ຝຶກອົບຮົມ ການຄຸ້ມຄອງລະບົບສື່ສານພາກລັດ (G-Chat V2 + AI) ຂັ້ນຜູ້ຄຸ້ມຄອງລະບົບ (Admin) ໃຫ້ແກ່ຜູ້ຮັບຜິດຊອບຈາກກະຊວງ/ອົງການທຽບເທົ່າ ແລະ ຂັ້ນແຂວງ/ນະຄອນຫຼວງທົ່ວປະເທດ

16/07/2026

ຝຶກອົບຮົມ ການຄຸ້ມຄອງລະບົບສື່ສານພາກລັດ (G-Chat V2 + AI) ຂັ້ນຜູ້ຄຸ້ມຄອງລະບົບ (Admin) ໃຫ້ແກ່ຜູ້ຮັບຜິດຊອບຈາກກະຊວງ/ອົງການທຽບເທົ່າ ແລະ ຂັ້ນແຂວງ/ນະຄອນຫຼວງທົ່ວປະເທດ

ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2026, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດພິທີຝຶກອົບຮົມ ການຄຸ້ມຄອງລະບົບສື່ສານພາກລັດ (G-Chat V2 + AI) ຂັ້ນຜູ້ຄຸ້ມຄອງລະບົບ(Admin)  ຂັ້ນກະຊວງ ໃຫ້ແກ່ຜູ້ຄຸ້ມຄອງລະບົບຂັ້ນກະຊວງ/ອົງການ ແລະ ຂັ້ນແຂວງ/ນະຄອນຫຼວງ ທົ່ວປະເທດ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ​ 02 ຕຶກ ສູນອິນເຕີເນັດແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ,  ໃນລະຫວ່າງວັນທີ 15-16 ກໍລະກົດ 2026. ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງ ຕສ, ການຝຶກອົບຮົມຄັ້ງນີ້ ໃນວັນທີ 15 ກໍລະກົດ 2026 ແມ່ນມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການ/ທຽບເທົ່າຢູ່ສູນກາງ ຈໍານວນ 33 ພາກສ່ວນ ມີຜູ້ເຂົ້າຮ່ວມ 70 ກວ່າທ່ານ ແລະ ວັນທີ 16 ກໍລະກົດ 2026  ແມ່ນຈັດໃນຮູບແບບກອງປະຊຸມທາງໄກ (Vidio Conference) ໃຫ້ບັນດາແຂວງທົ່ວປະເທດ ເຊີ່ງມີ 18 ແຂວງ ຜູ້ເຂົ້າຮ່ວມທັງໝົດ ຈຳນວນ 60 ກວ່າທ່ານ.

ຈຸດປະສົງສຳຄັນຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອພັດທະນາຄວາມຮູ້ ແລະ ທັກສະໃນການຄຸ້ມຄອງບັນຊີຜູ້ໃຊ້, ການຈັດການຂໍ້ມູນ, ການກຳນົດສິດການນຳໃຊ້ ແລະ ການແກ້ໄຂບັນຫາເບື້ອງຕົ້ນຂອງລະບົບ. ພ້ອມກັນນັ້ນ ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນພາກລັດຢູ່ຂັ້ນກະຊວງ/ອົງການ ແລະ ນະຄອນຫຼວງ/ແຂວງ ໃຫ້ສາມາດຄຸ້ມຄອງລະບົບສື່ສານພາກລັດ (G-Chat) ດ້ວຍຕົນເອງ ເປັນການນໍາເອົາລະບົບດິຈິຕອນມານໍາໃຊ້ໃນວຽກງານປະຈຳວັນ ເພື່ອເພີ່ມປະສິດທິພາບການສື່ສານ ແລະ ການປະສານງານລະຫວ່າງອົງກອນພາກລັດດ້ວຍກັນ.

ການຈັດຝຶກອົບຮົມດັ່ງກ່າວ ຖືເປັນອີກໜຶ່ງກ້າວສຳຄັນໃນການພັດທະນາທັກສະດິຈິຕອນຂອງບຸກຄະລາກອນພາກລັດ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນຂອງ ສປປ ລາວ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ໂດຍມີລະບົບ G-Chat ເປັນໜຶ່ງໃນເຄື່ອງມືສຳຄັນທີ່ຊ່ວຍເຊື່ອມໂຍງການສື່ສານຂອງພາກລັດໃຫ້ມີປະສິດທິພາບ ແລະ ປອດໄພສູງ.

ໃນພິທີເປີດຝຶກອົບຮົມ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ) ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນທັນສະໄໝ ຂອງທຸກຂະແໜງການ ຕາມແຜນການຫັນເປັນດິຈິຕອນຂອງລັດຖະບານ ສປປ ລາວ. ຊຶ່ງການຫັນເປັນລັດຖະບານດິຈິຕອນ ແມ່ນໜຶ່ງໃນວຽກງານທີ່ສໍາຄັນນອນໃນສາມເສົາຄໍ້າຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ສະນັ້ນ, ຕ້ອງໄດ້ຫັນການບໍລິຫານ ແລະ ບໍລິການຂອງພາກລັດເປັນດິຈິຕອນ ເພື່ອສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ໃຫ້ບໍລິການພາກລັດໃຫ້ມີຄວາມຫຼາກຫຼາຍ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພດ້ານຂໍ້ມູນ, ພ້ອມກັນນັ້ນການເຊື່ອມໂຍງການສື່ສານພາກລັດກັບລະບົບປັນຍາປະດິດລາວ (Lao AI)  ເຊີ່ງນອກຈາກອໍານວຍຄວາມສະດວກໃຫ້ການບໍລິຫານຈັດການຂອງພາກລັດເອງແລ້ວ ຍັງເປັນເງື່ອນໄຂ ທີ່ສໍາຄັນກ້າວໄປສູ່ບໍລິການພາກລັດໄປສູ່ປະຊາຊົນໄດ້ວ່ອງໄວມີຄວາມສະດວກຂື້ນກວ່າເກົ່າ.

ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ມີການສົນທະນາ-ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນກ່ຽວກັບປະສົບການໃນການຄຸ້ມຄອງ, ນຳໃຊ້ລະບົບ (Platforms)ບໍລິການລັດ ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ພັດທະນາລະບົບ ໃຫ້ສາມາດຮັບໃຊ້ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອເຮັດໃຫ້ການຫັນເປັນລັດຖະບານດິຈິຕອນ ເປັນຮູບປະທໍາ ໂດດເດັ່ນ ໄດ້ຮັບຜົນປະໂຫຍດຈະແຈ້ງຂື້ນເທື່ອລະກ້າວ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ສຳເລັດລົງ ວັນທີ 16 ກໍລະກົດ 2026.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ