22/03/2023

ພາຍໃຕ້ໂຄງການ ການຫັນເປັນລັດຖະບານດິຈິຕອນ (Digital Government Transformation)
ໃນລະຫວ່າງວັນທີ 16 – 17 ມີນາ 2023 ຜ່ານມາ ທີ ເມືອງວັງວຽງ, ແຂວງວຽງຈັນ. ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງແຜນແມ່ບົດລັດຖະບານດິຈິຕອນ. ພາຍໃຕ້ໂຄງການ ການຫັນເປັນລັດຖະບານດິຈິຕອນ (Digital Government Transformation), ໂດຍການເປັນປະທານຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ຊື່ງມີຜູ້ເຂົ້າຮ່ວມຈາກບັນດາຫ້ອງວ່າການແຂວງທົ່ວປະເທດ, ຄະນະທີມງານຈາກສູນບໍລິຫານລັດດິຈິຕອນ ແລະ ຈາກອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເຂົ້າຮ່ວມລວມທັງໝົດຈໍານວນ 50 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມຮອບດ້ານໃນການກ້າວເຂົ້າສູ່ການຫັນເປັນລັດຖະບານທັນສະໄໝ,ໃນຍຸກອຸດສະຫະກໍາ 4.0 ຂອງ ສປປລາວ. ລັດຖະບານໄດ້ມີການລິເລິ່ມນໍາເອົາເຕັກໂນໂລຊີດິຈິຕອນມາປະຍຸກໃຊ້ເຂົ້າໃນບັນດາຂົງເຂດວຽກງານຂະແໜງການຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄື ການພັດທະນາປະເທດຊາດໃນໄລຍະໄໝ. ລັດຖະບານໄດ້ໃຫ້ບູລິມະສິດໃນການຫັນເປັນດິຈິຕອນໂດຍໄດ້ມີການກຳນົດນະໂຍບາຍການຫັນເປັນດິຈິຕອນຄື: ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ, (2021- 2040) ຍຸດທະສາດການພັດທະນາເສດຖະກິດດິຕິຕອນແຫ່ງຊາດ ໄລຍະ 10 ປີ ( 2021 - 2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5ປີ ( 2021 - 2025). ປັດຈຸບັນ ຫລາຍພາກສ່ວນກໍ່ໄດ້ໃຫ້ຄວາມສຳຄັນ ແລະ ສຸມໃສ່ການຈັດຕັ້ງຜັນຂະຫຍາຍຍຸດທະສາດດັ່ງກ່າວຢ່າງຕັ້ງໜ້າໃນທົ່ວສັງຄົມ ຊຶ່ງໄດ້ສະແດງໃຫ້ເຫັນຄື: ມີການພັດທະນາບັນດາລະບົບຕ່າງໆຫັນເປັນດິຈິຕອນ, ເປີດໃຫ້ບໍລິການທີມີຄວາມຫຼາກຫຼາຍທັງພາກລັດ ແລະ ພາກເອກະຊົນຜ່ານທາງເວັບໄຊທ໌, ແອັບພີຣເຄເຊິນຕ່າງໆ. ສະນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມການຫັນເປັນດິຈິຕອນໃຫ້ກວ້າງຂວາງໃນທົ່ວສັງຄົມ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານຈື່ງໄດ້ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ ( UNDP ) ເພື່ອຮ່ວມກັນສ້າງຮ່າງແຜນແມ່ບົດລັດຖະບານດິຈິຕອນຊື່ງເປັນວຽກງານໜື່ງທີ່ສໍາຄັນ ແລະ ເປັນບູລິມະສິດທີ່ຕ້ອງໄດ້ສ້າງຂື້ນໂດຍໄວເພື່ອຮອງຮັບກັບການຫັນເປັນລັດຖະບານທັນສະໄໝ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຫັນເປັນດິຈິຕອນ ເພື່ອເຮັດໃຫ້ການບໍລິຫານ ແລະ ບໍລິການລັດສູ່ດິຈິຕອນ ຢ່າງມີແບບແຜນ ແລະ ມີຈຸດສຸມ ແນ່ໃສ່ເຮັດໃຫ້ ການບໍລິການລັດອອກສູ່ສັງຄົມມີຄວາມສະດວກ, ວອງໄວ, ໂປງໃສ, ຫຼຸດຜ່ອນຄວາມແຕກໂຕນ ຂອງຕົວເມືອງ ແລະ ຊົນນະບົດ, ເນັ້ນໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການກຳນົດແຜນການ, ແຜນງານ, ສ້າງວິໄສທັດ ແລະ ເປົ້່າໝາຍ ສຳລັບ ການຫັນເປັນລັດຖະບານດິຈິຕອນຮ່ວມກັນ ແລະ ຊຸກຍູ້ການພັດທະນາທີ່ຍືນຍົງ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ຜົນໄດ້ຮັບຂອງ ການປະເມີນຄວາມພ້ອມດ້ານດິຈິຕອນ ແລະ ຮ່າງແຜນແມ່ບົດການຫັນເປັນລັດຖະບານດິຈິຕອນ; ປຶກສາຫາລື ແລະ ກຳນົດອົງປະກອບ ໃນການຫັນເປັນລັດຖະບານດິຈິຕອນ ແລະ ບັນດາຂໍ້ລິເລີ່ມການຈັດຕັ້ງປະຕິບັດ; ກໍານົດ ແລະ ຈັດບູລິມະສິດ ດ້ານຂະແໜງການ ແລະ ແຜນງານ-ໂຄງການ ເພື່ອສະໜັບສະໜູນ ແຜນແມ່ບົດລັດຖະບານດິຈິຕອນ ແລະ ແຜນແມ່ບົດ ລັດຖະບານດິຈິຕອນ ຈະກວມເອົາບັນດາຂົງເຂດວຽກງານທີ່ສໍາຄັນ ຄື: ການແກ້ໄຂບັນດາຊ່ອງວ່າງ ຕາມຜົນໄດ້ຮັບຂອງບົດປະເມີນຄວາມພ້ອມດ້ານດີຈິຕອນ; ການກໍານົດ ວີໄສທັດ, ຍຸດທະສາດ, ແຜນການ ແຜນງານ ແລະ ນໍາສະເໜີແຜນດໍາເນີນການທີ່ບໍ່ພຽງແຕ່ສຸມໃສ່ການລົງທຶນເຂົ້າໃນ ເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານ ແຕ່ເປັນການຊຸກຍູ້ສົ່ງເສີມການນໍາໃຊ້ຂອງແຕ່ລະຂະແໜງການ ເພື່ອໃຫ້ສາມາດຫັນການບໍລີການພາກລັດເປັນທັນສະໄໝ; ການສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ແລະ ບັນດາທັກສະທີຈໍາເປັນ ເພື່ອສະໜັບສະໜູນຂະບວນການຫັນເປັນດິຈິຕອນ; ສ້າງຄວາມເຂັ້ມແຂງຂອງສະຖາບັນດ້ານການເປັນເຈົ້າການໃນອົງກອນ; ສ້າງແຜນລິເລີ່ມການເປັນລັດຖະບານດິຈິຕອນໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025); ສ້າງຂອບໜ້າວຽກດ້ານແຜນງົບປະມານໄລຍະຍາວ ສຳລັບການຫັນເປັນລັດຖະບານດິຈິຕອນ; ເປີດກວ້າງການຮ່ວມມື ແລະ ການມີສ່ວນຮ່ວມຈາກພາກສ່ວນ ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ
ກອງປະຊຸມຍັງໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ, ຈັດແບ່ງກຸ່ມຄົ້ນຄວ້າສ້າງກິດຈະກຳຮ່ວມກັນເພື່ອຍົກໃຫ້ເຫັນ ຮູບແບບການຈັດປະເພດບູລິມະສິດ, ມາດຕະຖານສຳລັບການຈັດບູລິມະສິດຂອງຂະແໜງການ ແລະ ຂໍ້ລິເລີ່ມທີ່ສໍາຄັນ ສຳລັບຍຸດທະສາດ, ຮ່າງແຜນແມ່ບົດລັດຖະບານດິຈິຕອນ, ສົນທະນາ ກ່ຽວກັບ ບັນດາໜ້າວຽກທີ່ຕ້ອງພ້ອມກັນຈັດຕັ້ງປະຕິບັດໃນອະນາຄົດຕິດພັນກັບຄວາມຮັບຜິດຊອບຂອງຂະແໜງການຕົນ ດ້ວຍບັນຍາກາດຟົດຟື້ນ.