21/07/2026
ໃນລະຫວ່າງວັນທີ 7-11 ກໍລະກົດ 2026 ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ, ເພື່ອເຂົ້າຮ່ວມປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນ ວຽກງານ ຄຸ້ມຄອງມະຫາພາກການຫັນເປັນດິຈິຕອນ, ປັນຍາປະດິດ ແລະ ການບໍລິການລວມສູນພາກລັດ.

ການເດີນທາງໄປຄັ້ງນີ້ ຄະນະ ສູນບໍລິຫານລັດດິຈິຕອນ ໄດ້ປະຊຸມທາງດ້ານວິຊາການ ຮ່ວມກັບ ກົມຫັນເປັນດິຈິຕອນແຫ່ງຊາດ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ການຄຸ້ມຄອງມະຫາພາກສຳລັບການຫັນເປັນດິຈິຕອນຂອງພາກລັດ ໂດຍຝ່າຍ ຫວຽດນາມ ໄດ້ນຳສະເໜີ ການສ້າງກອບນິຕິກຳ, ມາດຕະຖານ ລວມເຖິງ ສະຖາປັດຕະຍະກຳລະບົບເຕັກໂນໂລຊີສຳລັບວຽກງານບໍລິຫານ ແລະ ບໍລິການຂອງລັດ. ຫຼັງຈາກນັ້ນ ຄະນະຜູ້ແທນ ໄດ້ສືບຕໍ່ປະຊຸມວິຊາການ ກັບ ກົມເຕັກໂນໂລຊີ ແລະ ປັນຍາປະດິດ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ການວາງນະໂຍບາຍ ເພື່ອພັດທະນາອຸດສາຫະກໍາເຕັກໂນໂລຊີ, ການດຶງດູດການລົງທຶນທາງດ້ານເຕັກໂນໂລຊີ ພ້ອມທັງແລກປ່ຽນ ຍຸດທະສາດປັນຍາປະດິດ (AI) ຂອງ ຫວຽດນາມ. ໃນໂອກາດນີ້ ຄະນະສູນບໍລິຫານລັດດິຈິຕອນ ຍັງໄດ້ປະຊຸມຮ່ວມກັບ ພາກເອກະຊົນຂອງ ສສ ຫວຽດນາມ ຄື ບໍລິສັດ VNPT-I ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການພັດທະນາລະບົບເຕັກໂນໂລຊີ ສຳລັບບໍລິການປະຕູດຽວຂອງ ສສ ຫວຽດນາມ.
ໃນການເດີນທາງໄປສຶກສາ ແລະ ແລກປ່ຽນ ຢູ່ນະຄອນຫຼວງຮ່າໂນ້ຍຄັ້ງນີ້, ຄະນະຜູ້ແທນຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງຖືໂອກາດ ໄປເຂົ້າຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ປ່ອງບໍລິການປະຕູດຽວ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສູນບໍລິການພາກລັດຂອງ ນະຄອນຫຼວງຮ່າໂນ້ຍ ແລະ ສູນບໍລິການພາກລັດ ຂອງ ແຂວງ ນິງບິງ ເພື່ອສຶກສາຮູບແບບ ການໃຫ້ບໍລິການລວມສູນ ຂອງຂັ້ນກະຊວງ ແລະ ຂອງຂັ້ນແຂວງ ເພື່ອສຶກສາ ແລະ ນຳມາປັບປຸງ ການບໍລິການປະຕູດຽວ ຂອງ ສປປ ລາວ ໃນອະນາຄົດ.







