ພິທີຝຶກອົບຮົມການນຳໃຊ້ GovStack ແລະ BRD (Business Requirements Document)

13/05/2024

ພິທີຝຶກອົບຮົມການນຳໃຊ້ GovStack ແລະ BRD (Business Requirements Document)

ໃນຕອນເຊົ້າເວລາ 09:00 ໂມງ ສູນບໍລິຫານລັດດິຈິຕອນ,ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບຊ່ຽວຊານ ITU ຈັດຝຶກອົບຮົມການນຳໃຊ້ GovStack ແລະ BRD (Business Requirements Document) ຂື້ນໃນລະຫວ່າງວັນທີ 06-07 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ. ເຊິ່ງມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມຄວາມປອດໄພໄຊເບີ, ສູນອິນເຕີເນັດແຫ່ງຊາດ ແລະ ພະນັກງານພາຍໃນສູນ, ລວມທັງໝົດຈຳນວນ 20 ທ່ານ ຍິງ 06 ທ່ານ.

ຈຸດປະສົງ ການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂອງພາກລັດໃຫ້ຮັບຮູ້, ເຂົ້າໃຈ ກ່ຽວກັບລະບົບ GovStack ແລະ BRD (Business Requirements Document) ເພື່ອເສີມສ້າງຄວາມອາດສາມາດດ້ານວິຊາການໃນການນຳໃຊ້ລະບົບດິຈິຕອນ ເຂົ້າຊ່ວຍໃນການບໍລິຫານ ແລະ ໃຫ້ບໍລິການຂອງພາກລັດສູ່ປະຊາຊົນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໃຫ້ມີຄວາມປອດໄພ.

GovStack ເປັນ open-source community ໃນການສ້າງຊຸດເຄື່ອງມືສໍາລັບການຫັນເປັນດິຈິຕອນດ້ານພື້ນຖານໂຄງລ່າງ ແລະ GovStack ຍັງເປັນການລິເລີ່ມຂັບເຄື່ອນໃຫ້ຫຼາຍພາກສ່ວນໄດ້ມີສ່ວນຮ່ວມ. ໂດຍສຸມໃສ່ການເລັ່ງຫັນເປັນດິຈິຕອນພາກລັດ. ເຊິ່ງລິເລີ່ມກໍ່ຕັ້ງໂດຍສະຫະພາບໂທລະຄົມມະນາຄົມສາກົນ (ITU), ປະເທດເອັສໂຕເນຍ, ເຢຍລະມັນ, ແລະ Digital Impact Alliance at the United Nations Foundation ໃນປີ 2020.

GovStack ກໍ່ເປັນອີກເຄື່ອງມືໜຶ່ງທີ່ສໍາຄັນທີ່ຈະຊ່ວຍຂັບເຄື່ອນການຫັນເປັນດິຈິຕອນຂອງ ສປປ ລາວ, ຕາມວິໄສທັດການຫັນເປັນເສດຖະກິດດິຈິຕອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດເສດຖະກິດດິຈິຕອນ ໄລຍະ 10ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດິຈິຕອນ ໄລຍະ 5ປີ (2021-2025)ໃຫ້ສໍາເລັດຕາມແຜນຍຸດທະສາດການຫັນເປັນດິຈິຕອນແຫ່ງຊາດ ເຊີ່ງປະກອບມີ 3 ເສົາຄ້ໍາຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ໃຫ້ບັນລຸຕາມຄາດໝາຍ.

 

ພິທີຝຶກອົບຮົມ ໄດ້ສິ້ນສຸດລົງ ໃນວັນທີ 07 ພຶດສະພາ 2024 ເວລາ 16:00.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ