27/01/2023

ໃນວັນທີ 26 ມັງກອນ 2023ທີ່ຜ່ານມານີ້, ເວລາ 8:00 ໂມງ, ທີ່ຫ້ອງປະຊຸມໃຫຍ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມການນໍຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ ( Government Laopedia ), ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄອນໄຊ ສະຕິ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ຊື່ງມີແຂກຖືກເຊີນຈາກ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 8 ແຂວງພາກເໜືອ ແລະ ບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ: 70 ທ່ານ.
ເພື່ອກ້າວເຂົ້າສູ່ ການຫັນເປັນລັດຖະບານທັນສະໄໝໃນຍຸກ 4.0, ລັດຖະບານ ໄດ້ມີການລິເລິ່ມ ການນໍາເອົາເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກນໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄືການພັດທະນາປະເທດຊາດ ໃນໄລຍະໄໝ. ລັດຖະບານໄດ້ໃຫ້ຄວາມສໍາຄັນ ໃນການຫັນເປັນດິຈິຕອນ ໂດຍໄດ້ມີການກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນຄື: ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ, (2021- 2040) ຍຸດທະສາດການພັດທະນາເສດຖະກິດດິຕິຕອນແຫ່ງຊາດ ໄລຍະ 10 ປີ ( 2021 - 2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5ປີ ( 2021 - 2025). ປັດຈຸບັນ, ຫລາຍພາກສ່ວນກໍ່ໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍຍຸດທະສາດ ດັ່ງກ່າວຢ່າງຕັ້ງໜ້າໃນທົ່ວສັງຄົມ ຊຶ່ງໄດ້ສະແດງໃຫ້ເຫັນເຊັ່ນວ່າ: ມີການພັດທະນາ ແລະ ເປີດໃຫ້ບໍລິການທີມີຄວາມຫຼາກຫຼາຍທັງພາກລັດ ແລະ ພາກເອກະຊົນຜ່ານທາງເວັບໄຊ, ແອັບພີຣເຄເຊິນຕ່າງໆເປັນຕົ້ນແມ່ນ: ການຂໍນໍາເຂົ້າສິນຄ້າ, ການບໍລິການຊໍາລະສະສາງຄ່າບໍລິການຕ່າງໆ, ການບໍລິການຂົນສົ່ງ, ການບໍລິການສັ່ງອາຫານຜ່ານທາງອອນລາຍ. ນອກນັ້ນ, ກໍ່ມີການນໍາໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດແບບດິຈິຕອນ. ສະນັ້ນເພື່ອເປັນການຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ຈຶ່ງໄດ້ມີການຄົ້ນຄ້ວາພັດທະນາລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ( Government Laopedia ) ຂື້ນ, ເພື່ອເປັນອີກຊ່ອງທາງໜຶ່ງ ໃນການເຜີຍແຜ່ຂໍ້ມູນຂ່າວສານ, ລວມທັງສາມາດຮັບຮູ້ຂໍ້ມູນຕ່າງໆຜ່ານລະບົບດັ່ງກ່າວ ແລະ ສາມາດລວມສູນຂໍ້ມູນທີ່ສໍາຄັນ ຂອງລັດຖະບານເປັນຕົ້ນແມ່ນ: ຂໍ້ມູນວິສາຫະກິດ, ຂໍ້ມູນທີ່ດິນ, ຂໍ້ມູນທາງການເງິນ ແລະ ຂໍ້ມູນອື່ນໆ ເພື່ອຕໍ່ຍອດໃຫ້ແກ່ການບໍລິການຂອງພາກລັດອອກສູ່ສັງຄົມ.
ໃນກອງປະຊຸມ, ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ນໍາສະເໜີເຖີງພາບລວມການຫັນເປັນດິຈິຕອນ ໂດຍສະເພາະແມ່ນການຫັນເປັນລັດຖະບານດິຈິຕອນ ເຊິ່ງລວມມີ ສະພາບການພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດິຈິຕອນ, ຫລັງຈາກນັ້ນນັກວິທະຍາກອນຂອງສູນ ສລດ ກໍ່ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ພາບລວມ ການພັດທະນາລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government Laopedia ) ແລະ ການນໍາໃຊ້ລະບົບດັ່ງກ່າວ.
ກອງປະຊຸມສຳມະນາໃນຄັ້ງນີ້ເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້, ປະສົບການໃນການລິເລິ່ມ ແລະ ພັດທະນາລະບົບກະດານຂໍ້ມູນຊຸມຊົນລາວພາກລັດພາກລັດ( Government Laopedia ), ຊຶ່ງຈະເປັນຂໍ້ມູນອັນສຳຄັນໃຫ້ແກ່ພວກເຮົາເພື່ອເປັນການຖອດຖອນບົດຮຽນ ແລະ ປັບໃຊ້ເຂົ້າໃນການພັດທະນາວຽກງານການຫັນເປັນດິຈິຕອນໃນຕໍ່ໜ້າ. ພາຍຫລັງການນໍຳສະເໜີຂອງບັນດານັກວິທະຍາກອນໄດ້ສິ້ນສຸດລົງ, ກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເຊິ່ງກອງປະຊຸມໄດ້ດຳເນີນໄປຢ່າງເປັນຂະບວນຝົດຝື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການລິເລິ່ມວຽກງານດັ່ງກ່າວເພື່ອເປັນການບໍລິການ ແລະ ເຊື່ອມຕໍ່ຂໍ້ມູນຂອງພາກລັດຫັນເປັນທັນສະໄໝໃນຕໍ່ໜ້າ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງທ່ານໄດ້ເນັ້ນໃຫ້ບັນດາພະແນກ ຕສ ທັງ 8 ແຂວງ ເອົາໃຈໃສ່ໃນວຽກງານການຫັນເປັນດິຈິຕອນ ແລະ ເປັນແບບຢ່າງນຳໜ້າໃຫ້ທຸກຂະແໜງການ ໃນການຫັນການບໍລິຫານວຽກງານ ແລະ ການບໍລິການ ໃຫ້ເປັນເອເລັກໂຕຣນິກ ແລະ ດິຈິຕອນ ຕາມແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ, ແຜນພັດທະນາເສດຖະກິດສັງຄົມຄັ້ງທີ IX ແລະ ແຜນພັດທະນາຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີໃຫ້ໄດ້ຮັບການຈັດຕັ້ງປະຕິບັດແລະມີຜົນສໍາເລັດໄປເທື່ອລະກ້າວ.
ຂ່າວໂດຍ: ສຸກສົມບູນ