07/11/2023

ໃນຕອນເຊົ້າ ຂອງວັນທີ 25 ຕຸລາ 2023, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດພິທີຝຶກອົບຮົມການຂຽນບົດສະເໜີໂຄງການ ໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະນັກງານ ພາຍໃນກະຊວງ ຕສ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ການຝຶກອົບຮົມແມ່ນຈັດຂຶ້ນ ທີ່ຫ້ອງປະຊຸມ ຊັ້ນ 05 ກະຊວງ ຕສ (ເຂດຕຶກສີສະເກດ) ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມ/ສູນ ທຽບເທົ່າພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອນຳສະເໜີ ແລະ ແລກປ່ຽນຄວາມຮູ້ດ້ານການຂຽນບົດສະເໜີໂຄງການເບື້ອງຕົ້ນ (Project Concept Paper, Project Proposal) ໃນກອບການບໍລິຫານລັດດິຈິຕອນສາກົນ, ຊ່ວຍເພິ່ມຄວາມເຂົ້າໃຈ ແລະ ລົງເລີກກ່ຽວກັບເນື້ອໃນບົດສະເໜີໂຄງການ, ຂັ້ນຕອນການດຳເນີນງານຕ່າງໆ ແລະ ຂັ້ນຕອນການຍື່ນສະເໜີໂຄງການສາກົນ ເປັນຕົ້ນ.
ການຝຶກອົບຮົມ ແມ່ນຈະໄດ້ຮັບຟັງການນຳສະເໜີ ຈາກຕາງໜ້າ ຂອງຫ້ອງການກະຊວງ ຕສ ຂຶ້ນນໍາສະເໜີກ່ຽວກັບບັນດາຂອບການຮ່ວມມື ຫຼື ປະເທດຄູ່ຮ່ວມພັດທະນາ ກັບ ກະຊວງ ຕສ, ການນໍາສະເໜີກ່ຽວກັບຂັ້ນຕອນຂອງການຍື່ນສະເໜີໂຄງການ ພາກພື້ນ ແລະ ສາກົນ, ແລະ ຕາງໜ້າ ກົມແຜນການ ແລະ ການເງິນ ໄດ້ນຳສະເໜີກ່ຽວກັບ ພາບລວມ ແລະ ວີທີການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າ (ODA). ນອກຈາກນັ້ນ, ວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ ໄດ້ນຳສະເໜີ ສາທິດ ວິທີການຂຽນ ຫຼື ການປະກອບຂໍ້ມູນໃນບົດສະເໜີໂຄງການ (Project proposal foundation template) ແລະ ໄດ້ມີຊ່ຽວຊານທີ່ປຶກສາ ຈາກອົງການ National IT Industry Promotion Agency (NIPA) ຂອງ ສ. ເກົາຫຼີ ນຳສະເໜີ ຮູບແບບການຊ່ວຍເຫຼືອ, ວິທີການຂຽນບົດໂຄງການ ຂອງ ເກົາຫຼີ.
ບັນຍາກາດຂອງການຝຶກອົບຮົມ ແມ່ນເນັ້ນໃຫ້ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈກ່ຽວກັບ ຂັ້ນຕອນການຂຽນ ແລະ ການຍື່ນບົດສະເໜີໂຄງການ ເພື່ອນຳສະເໜີໃຫ້ແກ່ບັນດາປະເທດສາກົນ, ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ແລກປ່ຽນບົດຮຽນ ທີ່ທາງຄະນະຈາກຫ້ອງການກະຊວງ, ກົມແຜນການ ແລະ ການເງິນ ,ສູນບໍລິຫານລັດດິຈິຕອນ ແລະ ຊ່ຽວຊານ ຈາກ ສ.ເກົາຫຼີ ເປັນຜູ້ໃຫ້ຂໍ້ມູນ ແລະ ໃຫ້ຄຳແນະນຳຕະຫຼອດໄລຍະການຝຶກອົບຮົມ, ເຫັນໄດ້ຈາກ ນັກສຳມະນາກອນ ແລະ ວິທະຍາກອນ ມີຄວາມຕັ້ງໃຈ ແລະ ເຂົ້າຮ່ວມຢ່າງເປັນຂະບວນການທີ່ຝົດຝື້ນ. ພ້ອມກັນປະກອບຄຳເຫັນ ແລະ ເນື້ອໃນອັນເປັນປະໂຫຍດໃຫ້ແກ່ການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ການຂຽນບົດສະເໜີໂຄງການ ໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ເພື່ອຍາດແຍ່ງການຊ່ວຍເຫຼືອ ໃນຂອບພາກພື້ນແລະສາກົນໃຫ້ສອດຄ່ອງ ແລະ ສາມາດຜັນຂະຫຍາຍ ແຜນພັດທະນາຫ້າປີຄັ້ງທີ 3 ຂອງຂະແໜງການ ແລະ ແຜນແມ່ບົດເສດຖະກິດດິຈິຕອນ 2025 ໃຫ້ເພີ່ມຂຶ້ນຫຼາຍກ່ວາເກົ່າ.
ກອງປະຊຸມໄດ້ປິດລົງ ໃນວັນດຽວກັນ.
'