ພິທີ ຝຶກອົບຮົມການນຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia)

06/03/2024

ພິທີ ຝຶກອົບຮົມການນຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia)

ໃນລະຫວ່າງວັນທີ 04-05 ມີນາ 2024 ສູນບໍລິຫານລັດດິຈິຕອນ (ສລດ) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia) ທີ່ຫ້ອງປະຊຸມຊັ້ນ 04 (ຕຶກເຂດຮົ້ວ ສນຍ) ໃຫ້ກັບຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຕສ ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ ຍິງ 09 ທ່ານ.

ຈຸດປະສົງ ການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງພາກລັດກໍ່ຄືພະນັກງານຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຕສ ໃຫ້ຮັບຮູ້, ເຂົ້າໃຈ, ສາມາດສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານວຽກງານຂອງກົມກອງຕົນເອງທີ່ຮັບຜິດຊອບໃຫ້ແກ່ປະຊາຊົນ ແລະ ສັງຄົມ. ພ້ອມທັງເປັນການຊຸກຍູ້, ສົ່ງເສີມການສ້າງຂໍ້ມູນເປີດຂອງພາກລັດໃຫ້ແຜ່ຫຼາຍ.

ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government LaoPedia ) ກໍ່ເປັນລະບົບໜຶ່ງທີ່ຈະເປັນ ເຄື່ອງມື ຊ່ວຍອົງການຈັດຕັ້ງພາກລັດພວກເຮົາ ໃນການຊຸກຍູ້-ສົ່ງເສີມ ການສ້າງຂໍ້ມູນເປີດຂອງພາກລັດ ໃຫ້ມີຄວາມຫຼາກຫຼາຍ ໃນການໃຫ້ບໍລິການດ້ານຂໍ້ມູນຂ່າວສານພາກລັດ ສູ່ສັງຄົມໃຫ້ກວ້າງຂວາງ ແລະ ເພື່ອໃຫ້ປະຊາຊົນ, ນັກຮຽນ, ນັກສຶກສາ, ນັກລົງທຶນ ແລະ ນັກທ່ອງທ່ຽວ ສາມາດເຂົ້າເຖິງຂໍ້ມູນ ຂອງພາກລັດໄດ້ຢ່າງສະດວກ ແລະ ມີຄວາມປອດໄພ. ເວົ້າອີກຢ່າງໜຶ່ງລະບົບກະດານຂໍ້ມູນຊຸມຊົນລາວພາກລັດ ( Government LaoPedia ) ກໍ່ຄືແຫຼງສູນລວມຂໍ້ມູນຂ່າວສານຂອງບັນດາອົງການຈັດຕັ້ງພາກລັດ ທຸກຂະແໜງການ ໃນທົ່ວປະເທດ. ຊື່ງແຕ່ລະພາກສ່ວນຈະມີສ່ວນຮ່ວມໃນການສະໜອງຂໍ້ມູນທີ່ກ່ຽວຂ້ອງ ກັບຂອງອົງການຈັດຕັ້ງຕົນເອງຮັບຜິດຊອບ ເພື່ອສະໜອງຂໍ້ມູນເປີດ ໃຫ້ບໍລິການດ້ານຂໍ້ມູນແກ່ອົງການຈັດຕັ້ງລັດດ້ວຍກັນ, ປະຊາຊົນ ແລະ ພາກທຸລະກິດ. ສາມາດນຳໃຊ້ຂໍ້ມູນ ເພື່ອການຄົ້ນຄວ້າວິໄຈ ແລະ ສຶກສາໃນດ້ານຕ່າງໆ ບໍ່ວ່າຈະເປັນດ້ານການລົງທຶນ, ການທ່ອງທ່ຽວ, ດ້ານປະຫວັດສາດ, ເຕັກໂນໂລຊີ ແລະ ອື່ນໆ ຜ່ານ www.laopedia.gov.la. ເຊິ່ງຂໍ້ມູນທີ່ຄົ້ນຫາ ຈະເປັນຂໍ້ມູນທີ່ຖືກຕ້ອງ, ໜ້າເຊື່ອຖື ແລະ ຄົບຖ້ວນ ເພາະຂໍ້ມູນແມ່ນໄດ້ຮັບການກວດແກ້, ກັ່ນຕອງ ແລະ ກວດກາຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ.

ນອກຈາກນີ້ລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia) ຍັງເປັນພື້ນທີ່ໜຶ່ງໃນການແລກປ່ຽນຄຳຄິດຄຳເຫັນລະຫວ່າງອົງການຈັດຕັ້ງພາກລັດພາກເຮົາ ກັບປະຊາຊົນ.

ໃນຕອນທ້າຍ ທ່ານ ປອ ທະວີສັກ ມະໂນທັມ ປະທານ ກອງປະຊຸມ ໄດ້ມີຄຳເຫັນຕໍ່ບັ້ນຝຶກອົບຮົມ ໂດຍຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia), ພ້ອມນັ້ນຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ ໃນການສ້າງຂໍ້ມູນພາກລັດທີ່ຕິດພັນກັບພາກສ່ວນຕົນເອງຄຸ້ມຄອງ ແລະ ຮັບຜິດຊອບ ເຂົ້າໃນລະບົບກະດານຂໍ້ມູນຊຸມຊົນລາວພາກລັດ (Government LaoPedia) ໃນການໃຫ້ການບໍລິການດ້ານຂໍ້ມູນຂ່າວສານຂອງຂະແໜງຕົນເອງ ໃຫ້ປະຊາຊົນ ແລະ ສັງຄົມສາມາດເຂົ້າເຖິງຂໍ້ມູນພາກລັດໄດ້ຢ່າງສະດວກ ແລະ ມີຄວາມປອດໄພ.

ພິທີຝຶກອົບຮົມ ໄດ້ສິ້ນສຸດລົງ ໃນຕອນເຊົ້າ ຂອງວັນທີ 05 ມີນາ 2024 ເວລາ 11:30.

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ