26/08/2022

ໃນຕອນເຊົ້າ ຂອງວັນທີ 26 ສິງຫາ 2022 ທີ່ ໂຮງແຮມ ໂຊກພັນຄໍາ ແຂວງຫຼວງພະບາງ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຫຼື Korea Development Institute (KDI) ຂອງ ສ.ເກົາຫຼີ ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອປະກອບເຂົ້າໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນ ສປປ ລາວ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານ ຂອງ ທ່ານ ປອ ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຊ່ຽວຊານໂຄງການ ຈາກ KDI ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 06 ແຂວງພາກກາງ ຄື ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ຫົວພັນ, ບໍ່ແກ້ວ ແລະ ຜົ້ງສາລີ, ແລະ ແຂກທີ່ຖືກເຊີນ ລວມຜູ້ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.
ໃນກອງປະຊຸມ, ທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ລາຍງານສະພາບລວມຂອງໂຄງການແລກປ່ຽນຄວາມຮູ້ ຫຼື Knowledge Sharing Program (KSP) ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສ.ເກົາຫຼີ ສົກປີ 2021-2022, ຊຶ່ງເປັນໂຄງການຮ່ວມມືໜຶ່ງ ທີ່ມີຄວາມສຳຄັນຫຼາຍ ໃນການສຶກສາຄົ້ນຄວ້າ ບັນດານະໂຍບາຍ ແລະ ນິຕິກຳ ທີ່ຈຳເປັນ ຊ່ວຍໃຫ້ພວກເຮົາສາມາດປະເມີນໄດ້ ວຽກງານການບໍລິຫານ ແລະ ບໍລິການລັດ ຢູ່ ສປປ ລາວ, ເຫັນໄດ້ ບັນດາສິ່ງທ້າທາຍ, ຂໍ້ຄົງຄ້າງ ແລະ ສຶກສາແນວທາງປັບປຸງ ເພື່ອຊຸກຍູ້-ສົ່ງເສີມ ການຫັນເປັນທັນສະ ໄໝ (ດິຈິຕອນ) ໂດຍສະເພາະການຫັນເປັນລັດຖະບານດິຈິຕອນ ໃຫ້ມີການພັດທະນາໄວຂຶ້ນ ແລະ ກອງປະຊຸມດັ່ງກ່າວນີ້ ກໍ່ໄດ້ລາຍງານຜົນສຳເລັດ ຂອງໂຄງການ ແລະ ບົດລາຍງານສະບັບສຸດທ້າຍ ພ້ອມກັນນີ້, ຍັງຈະໄດ້ມີການເຜີຍແຜ່ບົດລາຍງານດັ່ງກ່າວ ແລະ ນຳໃຊ້ເປັນບ່ອນອີງ ເພື່ອສ້າງເປັນໂຄງການ ໂດຍນໍາໃຊ້ງົບປະມານຂອງລັດ ແລະ ຂໍທຶນຊ່ວຍເຫຼືອ ODA ເພື່ອພັດທະນາ Digital Government ຕໍ່ໄປ.
ໂຄງການ KSP ສົກປີ 2021-2022 ນີ້ ຈະປະກອບມີ 3 ວຽກຫຼັກຄື: 1) ສັງລວມສະພາບການພັດທະນາລັດຖະບານດິຈິຕອນ ຫຼືວ່າ e-government ຂອງ ສປປລາວ ວ່າມີການພັດທະນາແນວໃດ, ແຜນພັດທະນາມີຫຍັງແດ່ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນ ໃນການສຶກສາແນວທາງ ໃນການສ້າງແຜນຍຸດທະສາດພັດທະນາລັດຖະບານດິຈິຕອນ ຂອງ ສປປລາວ ເຮົາ; 2) ສຶກສາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງມີຫຍັງແດ່ ແລະ ຄວນປັບປຸງ ຫຼືສ້າງໃໝ່ ອັນທີ່ຈຳເປັນຄືແນວໃດ ເພື່ອຫັນເປັນລັດຖະບານດິຈິຕອນໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພ; ແລະ 3) ຈະເວົ້າເຖິງການສ້າງທັກສະ ຫຼື ການພັດທະນາບຸກຄະລາກອນ ເພື່ອຮອງຮັບການພັດທະນາວຽກງານຫັນເປັນລັດຖະບານດິຈິຕອນ.
ຫຼັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳເຫັນ ຕໍ່ວຽກງານການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາວຽກງານການຫັນເປັນທັນສະໄໝ ຢ່າງຝົດຝື້ນ, ກົງໄປກົງມາ ແລະ ເປັນປະໂຫຍດ ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ, ສົມບູນ ແລະ ມີປະສິດທິພາບສູງຂຶ້ນ.
ຂ່າວໂດຍ:ສລດ