ກອງປະຊຸມສະຫຼຸບວຽກງານຜົ້ນເດັ່ນໄລຍະ 9 ເດືອນ ແລະ ແຜນ 3 ເດືອນທ້າຍປີ 2026 ແລະ ພິທີມອບຫຼຽນ ຮັບໃຊ້ວຽກງານອາຊຽນຄັ້ງທີ 44 ແລະ 45 ຂອງ ສູນບໍລິຫານລັດດິຈິຕອນ

02/09/2026

ກອງປະຊຸມສະຫຼຸບວຽກງານຜົ້ນເດັ່ນໄລຍະ 9 ເດືອນ ແລະ ແຜນ 3 ເດືອນທ້າຍປີ 2026 ແລະ ພິທີມອບຫຼຽນ ຮັບໃຊ້ວຽກງານອາຊຽນຄັ້ງທີ 44 ແລະ 45 ຂອງ ສູນບໍລິຫານລັດດິຈິຕອນ

ໃນຕອນບ່າຍ ຂອງວັນທີ 31 ​ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ ຂອງ ສູນອິນເຕີເນັດແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຜົ້ນເດັ່ນໄລຍະ 9 ເດືອນ ແລະ ແຜນ 3 ເດືອນທ້າຍປີ 2026 ແລະ ພິທີມອບຫຼຽນ ຮັບໃຊ້ວຽກງານອາຊຽນຄັ້ງທີ 44 ແລະ 45 ແລະ ໃບຍ້ອງຍໍຜົນງານປະຈໍາປີ 2025 ຂອງ ສູນບໍລິຫານລັດດິຈິຕອນ (ສລດ) ຂຶ້ນ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະພະແນກ ແລະ ພະນັກງານວິຊາການ  ພາຍໃນສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມຢ່າງພ້ອມພຽງ ລວມຈໍານວນ 29 ທ່ານ.

ກອງປະຊຸມດັ່ງກ່າວ ເປັນການສະຫຼຸບວຽກງານຜົ້ນເດັ່ນ ຂອງສູນບໍລິຫານລັດດິຈິຕອນ ໃນໄລຍະຜ່ານມາ  ຊຶ່ງໄດ້ມີການລາຍງານວຽກງານທີ່ຜົ້ນເດັ່ນໂດຍຫຍໍ້ ແລະ ແຜນການເຄື່ອນໄຫວ 3 ເດືອນທ້າຍ ປີ 2026 ໂດຍທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນ, ຄະນະສູນ, ຄະນະພະແນກ ແລະ ພະນັກງານ ພາຍໃນສູນບໍລິຫານລັດດິຈິຕອນ ກໍ່ໄດ້ລາຍງານເພີ່ມເຕີມ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ. ພ້ອມກັນນັ້ນ, ກໍ່ມີພິທີ ມອບຫຼຽນຍ້ອງຍໍຜົນງານບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຄັ້ງທີ 44 ແລະ 45 ຂອງ ສປປ ລາວ ປີ 2024 ຂອງ ອະນຸກໍາມະການເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານສານ ຊຶ່ງ ສູນບໍລິຫານລັດດິຈິຕອນ ແມ່ນຮັບຜິດຊອບ ໜ່ວຍງານເຄືອຂ່າຍພາຍໃນ, ລະບົບເວັບໄຊ ແລະ ໂປຣແກຣມສື່ສານ ມີພະນັກງານໄດ້ຮັບທັງໝົດ 24 ທ່ານ (ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ 12 ທ່ານ, ຍິງ 1 ທ່ານ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈໍານວນ 5 ທ່ານ, ຍິງ 1 ທ່ານໄດ້ຮັບຫຼຽນກາແຮງງານ ຈໍານວນ 3 ທ່ານ, ຍິງ 2 ທ່ານ ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 3 ທ່ານ, ຍິງ 1 ທ່ານ). ນອກຈາກນັ້ນ, ກໍ່ມີພິທີມອບໃບຍ້ອງຍໍການປະເມີນຜົນງານປະຈໍາປີ 2025 ໃຫ້ແກ່ ພະນັກງານ ສູນບໍລິຫານລັດດິຈິຕອນ.

ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງ ການໂອ້ລົມ ຈາກປະທານກອງປະຊຸມ ທ່ານ ແກ້ວວີສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນຜູ້ຊີ້ນໍາວຽກງານ ສູນບໍລິຫານລັດດິຈິຕອນ ຊຶ່ງທ່ານໄດ້ໃຫ້ທິດເຍື່ອງທາງ ຕໍ່ກັບວຽກງານການຫັນເປັນດິຈິຕອນ ທີ່ມີຄວາມສໍາຄັນ ແລະ ສູນບໍລິຫານລັດດິຈິຕອນ ຖືເປັນກໍາລັງຫຼັກ ຂອງການຫັນເປັນລັດຖະບານດິຈິຕອນ ຊຶ່ງເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ທີ່ຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຂອງ ສູນບໍລິຫານລັດດິຈິຕອນ ໃຫ້ມີຄວາມຜົ້ນເດັ່ນ ແລະ ມີປະສິດທິພາບໃນການຕອບສະໜອງ ບັນດາລະບົບບໍລິຫານ ແລະ ບໍລິການດິຈິຕອນ ຢ່າງຮອບດ້ານ. ກອງປະຊຸມໄດ້ດໍາເນີນໄປຕາມຈຸດປະສົງ ແລະ ສໍາເລັດຕາມຄາດໝາຍທີ່ວ່າງໄວ້.

ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 16:00 ໂມງ.

 

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ