06/03/2024
ໃນຕອນເຊົ້າ ວັນທີ 01 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 ຕຶກກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດຮົ້ວ ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ການຊຸກຍູ້ການຫັນເປັນລັດຖະບານດິຈິຕອນ ໃຫ້ແກ່ພະນັກງານ ພາຍໃນກະຊວງ ຕສ ໂດຍການເປັນປະທານ ຂອງ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ຕາງໜ້າຈາກ ຂັ້ນຄະນະກົມ, ຂັ້ນຄະນະພະແນກ ແລະ ຂັ້ນວິຊາການ ຈາກບັນດາກົມ/ທຽບເທົ່າ ພາຍໃນ ກະຊວງ ຕສ ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ.
ກອງປະຊຸມເຜີຍແຜ່ນິຕິກຳ ກໍ່ເປັນວຽກງານໜຶ່ງຂອງ ແຜນການຊຸກຍູ້ການຫັນເປັນດິຈິຕອນ ໃນພາກລັດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ນິຕິກຳ ທີ່ມີຢູ່ກ່ຽວກັບວຽກງານການຊຸກຍູ້ຫັນເປັນລັດຖະບານດິຈິຕອນ ໃຫ້ແກ່ພະນັກງານພາຍໃນກະຊວງ ຕສ ໃຫ້ຮັບຮູ້ ແລະ ປະຕິບັດ ຢ່າງເປັນເອກະພາບ. ການເຜີຍແຜ່ຄັ້ງນີ້ ປະກອບມີ 3 ນິຕິກຳ ຈາກຜູ້ບັນຍາຍ ຈາກສູນບໍລິຫານລັດດິຈິຕອນ, ກົມເຕັກໂນໂລຊີດິຈິຕອນ ແລະ ກົມຄວາມປອດໄພໄຊເບີ ຄື:
- ກົດໝາຍວ່າດ້ວຍ ທຸລະກຳເອເລັກໂຕຣນິກ ຊຶ່ງຊຸກຍູ້ການຫັນປ່ຽນ ຈາກການເຮັດວຽກດ້ວຍເຈ້ຍ ໃຫ້ເປັນ ດິຈິຕອນ ທີ່ມີຜົນສັກສິດຢ່າງເທົ່າທຽມກັນ ເພື່ອຫຼຸດຜ່ອນການນຳໃຊ້ເຈ້ຍໃນພາກລັດ,
- ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມີເອເລັກໂຕຣນິກ ຊຶ່ງກໍ່ເປັນກົດໝາຍທີ່ສຳຄັນອັນໜຶ່ງ ເພື່ອປົກປ້ອງຂໍ້ມູນ ໃນເມື່ອຂໍ້ມູນຂອງລັດ, ຂໍ້ມູນຂອງບຸກຄົນ ນັບມື້ແມ່ນຖືກເກັບໄວ້ໃນຮູບແບບຂອງດິຈິຕອນ ຫຼາຍຂຶ້ນ.
- ແລະ ມີດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ຊຶ່ງກຳນົດຫຼັກການຕາ່ງໆ ສໍາລັບອົງການຈັດຕັ້ງລັດໃນການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອການບໍລິຫານວຽກງານຂອງຕົນ ຈຸດສຳຄັນໜຶ່ງຂອງດຳລັດສະບັບນີ້ແມ່ນການສ້າງໜ່ວຍງານຮັບຜິດຊອບຂອງແຕ່ລະອົງກອນ ທີ່ເຮັດໜ້າທີ່ຮັບຜິດຊອບວຽກງານຫັນເປັນລັດຖະບານດິຈິຕອນໃນອົງກອນຂອງຕົນ, ໃນຕໍ່ໜ້າ ບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຕສ ຂອງພວກເຮົາ ອາດຈະມີໜ່ວຍງານ ຫຼື ບຸກຄະລາກອນ ເຮັດໜ້າທີ່ເບິ່ງວຽກງານນີ້ໃນກົມກອງຂອງຕົນ.
ໃນຕອນທ້າຍກອງປະຊຸມກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ສົນທະນາແກປ່ຽນຄຳຄິດຄຳເຫັນ ພ້ອມທັງມີຂໍ້ສະເໜີແນະຕ່າງໆ ລະຫວ່າງນິຕິກຳຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຕສ.