28/02/2023

ໃນວັນທີ 28 ກຸມພາ 2023 ທີ່ຜ່ານມານີ້, ເວລາ 8:30 ໂມງ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງອັດຕະປື, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາວຽກງານການພັດທະນາລັດຖະບານດິຈິຕອນ ແລະ ຝຶກອົບຮົມການນໍຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government Laopedia ), ໂດຍການເປັນປະທານຮ່ວມ ຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຂັນທອງ ຍີ້ນດາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້ ແລະ ບັນດາພະແນກການ ແລະ ອົງການຈັດຕັ້ງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ: 97 ທ່ານ.
ເພື່ອກ້າວເຂົ້າສູ່ ການຫັນເປັນລັດຖະບານທັນສະໄໝໃນຍຸກ 4.0, ລັດຖະບານ ໄດ້ມີການລິເລິ່ມ ການນໍາເອົາເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກນໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄືການພັດທະນາປະເທດຊາດ ໃນໄລຍະໄໝ່. ລັດຖະບານໄດ້ໃຫ້ຄວາມສໍາຄັນ ໃນການຫັນເປັນດິຈິຕອນ ໂດຍໄດ້ມີການກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນຄື: ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ, (2021- 2040) ຍຸດທະສາດການພັດທະນາເສດຖະກິດດິຕິຕອນແຫ່ງຊາດ ໄລຍະ 10 ປີ ( 2021 - 2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5ປີ ( 2021 - 2025).
ປັດຈຸບັນ, ຫລາຍພາກສ່ວນກໍ່ໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍຍຸດທະສາດ ດັ່ງກ່າວຢ່າງຕັ້ງໜ້າໃນທົ່ວສັງຄົມ ຊຶ່ງໄດ້ສະແດງໃຫ້ເຫັນເຊັ່ນວ່າ: ມີການພັດທະນາ ແລະ ເປີດໃຫ້ບໍລິການທີມີຄວາມຫຼາກຫຼາຍທັງພາກລັດ ແລະ ພາກເອກະຊົນຜ່ານທາງເວັບໄຊ, ແອັບພີຣເຄເຊິນຕ່າງໆເປັນຕົ້ນແມ່ນ: ການຂໍນໍາເຂົ້າສິນຄ້າ, ການບໍລິການຊໍາລະສະສາງຄ່າບໍລິການຕ່າງໆ, ການບໍລິການຂົນສົ່ງ, ການບໍລິການສັ່ງອາຫານຜ່ານທາງອອນລາຍ. ສະນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ກໍ່ຄືການສ້າງແຫຼ່ງເຂົ້າຫາ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ແກ່ປະຊາຊົນ ຫຼື ບຸກຄົນທົ່ວໄປ ຈຶ່ງໄດ້ມີການຄົ້ນຄ້ວາພັດທະນາລະບົບກະດານຂໍ້ມູນຊຸມຊົນລາວພາກລັດ( Government Laopedia) ຂື້ນ, ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government Laopedia ) ຊື່ງເປັນລະບົບທີ່ສ້າງຂື້ນເພື່ອເປັນບ່ອນລວມສູນຂໍ້ມູນຂ່າວສານຂອງພາກລັດ ເພື່ອໃຫ້ປະຊາຊົນ ນັກຮຽນ ນັກສຶກສາ ນັກທຸລະກິດ ແລະ ອື່ນໆ ສາມາດຄົ້ນຫາຂໍ້ມູນ ເອກະສານຕ່າງໆ ໄດ້ງ່າຍຂື້ນ ສະດວກວ່ອງໄວຂື້ນ ເນື່ອງຈາກຂໍ້ມູນຖືກລວມສູນໄວ້ບ່ອນດຽວ. ນອກຈາກຄວາມສະດວກແລ້ວ ຂໍ້ມູນໃນ ກະດານຂໍ້ມູນຊຸມຊົນລາວພາກລັດ ຍັງມີຄວາມຖືກຕ້ອງໜ້າເຊື່ອຖື ເພາະຂໍ້ມູນໄດ້ມີການກວດກາກັນຕອງຈາກພາກສ່ວນທີ່ກ່ຽວຂ້ອງ ສາມາດນຳຂໍ້ມູນດັ່ງກ່າວໄປໃຊ້ໃນການຄົ້ນຄ້ວາ ວິໃຈ ຂອງນັກຮຽນ ນັກສຶກສາ ແລະອື່ນໆ.
ໃນກອງປະຊຸມສຳມະນາ ແລະ ຝຶກອົບຮົມໃນຄັ້ງນີ້ ທ່ານ ຂັນທອງ ຍີ້ນດາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວຕ້ອນຮັບ ແລະ ປະກອບຄຳເຫັນ ພ້ອມທັງໄດ້ລາຍງານສະພາບການຫັນເປັນທັນສະໄໝ ແລະ ຄວາມຈຳເປັນຂອງວຽກການຫັນເປັນທັນສະໄໝ ຢູ່ພາຍໃນແຂວງອັດຕະປື ຕໍ່ບັນດາແຂກທີ່ເຂົ້າຮ່ວມ.
ນອກຈາກນີ້, ໃນກອງປະຊຸມ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວຈຸດປະສົງ, ເປົ້າໝາຍ ແລະ ຄວາມສຳຄັນຂອງກອງປະຊຸມສຳມະນາ ແລະ ຝຶກອົບຮົມໃນຄັ້ງນີ້, ພ້ອມກັນນັ້ນ, ຍັງໄດ້ນໍາສະ ເໜີເຖີງພາບລວມການຫັນເປັນລັດຖະບານດິຈິຕອນ ເຊິ່ງລວມມີ ສະພາບການພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດິຈິຕອນ.
ຫຼັງຈາກນັ້ນນັກວິທະຍາກອນ ຂອງສູນບໍລິຫານລັດດິຈິຕອນ ກໍ່ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ພາບລວມ ການພັດທະນາລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government Laopedia ) ແລະ ການນໍາໃຊ້ລະບົບດັ່ງກ່າວ.
ກອງປະຊຸມສຳມະນາໃນຄັ້ງນີ້ເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້, ປະສົບການໃນການລິເລິ່ມ ແລະ ພັດທະນາລະບົບກະດານຂໍ້ມູນຊຸມຊົນລາວພາກລັດພາກລັດ( Government Laopedia ), ຊຶ່ງຈະເປັນຂໍ້ມູນອັນສຳຄັນໃຫ້ແກ່ພວກເຮົາເພື່ອເປັນການຖອດຖອນບົດຮຽນ ແລະ ປັບໃຊ້ເຂົ້າໃນການພັດທະນາວຽກງານການຫັນເປັນດິຈິຕອນ ໃນຕໍ່ໜ້າ. ພາຍຫລັງການນໍຳສະເໜີຂອງບັນດານັກວິທະຍາກອນໄດ້ສິ້ນສຸດລົງ, ກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເຊິ່ງກອງປະຊຸມໄດ້ດຳເນີນໄປຢ່າງເປັນຂະບວນຝົດຝື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການລິເລິ່ມວຽກງານດັ່ງກ່າວເພື່ອເປັນການບໍລິການ ແລະ ເຊື່ອມຕໍ່ຂໍ້ມູນຂອງພາກລັດຫັນເປັນທັນສະໄໝໃນຕໍ່ໜ້າ.
ໃນຕອນທ້າຍ, ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື ທີ່ເປັນແຂວງເຈົ້າພາບໃນການ ຈັດກອງປະຊຸມໃນຄັ້ງນີ້, ພະແນກ ເຕັກໂນໂລຊີ ແລະ ການສື່ສານ 04 ແຂວງພາກໃຕ້ ແລະ ບັນດາພະແນກການອ້ອມຂ້າງແຂວງອັດຕະປື ທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບສ່ວນທາງເນື້ອໃນ ທີ່ເປັນປະໂຫຍດຢ່າງຍິ່ງໃນການໝູນໃຊ້ເຂົ້າໃນວຽກງານ ຫັນເປັນລັດຖະບານດິຈິຕອນເວົ້າລວມ, ເວົ້າສະເພາະແມ່ນວຽກງານ ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ ( Government Laopedia ). ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເຫັນດີສືບຕໍ່ ຮ່ວມມື ໃນການປັບປຸງ ແລະ ສົ່ງເສີມການນຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວ ພາກລັດ ( Government Laopedia ) ກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນການຮ່ວມມືລະຫ່ວາງສູນບໍລິຫານລັດດິຈິຕອນ ກັບບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 16:00.
ຂ່າວ ແລະ ພາບໂດຍ:ສລດ