11/05/2023

ໃນຕອນເຊົ້າ ຂອງວັນທີ 11 ພຶດສະພາ 2023, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການສະຫະປະຊາຊາດ ໜ່ວຍງານ ເສດຖະກິດ ແລະ ສັງຄົມ (UNDESA) ໄດ້ຈັດກອງປະຊຸມສຳມະນາ ການສ້າງຄວາມອາດສາມາດໃນການຄຸ້ມຄອງ ຂໍ້ມູນ (Capacity Development and Consultation Workshop on Lao PDR National Data Governance Framework) ທີ່ ໂຮງແຮມ ຄຣາວພລາຊ່າ, ໂດຍການໃຫ້ກຽດ ກ່າວເປີດ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ປະທານຮ່ວມໂດຍ ທ່ານ ນາງ Sara Sekkenes (ຊາລາ ເຊັກເກີເນັດ) ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປລາວ, ມີຜູ້ຕາງໜ້າເຂົ້າຮ່ວມຈາກ ບັນດາຊ່ຽວຊານ ຈາກ ອົງການ UNDESA, ສິງກະໂປ, ສ.ເກົາຫຼີ, ບັນດາກົມທຽບເທົ່າ, ບັນດາກະຊວງ ອ້ອມຂ້າງ, ແລະ ບັນດາ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ປະຈຳແຂວງ ທົ່ວປະເທດ ຈຳນວນ 80 ກວ່າທ່ານ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນໄດ້ຈັດຂຶ້ນເປັນເວລາ ສອງ ວັນ, ເປັນໜຶ່ງໃນ ແຜນກິດຈະກຳ ການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການສະຫະປະຊາຊາດ ໜ່ວຍງານ ເສດຖະກິດ ແລະ ສັງຄົມ (UNDESA) ເພື່ອສະໜັບສະໜູນໃນການພັດທະນາຄວາມສາມາດຂອງສະຖາບັນ ດ້ານນະໂຍບາຍໃນການຄຸ້ມຄອງ ແລະ ບໍລິການຂໍ້ມູນ ດິຈິຕອນຂອງພາກລັດ ແລະ ທົ່ວໄປ ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນ, ຄວາມປອດໄພ,ມີມາດຕະຖານການເຊື່ອມໂຍງ, ແລະ ມີຄຸນນະພາບ.
ໃນພີທີເປີດກອງປະຊຸມ ທ່ານ ຮອງລັດຖະມົນຕິີ ໄດ້ມີຄໍາເຫັນ ຕໍ່ກັບວຽກງານຄຸ້ມຄອງຂໍ້ມູນຂ່າວສານ ແລະ ວຽກງານການບໍລິຫານລັດດິຈິຕອນ ວ່າ “ ການຫັນເປັນດິຈິຕອນ ແມ່ນຕ້ອງໄດ້ນຳໃຊ້ ທັງ ເຕັກໂນໂລຊີ ແລະ ຂໍ້ມູນ ຈຶ່ງສາມາດປະສົບຜົນສຳເລັດໄດ້. ປັດຈຸບັນ, ສປປ ລາວ ຍັງບໍ່ທັນໄດ້ມີ ກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ແລະ ຍັງບໍທັນໄດ້ ກຳມາດຕະຖານຂໍ້ມູນຂອງພາກລັດ ແລະ ການແບ່ງສິດການເຂົ້າເຖິງຂໍ້ມູນ ເພື່ອໃຫ້ ຂໍ້ມູນເຫຼົ່ານີ້ ເປັນຂໍ້ມູນທີ່ມີຄຸນນະພາບ, ປອດໄພ, ແລະ ສາມາດເຊື່ອມໂຍງບັນດາຂໍ້ມູນຂອງແຕ່ລະພາກສ່ວນເຂົ້າຫາກັນ. ສະນັ້ນ, ເພື່ອເປັນການຊຸກຍູ້ ການຫັນເປັນດິຈິຕອນ ຈິ່ງຈຳເປັນຕ້ອງໄດ້ສ້າງກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ໂດຍສະເພາະ ເພື່ອຄຸ້ມຄອງ ແລະ ບໍລິຫານ ບັນດາລະບົບ ຂໍ້ມູນຂອງພາກລັດທີສາມາດເປີດເຜີຍໄດ້ (Open Data Government), ລະບົບແລກປ່ຽນຂໍ້ມູນ (Government Data Exchange), ແລະ ລະບົບອື່ນໆ”
ນອກຈາກນີ້, ທ່ານ ນາງ Sara Sekkenes (ຊາລາ ເຊັກເກີເນັດ) ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປລາວ, ກໍ່ໄດ້ມີຄຳເຫັນຕໍ່ກັບກອງປະຊຸມສຳມະນາຄັ້ງນີ້ວ່າ: ຂໍ້ມູນມີຄວາມສໍາຄັນກັບທຸກຂະແໜງການ, ຖ້າບໍມີຂໍ້ມູນ ທີມີຄຸນນະພາບ ແລະ ປະສີດທີພາບ ບໍ່ສາມາດ ເປັນຫຼັກຖານ ແລະ ຕົວຊີ້ວັດໃນການນໍາມາເຖີງການຕັດສິນໃຈ ບໍ່ວ່າຈະເປັນການກໍານົດນະໂຍບາຍ ແລະ ການວາງແຜນ. ສ່ີ່ງການ ຄຸ້ມຄອງຂໍ້ມູນກໍ່ມີສີ່ງທ້າທາຍເປັນຕົ້ນ ໃນການຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ, ຄວາມປອດໄພຂອງຂໍ້ມູນ, ການຈັດການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແລະ ຈັນຍາບັນແລະຈັນຍາທໍາໃນການນໍາໃຊ້ຂໍ້ມູນເພື່ອວີເຄາະ. ສະນັ້ນ, ການສ້າງຄວາມອາດສາມາດໃນການເຂົ້າໃຈການນໍາໃຊ້ຂໍ້ມູນຈີ່ງເປັນຄວາມຈໍາເປັນຂອງທຸກໆ ຂະແໜງການ.
ກອງປະຊຸມໄດ້ຮັບກຽດຈາກ ບັນດາຊ່ຽວຊານຈາກ ພາຍໃນ ແລະ ຕ່າງປະເທດ ມາແລກປ່ຽນ ແລະ ນຳສະເໜີ ແນວໂນ້ມ ແລະ ການພັດທະນາ ແລະ ຜົນການສຶກສາເບື້ອງຕົ້ນ ກ່ຽວກັບ ການຄຸ້ມຄອງຂໍ້ມູນຂອງ ສປປ.ລາວ, ຊ່ຽວຊານຈາກສູນຂໍ້ມູນພາກລັດຂອງເກົາຫຼີ ໄດ້ມາແບ່ງປັນປະສົບການກ່ຽວກັບ ການສ້າງກອບຂໍ້ມູນແຫ່ງຊາດ ຂອງປະເທດ ສ.ເກົາຫຼີ, ຊ່ຽວຊານຈາກສິງກະໂປ ມາແບ່ງປັນປະສົບການກ່ຽວກັບ ການສ້າງກອບຂໍ້ມູນແຫ່ງຊາດ. ກອງປະ ຊຸມໄດ້ ເຮັດກິດຈະກຳແບ່ງກຸ່ມ ຄົ້ນຄ້ວາ ໂດຍ ການເປີດໂອກາດໃຫ້ກັບນັກສຳມະນາກອນມີການສົນທະນາ ກັບ ບັນດາຊ່ຽວຊານ ເພື່ອ ແລກປ່ຽນຂໍ້ມູນ, ຊື່ງການສົນທະນາແມ່ນມີຄວາມຟົດຟື້ນ ແລະ ມີຄວາມຫຼາກຫຼາຍ ແລະໄດ້ສຸ່ມໃສ ອົງປະກອບທີສໍາຄັນໃນການຄຸ້ມຄອງຂໍ້ມູນ ເປັນຕົ້ນ ມາດຕະຖານ ແລະ ການຈຳແນກຂໍ້ມູນ, ການແບ່ງປັນ, ການແລກປ່ຽນ ແລະ ການໃຊ້ຂໍ້ມູນຮ່ວມກັນ, ຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນເປັນໂອກາດອັນດີ ເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນການສ້າງຂອບການຄຸ້ມຄອງຂໍ້ມູນ, ເປັນການສ້າງຄວາມອາດສາມາດ ແລະ ເຮັດໃຫ້ລັດຖະກອນ ເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານການສ້າງ ກອບການຄຸ້ມຄອງຂໍ້ມູນແຫ່ງຊາດ ຂອງ ສປປ ລາວ ໃນຕໍ່ໜ້າ. ຜົນຂອງກອງປະຊຸມ ໃນຄັ້ງນີ້ ຈະປະກອບໃສ່ ເອກະສານການຄົ້ນຄ້ວາ ການສືກສາ ການຄຸ້ມຄອງ ຂໍ້ມູນຂອງມູນຂອງ ສປປລາວ.