ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ (Workshop on Whole-of-Government Approach and GovStack)

18/05/2023

ກອງປະຊຸມສໍາມະນາ ການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ  (Workshop on Whole-of-Government Approach and GovStack)

ໃນລະຫວ່າງວັນທີ 17–18 ພຶດສະພາ 2023 ຜ່ານມາ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ  ແລະ ການສື່ສານ (ກຕສ) ຮ່ວມກັບ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ຈັດກອງປະຊຸມສໍາມະນາການສ້າງຄວາມອາດສາມາດໃນການບໍລິຫານລັດດິຈິຕອນ (Workshop on Whole-of-Government Approach and GovStack) ທິ່ ໂຮງແຮມ ຄຣາວພລາຊ່າ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີທ່ານ ແມັດທິວ ເດວິດ ຈອນສັນ-ໄອແດນ ນັກເສດຕະສາດອາວຸໂສ,  ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປລາວ (UNRCO), ທ່ານ ອາຊິດ ນາຣາຢານ ຜູ້ປະສານງານໂຄງການ ຈາກສະຫະພາບໂທລະຄົມມະນາຄົມສາກົນ(ITU), ທ່ານ ນິວ ຣອຍ ໂຊດູຣີ ພະນັກງານລັດດິຈິຕອນ ຈາກສະຫະພາບໂທລະຄົມມະນາຄົມສາກົນ ຊື່ງມີຜູ້ເຂົ້າຮ່ວມຈາກ 16 ກະຊວງ, 15 ກົມ ພາຍໃນກະຊວງ ຕສ, ຄະນະຮັບຜິດຊອບຈາກສູນບໍລິຫານລັດດິຈິຕອນ, ຊ່ຽວຊານຈາກ ITU, ຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ຈາກອົງການສະຫະປະຊາຊາດເພື່ອການບໍລິການໂຄງການ (UNOPS)  ເຂົ້າຮ່ວມລວມທັງໝົດ ຈໍານວນ 55 ທ່ານ.

ກອງປະຊຸມຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນໄລຍະ 02 ວັນ,  ເປັນໜຶ່ງໃນ ແຜນກິດຈະກໍາ ການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ສະຫະພາບໂທລະຄົມມະນາຄົມສາກົນ (ITU). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ເສີມສ້າງຄວາມອາດສາມາດດ້ານວິຊາການໃນການອອກແບບ ການພັດທະນາການບໍລິການພາກລັດ, ການພັດທະນາຊອບແວຕ່າງໆ, ການເພີ່ມປະສິດທິພາບໃນວຽກງານການບໍລິຫານລັດດິຈິຕອນ ເພື່ອຫຼຸດຜ່ອນຄວາມຊຳ້ຊ້ອນຂອງລະບົບ (ການລົງທຶນນ ແລະ ຊັບພະຍາກອນ), ປັງປຸງຄວາມຖືກຕ້ອງ, ຄວາມປອດໄພ ແລະ ສຶກສາວິທີການ ຈາກຫຼາຍຕົວຢ່າງຂອງສາກົນ ໃນວຽກງານພັດທະນາລັດດິຈິຕອນ.

ໃນພີທີເປີດກອງປະຊຸມສໍາມະນາ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ໃຫ້ກຽດກ່າວເປີດ ພ້ອມທັງໄດ້ໂອ້ລົມກ່ຽວກັບ ຄວາມໝາຍ ແລະ ຄວາມສຳຄັນ ຂອງການຫັນເປັນທັນສະໄໝ ລວມເຖິງ3 ເສົາຄໍ້າຂອງການຫັນເປັນດິຈິຕອນ ທາງ ລັດຖະບານ, ເສດຖະກິດ ແລະ ສັງຄົມ ໂດຍການໃຫ້ເບີ່ງພາບລວມ ຂອງການພັດທະນາລັດຖະບານ ການມີສ່ວນຮ່ວມ ແລະ ການເຮັດວຽກຮ່ວມກັນ ຂອງບັນດາຂະແໜງການ, ແລະ ໄດ້ລາຍງານພາບລວມຂອງວຽກງານການພັດທະນາດິຈິຕອນ ສປປ ລາວ ລວມທັງ ຍຸດທະສາດ, ນະໂຍບາຍ, ຄວາມຈໍາເປັນໃນການ ສ້າງແຜນແມ່ບົດ ແລະ ກໍານົດ ສະຖາປັດຕະຍະກຳ (Enterprise Architecture) ແລະ ກໍານນົດບັນດາການບໍລິການບູລິມະສິດຂອງ ສປປ ລາວ.

ໃນກອງປະຊຸມ, ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງສູນບໍລິຫານລັດດິຈິຕອນ, ກະຊວງ ຕສ ໄດ້ໃຫ້ກຽດນຳສະເໜີກ່ຽວກັບ ນະໂຍບາຍຂອງລັດຖະບານດິຈິຕອນ, ພາລະບົດບາດຂອງ ສູນບໍລິຫານລັດດິຈິຕອນ, ແຜນຍຸດທະສາດ ເສດຖະກິດດິຈິຕອນ, ສະພາບການພັດທະນາ ທາງດ້ານນິຕິກໍາ, ການຊົມໃຊ້,​ ຜະລິດຕະພັນ ການບໍລິການ ແລະ ການປະຕິບັດດ້ານດິຈິຕອນ, ພ້ອມທັງນຳສະເໜີ ກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດຂອງ ສປປລາວ ໃນການຫັນເປັນທັນສະໄໝ ແລະ ແຜນການຫັນການບໍລິການເປັນດິຈິຕອນໃນຕໍ່ໜ້າ.  

ນອກຈາກນັ້ນ ມີຊ່ຽວຊານ ຈາກອົງການ ITU ແລະ ຊ່ຽວຊານຈາກປະເທດ ເອັສໂຕເນຍ, ອີິນເດຍ, ແລະ ກາຊັກຖານ ທີ່ມີຄວາມກ້າວໜ້າ ແລະເປັນຕົວແບບ ໃນການພັດທະນາລັດຖະບານດິຈິຕອນ ໄດ້ມານຳສະເໜີ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ຮູບແບບ Whole-government approach. ລວມເຖິງ ການອອກແບບ ແລະ ພັດທະນາຊອບແວຕ່າງ, ການເພີ່ມປະສິດທິພາບໃນວຽກງານການບໍລິການລັດ ໂດຍການຫຼຸດຜ່ອນຄວາມຊ້ຳຊ້ອນຂອງລະບົບ, ປັບປຸງຄວາມຖືກຕ້ອງ, ຄວາມປອດໄພ. ພ້ອມນັ້ນ, ກໍ່ໄດ້ມີການແບ່ງກຸ່ມເພື່ອເຮັດກິດຈະກໍາ ໃນການທົດລອງສ້າງລະບົບ ແລະ platform ການບໍລິການຂຶ້ນ  ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວ ໂດຍນຳໃຊ້ວິທີການ ຂອງ Govstack.

         

ກອງປະຊຸມສໍາມະນາໃນຄັ້ງນີ້, ນອກຈາກຈະເປັນການສ້າງຄວາມອາດສາມາດໃຫ້ບຸກຄະລາກອນພາກລັດແລ້ວ ຍັງເປັນໂອກາດໃນການແລກປ່ຽນບົດຮຽນ ລະຫວ່າງ ສປປລາວ ແລະ ສະຫະພາບໂທລະຄົມມະນາຄົມສາກົນ ແລະ ເປັນການສະເຫຼີມສະຫຼອງ ວັນໂທລະຄົມມະນາຄົມ ແລະ ສັງຄົມຂໍ້ມູນຂ້າວສານ ສາກົນຄົບຮອບ 158 ປີ, ຊື່ງປີນີ້. ທາງ ITU ໄດ້ກໍານົດຄໍາຂັວນ “ເອົາໃຈໃສ່ ຊຸກຍູ້ແລະສ້າງຄວາມເຂັ້ມແຂງວຽກງານ ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ປະເທດ ທີດ້ອຍພັດທະນາ”.

ຂ່າວໂດຍ: ສລດ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ