ການເຊື່ອມຕໍ່ MTC Authen WiFi
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ຄູ່ມືການນຳໃຊ້ວາຍຟາຍກະຊວງ ຕສ | ![]() |
MTC Authen WiFi ແມ່ນລະບົບເຄືອຂ່າຍພາຍໃນ (Intranet) ແລະ ອິນເຕີເນັດ (Internet) ພາຍໃນກະຊວງ ຕສ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະດວກວ່ອງໄວ ແນໃສ່ການນຳໃຊ້ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ຕສ ຖືກຕາມເປົ້າໝາຍ ແລະ ມີຄວາມເປັນເອກະພາບກັນ, ຮັບປະກັນຄວາມປອດໄພ ແລະ ຄວາມສະຖຽນ-ຢືນຍົງ ປະກອບສ່ວນເຂົ້າໃນວຽກງານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງສຸດ.
.ການນຳໃຊ້ລະບົບເຄືອຂ່າຍ ອິນເຕີເນັດ ຂອງກະຊວງ ຕສ ແບ່ງອອກເປັນ 03 ລະດັບ ດັ່ງນີ້:
1)ຄະນະນຳກະຊວງ, ຄະນະກົມ/ທຽບເທົ່າ ສາມາດນຳໃຊ້ລະບົບເຄືອຂ່າຍພາຍໃນ ແລະ ອິນເຕີເນັດຜ່ານສາຍ (LAN) ຫຼື ວາຍຟາຍ (WiFi) ໂດຍບໍ່ຈຳກັດໃນການອອກອິນເຕີເນັດ;
2)ຄະນະພະແນກ ແລະ ວິຊາການສາມາດນຳໃຊ້ລະບົບເຄືອຂ່າຍພາຍໃນ ແລະ ອິນເຕີເນັດຜ່ານສາຍ (LAN) ຫຼື ວາຍຟາຍ (Wi-Fi) ໂດຍໄດ້ຈຳກັດສັນຍານ Bandwidth ໃນການອອກອິນເຕີເນັດ ແລະ ການນຳໃຊ້ຂໍ້ມູນທີ່ເປັນ Streaming ແລະ YouTube;
3)ແຂກທີ່ມາພົວພັນວຽກ ສາມາດນຳໃຊ້ລະບົບເຄືອຂ່າຍພາຍໃນ ຫຼື ອິນເຕີເນັດ ແບບບໍ່ໃຊ້ສາຍ (WiFi) ຢູ່ໃນບໍລິເວນທີ່ກຳນົດເຊັ່ນ: ຫ້ອງປະຊຸມ, ບ່ອນທີ່ມາພົວພັນວຽກນໍາ ຊຶ່ງໄດ້ຈຳກັດໃນການເຂົ້ານຳໃຊ້ສື່ສັງຄົມອອນລາຍເຊັ່ນ: Facebook, YouTube ແລະ ອື່ນໆ.
VDO ເນະນຳການເຊື່ອມຕໍ່ MTC Authen WiFi