28/08/2026
ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026, ທີ່ຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ ຮ່ວມກັບ ບໍລິສັດ (VNPT-I) ຈາກ ສສ. ຫວຽດນາມ ຂື້ນທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕາ, ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າ, ຮອງຫົວໜ້າ ຈາກຫ້ອງການ, ກົມ ຈາກ ບັນດາກະຊວງ, ອົງການທຽບເທົ່າ, ແລະ ບັນດາກົມ/ທຽບເທົ່າພາຍໃນກະຊວງ ຕສ ເຂົ້າຮ່ວມຈຳນວນ 60 ກວ່າທ່ານ.
.jpeg)
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອແບ່ງປັນປະສົບການ ແລະ ບົດຮຽນຈາກປະເທດຫວຽດນາມ ໃນການຂັບເຄື່ອນການຫັນເປັນດິຈິຕອນ ແລະ ການພັດທະນາລັດຖະບານດິຈິຕອນ ເພື່ອນໍາມາປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ ການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ.
ໃນໂອກາດນີ້, ຊ່ຽວຊານຈາກ VNPT-I ໄດ້ນໍາສະເໜີພາບລວມການຫັນເປັນດິຈິຕອນແຫ່ງຊາດຂອງຫວຽດນາມ, ຍຸດທະສາດ ແລະ ແຜນງານການພັດທະນາລັດຖະບານດິຈິຕອນ, ລວມທັງການສ້າງຖານຂໍ້ມູນແຫ່ງຊາດ, ເວທີດິຈິຕອນກາງ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມກັນນັ້ນ ຍັງໄດ້ແບ່ງປັນບົດຮຽນ ແລະ ປັດໄຈຄວາມສໍາເລັດ ໃນການດໍາເນີນວຽກງານດັ່ງກ່າວ.
ການນຳສະເໜີຍັງໄດ້ສຸມໃສ່ການພັດທະນາແພລດຟອມດິຈິຕອນທີ່ນຳໃຊ້ຮ່ວມກັນ ເພື່ອຮອງຮັບການເຊື່ອມໂຍງຂໍ້ມູນ, ການພິສູດຢືນຢັນຕົວຕົນດິຈິຕອນ, ການຮັບ-ສົ່ງ ເອກະສານເອເລັກໂຕຣນິກ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມທັງໄດ້ແນະນຳຂົງເຂດບູລິມະສິດ ທີ່ ສປປ ລາວ ຄວນໃຫ້ຄວາມສຳຄັນໃນໄລຍະຕໍ່ໄປ ເຊັ່ນ ການບໍລິການພາກລັດດິຈິຕອນ, ສາທາລະນະສຸກດິຈິຕອນ, ການທ່ອງທ່ຽວດິຈິຕອນ ແລະ ຂະແໜງການສຳຄັນອື່ນໆ.
ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບການກຳນົດແຜນດຳເນີນງານ (Roadmap) ສຳລັບການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ ໃນອະນາຄົດ ໂດຍເນັ້ນໃສ່ການສ້າງພື້ນຖານຂໍ້ມູນດິຈິຕອນ, ການຍົກລະດັບບໍລິການພາກລັດ, ການພັດທະນາບຸກຄະລາກອນ ແລະ ການສ້າງກົນໄກການປະສານງານລະຫວ່າງບັນດາກະຊວງ ແລະ ອົງການພາກລັດ.
ການສຳມະນາແລກປ່ຽນໃນຄັ້ງນີ້ ຖືເປັນຂໍ້ມູນອ້າງອີງທີ່ສຳຄັນ ສຳລັບ ສປປ ລາວ ໃນການສຶກສາ, ຄົ້ນຄວ້າ ແລະ ກຳນົດແນວທາງພັດທະນາລັດຖະບານດິຈິຕອນ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນສູງຂຶ້ນ ເພື່ອຍົກລະດັບການບໍລິການປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມດິຈິຕອນຂອງປະເທດໃນອະນາຄົດ.
ກອງປະຊຸມສໍາມະນາດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.




