ລະບົບ G-Net

ລະບົບເຄືອຂ່າຍພາກລັດ (Government Network) ແມ່ນລະບົບການເຊື່ອມຕໍ່ລະບົບເຄືອຂ່າຍລະຫວ່າງອົງການຈັດຕັ້ງພາກລັດເຂົ້າກັນ ເພື່ອໃຫ້ບັນດາຫ້ອງການລັດສາມາດເຊື່ອມໂຍງລະບົບຂໍມູນພາກລັດຖະບານ ກໍ່ຄືບັນດາລະບົບໂປຣແກຣມຕ່າງໆ ຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເປັນຕົ້ນ:ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊຸມທາງໄກ (VC), email, G-Chat, G-Share ແລະ ອື່ນໆ, ຊຶ່ງຈະເຮັດໃຫ້ບັນດາຫ້ອງການລັດ ສາມາດແລກປ່ຽນຂໍ້ມູນຂ່າວສານລະຫວ່າງພາກລັດດ້ວຍກັນໄດ້ຢ່າງສະດວກ, ວ່ອງໄວ, ໝັ້ນຄົງ ແລະ ມີຄວາມປອດໄພ, ແນໃສ່ຊຸກຍູ້ ແລະ ສົ່ງເສີມການບໍລິຫານ ແລະ ການບໍລິການວຽກງານຂອງທຸກຂະເເໜງການ ໃຫ້ແກ່ປະຊາໃຊົນໄດ້ຢ່າງມີປະສິດທິພາບ; ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ແລະ ຮອງຮັບການກ້າວເຂົ້າສູ່ເສດຖະກິດ-ສັງຄົມ ດີຈີຕອນ.

ປະຈຸບັນສຳເລັດຕິດຕັ້ງ ແລະ ເຊື່ອມຕໍ່ເຄືອຂ່າຍພາກລັດຂັ້ນສູນກາງ ຈຳນວນ 19 ພາກສ່ວນຄື: (ຫ້ອງວ່າການສຳນັກງານນາຍົກ, ສະຖາບັນການເມືອງການປົກຄອງແຫ່່ງຊາດ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ 16 ກະຊວງ).

 

ລົງທະບຽນປະຊຸມ
ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ