ຝຶກອົບຮົມການພັດທະນາເວັບໄຊ Full Stack Web Development ໃຫ້ແກ່ພະນັກງານກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການຮ່ວມມືລະຫວ່າງ ສູນບໍລິຫານລັດດິຈິຕອນ ແລະ ອົງການ KWISA

10/08/2026

ຝຶກອົບຮົມການພັດທະນາເວັບໄຊ Full Stack Web Development ໃຫ້ແກ່ພະນັກງານກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການຮ່ວມມືລະຫວ່າງ ສູນບໍລິຫານລັດດິຈິຕອນ ແລະ ອົງການ KWISA

ໃນລະຫວ່າງວັນທີ 27 ກໍລະກົດ 2026 ຫາ 07 ສິງຫາ 2026, ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ "ການພັດທະນາເວັບໄຊ" ທີ່ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງໄດ້ຮັບກຽດຈາກອາຈານສອນຈາກ ສ. ເກົາຫຼີ ທີ່ປະຈໍາສູນ Korea-ASEAN Digital Academy (KADA) ປະຈໍາລາວ ມາເປັນຜູ້ຖ່າຍທອດຄວາມຮູ້ໃນຄັ້ງນີ້ ແລະ ມີຜູ້ຕາງໜ້າເຂົ້າຮ່ວມຈາກ ບັນດາກົມ, ສູນ, ສະຖາບັນທຽບເທົ່າ ພາຍໃນ ກະຊວງ ຕສ ລວມທັງໝົດຈຳນວນ 30 ທ່ານ.  

ການຝຶກອົບຮົມໃນຄັ້ງນີ້,  ເປັນໜຶ່ງໃນແຜນກິດຈະກຳທີ່ຜັນຂະຫຍາຍ ການຮ່ວມມືລະຫວ່າງ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການ KWISA ສໍາລັບເນື້ອໃນຫຼັກຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ການພັດທະນາເວັບໄຊແບບ Full Stack ເຊິ່ງກວມເອົາທັງດ້ານ Front End ແລະ Back End, ໂດຍມີເປົ້າ  ໝາຍເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນໍາຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ.

ໃນໂອກາດນີ້, ທ່ານນາງ ວັນນະພາ ພົມມະທັນສີ ຮອງສູນບໍລິຫານລັດດິຈິຕອນ, ກະຊວງ ຕສ ໄດ້ມີຄໍາເຫັນ ຕໍ່ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເປັນໜຶ່ງໃນກິດຈະກໍາ ເພື່ອຜັນຂະຫຍາຍບົດບັນທຶກດັ່ງກ່າວ ແລະ ມີຈຸດປະສົງ ເພື່ອ ແລກປ່ຽນບົດຮຽນ, ສ້າງຄວາມອາດສາມາດ  ຂອງພະນັກງານ-ລັດຖະກອນ ພາຍໃນກະຊວງ ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາທັກສະບຸກຄະລາກອນພາຍໃນກະຊວງ ໃຫ້ສາມາດກ້າວທັນກັບສະພາບການພັດທະນາທາງດ້ານເຕັກໂນໂລຊີໃນປັດຈຸບັນ.

ນອກຈາກນັ້ນ, ການຝຶກອົບຮົມຄັ້ງນີ້ແມ່ນເປັນການເປີດໂອກາດໃຫ້ກັບນັກສຳມະນາກອນມີການສົນທະນາ, ແລກປ່ຽນຂໍ້ມູນ, ຊື່ງການສົນທະນາແມ່ນມີຄວາມຟົດຟື້ນ ແລະ ມີຄວາມຫຼາກຫຼາຍ ແລະ ເປັນໂອກາດອັນດີ ເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນການພັດທະນາເວັບໄຊ, ເປັນການສ້າງຄວາມອາດສາມາດ ແລະ ເຮັດໃຫ້ລັດຖະກອນ ເຂົ້າໃຈຄວາມສໍາຄັນ ແລະ ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານການສ້າງ ແລະ ນຳເອົາຜົນງານໄປຕໍ່ຍອດ ໃນການສ້າງນະວັດຕະກຳໃໝ່ໆ ເພື່ອມາຮັບໃຊ້ໃນວຽກງານ ແລະ ສັງຄົມ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ