10/05/2024

ເວລາ 09:00 ໂມງ ຕອນເຊົ້າ ຂອງ ວັນທີ 09 ພຶດສະພາ 2024, ໜ່ວຍພັກ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ຮອບທີ I ຂອງ ໜ່ວຍພັກ ສູນບໍລິຫານລັດດິຈິຕອນ ໂດຍການເປັນປະທານ ຂອງ ສະຫາຍ ແກ້ວວີສຸກ ໂສລະພົມ, ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີ ເລຂາໜ່ວຍພັກສູນບໍລິຫານລັດດິຈິຕອນ, ຫົວໜ້າຫ້ອງການອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນ ກຕສ, ສະມາຊິກພັກສົມບູນ ແລະ ສຳຮອງ ຂອງໜ່ວຍພັກ ສູນບໍລິຫານລັດດິຈິຕອນ ແລະ ຜູ້ຕິດຕາມຈາກໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ ແລະ ໜ່ວຍພັກກົມກວດກາ ຈຳນວນ 25 ສະຫາຍ.
ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມໃສ່ກອງປະຊຸມໃຫຍ່ຄັ້ງທີ III ຂອງ ອົງຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນເພື່ອກຽມກອງປະຊຸມໃຫຍ່ຂອງໜ່ວຍພັກ ສລດ ຄັ້ງທີ III, ເພື່ອເປັນການສະຫຼຸບຕີລາຄາຢ່າງເລິກເຊິ່ງ ຕໍ່ຜົນງານໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ, ຕີລາຄາດ້ານດີ ດ້ານອ່ອນ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ພ້ອມນີ້ ກໍ່ເພື່ອ ທາບທາມບຸກຄະລາກອນຮອບທີ I ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນ.
ໃນກອງປະຊຸມຄັ້ງນີ້, ທ່ານ ສະຫາຍ ປອ ທະວີສັກ ມະໂນທັມ, ຄະນະພັກກະຊວງ, ເລຂາໜ່ວຍພັກສູນບໍລິຫານລັດດິຈິຕອນ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນ ລາຍງານ ກ່ຽວກັບການເຄື່ອນໄຫວນຳພາ-ຊີ້ນຳ ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030 ແລະ ບົດສໍາຫຼວດການນຳພາລວມຂອງໜ່ວຍພັກ ສູນບໍລິຫານລັດດິຈິຕອນ ໂດຍ ສັງເຂບ, ເຊິ່ງໄດ້ຊີ້ໃຫ້ເຫັນ ເຖິງວຽກງານອັນພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ວຽກງານພັັກ ແລະ ວຽກງານວິຊາສະເພາະ ໃນໄລຍະທີ່ຜ່ານມາ ພ້ອມດ້ວຍ ຜ່ານທິດທາງ ແຜນການໃນຕໍ່ໜ້າ ເພື່ອຊຸກຍູ້ ສົ່ງເສີມ ແລະ ຜັນຂະຫຍາຍ ວຽກງານການຫັນເປັນລັດຖະບານດິຈິຕອນໃນຂອບເຂດທົ່ວປະເທດ.
ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຈາກ ສະຫາຍ ແກ້ວວີສຸກ ໂສລະພົມ, ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊີ່ງສະຫາຍ ມີຄໍາເຫັນບາງດ້ານຄື: “ວຽກງານການຫັນເປັນລັດຖະບານດິຈິຕອນ ເປັນວຽກງານທີ່ມີຄວາມສໍາຄັນໃນການຂັບເຄື່ອນການຂະຫຍາຍຕົວເສດຖະກິດ ແລະ ສັງຄົມ, ເຊິ່ງນອນຢູ່ໃນສາມເສົ້າຄ້ຳຂອງວຽກງານການຫັນເປັນດິຈິຕອນຂອງ ສປປ ລາວ”. ນອກຈາກນັ້ນ, ສະຫາຍ ຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງຜົນງານ ໜ່ວຍພັກສູນບໍລິຫານລັດດິຈິຕອນທີ່ຍາດມາໄດ້ໃນໄລຍະຜ່ານມາ ທີ່ມີການຊຸກຍູ້, ສົ່ງເສີມ ແລະ ພັດທະນາບັນດາເຄື່ອງມືເຕັກໂນໂລຊີ ທີ່ທັນສະໄໝອອກມາຮັບໃຊ້ໃຫ້ກັບ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫານຊົນ, ສະພາແຫ່ງຊາດ ແລະ ປະຊາຊົນ. ອີກດ້ານໜຶ່ງ, ທ່ານ ສະຫາຍ ແກ້ວວີສຸກ ໂສລະພົມ ໄດ້ໃຫ້ ທິດຊີ້ນຳ-ນຳພາ ເພື່ອເປັນແວ່ນແຍງໃນການພັດທະນາວຽກງານຂອງໜ່ວຍພັກ ປັບປຸງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ ຊີ້ໃຫ້ເຫັນບົດບາດການນໍາພາ-ຊີ້ນໍາ, ແຜນການໃນຕໍ່ໜ້າ ຂອງ ໜ່ວຍພັກສູນບໍລິຫານລັດດິຈິຕອນ ໃຫ້ຊັດເຈນຕື່ມ ໂດຍ ເພີ່ມທະວີ ການຜັນຂະຫຍາຍວຽກງານດັ່ງກ່າວ ຕາມທິດທາງແຜນການຂອງພັກ ແລະ ລັດຖະບານໄດ້ວາງອອກ ເພື່ອໃຫ້ໄປໃນທິດທາງດຽວກັນ.
ຕໍ່ຈາກນັ້ນ, ກອງປະຊຸມ ໄດ້ຜ່ານເງື່ອນໄຂມາດຖານຂອງຜູ້ທີ່ຕ້ອງການລົງສະໝັກຮັບເລືອກຕັ້ງ ໄດ້ມີການປ່ອນບັດ ລົງຄະແນນສຽງ ເພື່ອທາບທາມບຸກຄະລາກອນ ຮອບທີ I ຂອງ ໜ່ວຍພັກສູນບໍລິຫານລັດດິຈິຕອນອີກດ້ວຍ, ເຊິ່ງກອງປະຊຸມນີ້ ໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.