ສູນບໍລິຫານລັດດິຈິຕອນ ໄດ້ເປີດຊຸດຝຶກອົບຮົມ ການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊທ໌ ຂອງພາກລັດ G-web Platform V2 ໃຫ້ແກ່ບັນດາກົມພາຍໃນກະຊວງ ຕສ

08/09/2022

ສູນບໍລິຫານລັດດິຈິຕອນ ໄດ້ເປີດຊຸດຝຶກອົບຮົມ ການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊທ໌ ຂອງພາກລັດ G-web Platform V2 ໃຫ້ແກ່ບັນດາກົມພາຍໃນກະຊວງ ຕສ

  ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສໍາເລັດການຝຶກອົບຮົມການຕິດຕັ້ງ, ຄຸ້ມຄອງ ແລະ ນໍາໃຊ້ເວັບໄຊທ໌ ຂອງພາກລັດ (G-web Platform V2) ໃຫ້ແກ່ພະນັກງານ ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ນາງ ຈິດຕະພອນ ຈັນສິລິລາດ ຮອງຫົວໜ້າ ສລດ, ຊຶ່ງມີຜູ້ເຂົ້າຮ່ວມຈໍານວນທັງໝົດ 26 ທ່ານ, ຍິງ 05 ທ່ານ.

           ການຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນເປັນເວລາ 05 ວັນ ຊຶ່ງເລີ່ມແຕ່ວັນທີ 5-8 ກັນຍາ 2022, ໂດຍການຝຶກອົບຮົມແມ່ນປະກອບມີ 02 ເນື້ອໃນ ຄື: 1) ການນໍາສະເໜີກ່ຽວກັບພາບລວມຂອງເວັບໄຊທ໌ພາກລັດ (G-web Platfrom V2) ໃຫ້ນັກສໍາມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ອນລົງພາກປະຕິບັດຕົວຈິງ ແລະ 2) ຄູຝຶກໄດ້ນໍາພາປະຕິບັດຕົວຈິງ ເປັນຕົນແມ່ນ: ຕິດຕັ້ງເຊີເວີຈໍາລອງ (Xampp Server), ຕິດຕັ້ງລະບົບເວັບໄຊທ໌ ແລະ ເຊື່ອມຕໍ່ (Config) ລະບົບໃຫ້ສາມາດຕິດຕັ້ງລົງໃນຄອມພິວເຕີໄດ້. ພ້ອມນັ້ນ, ຄູຝຶກ ໄດ້ແນະນໍາການອອກແບບໜ້າຕາເວັບໄຊທ໌, ການປ້ອນຂໍ້ມູນ ແລະ ການແກ້ໄຂແບນເນີ, ການສ້າງ ແລະ ຈັດການເມນູຫຼັກ, ເມນູຍ່ອຍ, ການສ້າງ ແລະ ປ້ອນເນື້ອຫາ (Content) ຂຶ້ນເວັບໄຊທ໌, ການສ້າງຟອມສະແດງຄວາມຄິດເຫັນ, ຟອມລົງທະບຽນເຂົ້າຮ່ວມກອງປະຊຸມ, ແນະນໍາການປ້ອນຈຸດເຊື່ອມຕໍ່ ວີດີໂອຈາກເຟສບຸກ (Facebook Link), ແຜນທີ່ (Google Map) ແລະ ຢູທູບ (Youtube) ເຂົ້າໃນເວັບໄຊທ໌.

           ຜ່ານການຝຶກອົບຮົມ ເຫັນໄດ້ວ່ານັກສໍາມະນາກອນ ມີຄວາມສົນໃຈ ແລະ ຄວາມເອົາໃຈໃສ່ ຕັ້ງໜ້າໃນການຝຶກ ເຮັດໃຫ້ສາມາດສ້າງເວັບໄຊທ໌ ແລະ ນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້ເຖິງ 85%. ຊຶ່ງໄດ້ສະແດງອອກໃນການຖາມ - ຕອບ ແລະ ການຕອບແບບສອບຖາມ ເຮັດໃຫ້ບັນຍາກາດໃນການຝຶກອົບຮົມມີຄວາມຟົດຟື້ນ ແລະ ອົບອຸ່ນ. ພາຍຫຼັງສໍາເລັດການຝຶກອົບຮົມ ກໍ ໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນທັງໝົດ.

           ຂ່າວໂດຍ: ທ.ຊ່ອງດາວ  ພົມມະຈັນ

 

ລົງທະບຽນປະຊຸມ
ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ