ານ ອີຣັກລີ ໂຄບາຄິດເຊ (Irakli Kobakhidze), ນາຍົກລັດຖະມົນຕີ ປະເທດຈໍເຈຍ, ທ່ານ ປາອາຕາ ຊາເລຍ ລັດຖະມົນຕີກະຊວງຍຸຕິທຳ, ແລະ ທ່ານ ລີ ຈິ່ນຮົວ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ. ໂດຍໄດ້ເຕົ້າໂຮມເອົາບັນດາຜູ້ແທນຈາກລັດຖະບານ 47 ປະເທດ ແລະ ຜູ້ຊ່ຽວຊານສາກົນ ມາຮ່ວມກັນຄົ້ນຄວ້າ ແລະ ສົນທະນາ ກ່ຽວກັບການນໍາໃຊ້ນະວັດຕະກຳໃໝ່ໆ ທີ່ຢຶດຖືເອົາປະຊາຊົນເປັນໃຈກາງ ໃນການບໍລິການພາກລັດ.

ຄະນະຜູ້ແທນ ຈາກລັດຖະບານ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພື່ອຕິດຕາມ, ສຶກສາ ແລະ ຖອດຖອນບົດຮຽນອັນທັນສະໄໝ ຈາກບັນດາປະເທດຕ່າງໆ ທົ່ວໂລກ, ກະກຽມຄວາມພ້ອມໃນການນຳມາຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການພັດທະນາລະບົບ Digital Government ຫຼື ໂຄງລ່າງພື້ນຖານດິຈິຕອນ ຂອງ ສປປ ລາວ ໃນຕໍ່ໜ້າ. ກອງປະຊຸມໄດ້ດຳເນີນເປັນເວລາ 3 ວັນ ຖືວ່າ ມີຄວາມສຳຄັນດ້ານເຕັກໂນໂລຊີຢ່າງຫຼວງຫຼາຍ ເພາະເປັນເວທີທີ່ຜູ້ນຳທົ່ວໂລກໄດ້ມານຳສະເໜີ ແລະ ເຜີຍແຜ່ ວຽກງານຂອງຕົນຕໍ່ເວທີສາກົນໃນຫົວຂໍ້ຍຸດທະສາດ ເຊັ່ນ:
- ການຫັນເປັນດິຈິຕອນ ແລະ AI: ປັດຈຸບັນຄວາມຕ້ອງການຂອງປະຊາຊົນມີສູງຂຶ້ນ ເພາະເຕັກໂນໂລຊີ ແລະ ປັນຍາປະດິດ (AI) ກຳລັງກ້າວໂດດ. ດັ່ງນັ້ນ ພາກລັດຈຳເປັນຕ້ອງເອົາ AI ແລະ ເຕັກໂນໂລຊີໃໝ່ໆ ມາຊ່ວຍເຮັດວຽກ ເພື່ອໃຫ້ບໍລິການປະຊາຊົນໄດ້ໄວຂຶ້ນ.
- ຄວາມປອດໄພຂອງຂໍ້ມູນ (Data Protection): ໃນຍຸກອິນເຕີເນັດ, ການປົກປ້ອງຂໍ້ມູນສ່ວນຕົວຂອງປະຊາຊົນບໍ່ໃຫ້ຮົ່ວໄຫຼ ແມ່ນສິ່ງທີ່ຫຼາຍໆປະເທດໃຫ້ຄວາມສຳຄັນເປັນອັນດັບໜຶ່ງ.
- ຫຼຸດຜ່ອນການສໍ້ລາດບັງຫຼວງ (Anti-Corruption): ການປ່ຽນຈາກການຍື່ນເອກະສານແບບໃຊ້ເຈ້ຍ ຫັນມາເປັນລະບົບອອນລາຍ (Digital Transformation) ຈະຊ່ວຍໃຫ້ການເຮັດວຽກຂອງລັດມີຄວາມໂປ່ງໃສ ກວດສອບໄດ້ທຸກຂັ້ນຕອນ ແລະ ຫຼຸດຜ່ອນບັນຫາການສໍ້ລາດບັງຫຼວງ.ກອງປະຊຸມຈະປິດສາກລົງດ້ວຍພິທີມອບລາງວັນໃຫ້ແກ່ "ໂຄງການນວັດຕະກຳດິຈິຕອນທີ່ດີເດັ່ນ" ທີ່ສາມາດເອົາມາໃຊ້ຍົກລະດັບຊີວິດການເປັນຢູ່ ແລະ ການບໍລິການປະຊາຊົນໄດ້ແທ້ຈິງ.
ການເຂົ້າຮ່ວມຂອງ ສປປ ລາວ ໃນເວທີລະດັບໂລກຄັ້ງນີ້ ຈຶ່ງເປັນຂີດໝາຍອັນສຳຄັນ ທີ່ສະແດງໃຫ້ເຫັນວ່າ ປະເທດລາວເຮົາກໍກຳລັງກ້າວໄປພ້ອມກັບກະແສເຕັກໂນໂລຊີໂລກ ເພື່ອສ້າງລະບົບບໍລິຫານລັດ ທີ່ທັນສະໄໝ ແລະ ສະດວກສະບາຍໃຫ້ແກ່ປະຊາຊົນລາວທົ່ວປະເທດ, ທີ່ສຳຄັນ ເພື່ອຂັບເຄື່ອນການຫັນເປັນດິຈິຕອນຂອງລັດຖະບານລາວ ໃຫ້ກ້າວທັນກັບຍຸກສະໄໝ ແລະ ຕອບໂຈດຄວາມຕ້ອງການຂອງປະຊາຊົນຢ່າງແທ້ຈິງ.



