ກອງປະຊຸມເຜີຍແຜ່ ວຽກການບໍລິຫານ ແລະ ບໍລິການລັດດິຈິຕອນ ແລະ ຝຶກອົບຮົມການຄຸ້ມຄອງ ແລະ ເປັນອາຈານສອນ ບັນດາລະບົບບໍລິຫານລັດດິຈິຕອນ ໃຫ້ພະແນກ ຕສ 5 ແຂວງພາກກາງ ທີ່ແຂວງວຽງຈັນ

28/06/2024

ກອງປະຊຸມເຜີຍແຜ່ ວຽກການບໍລິຫານ ແລະ ບໍລິການລັດດິຈິຕອນ ແລະ ຝຶກອົບຮົມການຄຸ້ມຄອງ ແລະ ເປັນອາຈານສອນ ບັນດາລະບົບບໍລິຫານລັດດິຈິຕອນ ໃຫ້ພະແນກ ຕສ 5 ແຂວງພາກກາງ  ທີ່ແຂວງວຽງຈັນ

ໃນວັນທີ 12-13 ມິຖຸນາ 2024, ເວລາ 08:30 ໂມງ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງວຽງຈັນ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກການບໍລິຫານ ແລະ ບໍລິການລັດດິຈິຕອນ ແລະ ຝຶກອົບຮົມການຄຸ້ມຄອງລະບົບ ແລະ ການເປັນອາຈານສອນ ບັນດາລະບົບຕ່າງໆ ຂອງສູນບໍລິຫານລັດດິຈິຕອນ ເຊັ່ນ: ລະບົບ E-office, E-mail, G-Share/G-Drive, G-Chat, G-Net, ລະບົບກອງປະຊຸມທາງໄກ (VC) ແລະ G-Room ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງ, ບັນດາພະແນກການ ແລະ ອົງການຈັດຕັ້ງ ອ້ອມຂ້າງແຂວງວຽງຈັນ ເຂົ້າຮ່ວມທັງໝົດ 37 ກວ່າທ່ານ.

  ເພື່ອກ້າວເຂົ້າສູ່ ການຫັນເປັນລັດຖະບານດິຈິຕອນໃນຍຸກ 4.0, ລັດຖະບານ ໄດ້ມີການລິເລິ່ມ ການນໍາເອົາເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກນໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄືການພັດທະນາປະເທດຊາດ ໃນໄລຍະໄໝ່. ລັດຖະບານໄດ້ໃຫ້ຄວາມສໍາຄັນ ໃນການຫັນເປັນດິຈິຕອນ ໂດຍໄດ້ມີການກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນຄື: ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ, (2021- 2040) ຍຸດທະສາດການພັດທະນາເສດຖະກິດດິຕິຕອນແຫ່ງຊາດ ໄລຍະ 10 ປີ ( 2021 - 2030)  ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 5ປີ ( 2021 - 2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX.

ພັກ ແລະ ລັດຖະບານ ໄດ້ວ່າງເປົ້າໝາຍການຫັນເປັນດິຈິຕອນແຫ່ງຊາດ ຊຶ່ງປະກອບມີ 03 ເສົ້າຄໍ້າຫຼັກຄື: 1. ການຫັນເປັນສັງຄົມດິຈິຕອນ, 2. ການຫັນເປັນເສດຖະກິດດິຈິຕອນ ແລະ 3. ການຫັນເປັນລັດຖະບານດິຈິຕອນ ເຊິ່ງເປັນວຽກງານບູລິມະສິດ ທີ່ສໍາຄັນ ແລະ ຕອບຮັບຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງພັກ-ລັດ ວ່າງອອກ. ບົນພື້ນຖານຂອງແຜນຍຸດທະສາດ ແລະ ແຜນພັດທະນາດັ່ງກ່າວ, ບັນດາກະຊວງ,ອົງການທຽບເທົ່າ ໄດ້ສຸ່ມໃສ່ການພັດທະນາວຽກງານວິຊາສະເພາະຂອງຕົນ ໂດຍມີການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອການຫັນເປັນທັນສະໄໝ ນັບມື້ນັບຫຼາຍຂື້ນ. ໂດຍສະເພາະ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ຄື ສູນບໍລິຫານລັດດິຈິຕອນ ໄດ້ເອົາໃຈໃສ່ ຄົ້ນຄວ້າ, ພັດທະນາ ແລະ ສົ່ງເສີມ ການພັດທະນາໂຄງລ່າງພື້ນຖານ ແລະ ລະບົບການບໍລິຫານ ແລະ ບໍລິການທີ່ທັນສະໄໝທີ່ເປັນພື້ນຖານ ໃຫ້ແກ່ພາກລັດ ເຊັ່ນ: ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊມທາງໄກ (Video Conference), ລະບົບການສື່ສານພາກລັດ (G-Chat), ລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive), ລະບົບເຄືອຂ່າຍພາກລັດ (G-Net), ລະບົບການຮຽນການສອນອອນລາຍ (L-MOOCs) ແລະ ລະບົບອື່ນໆ, ຊຶ່ງເປົ້າໝາຍໃນການນຳໃຊ້ລະບົບເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານ ແມ່ນເພື່ອຫັນວຽກງານການບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ຮັບໃຊ້ສັງຄົມ ກໍ່ຄືປະຊາຊົນ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິພາບ ດັ່ງນັ້ນ, ສູນບໍລິຫານລັດດິຈິຕອນຈື່ງໄດ້ຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມຄັ້ງນີ້ຂື້ນຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານລັດຖະກອນ ເພື່ອເພີ່ມຂີດຄວາມສາມາດ ຂອງວຽກງານການບໍລິຫານ ແລະ ບໍລິການລັດ ໃຫ້ເປັນດິຈິຕອນ ແລະ ທັນສະໄໝ.

ໃນກອງປະຊຸມເຜີຍແຜ່, ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີເຖິງພາບລວມການຫັນເປັນລັດຖະບານດິຈິຕອນ ເຊິ່ງລວມມີ ສະພາບການພັດທະນາ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດິຈິຕອນຜົນການປະເມີນຄວາມພ້ອມ ຫຼື Digital Maturity Assessment-DMA, ຮ່າງແຜນແມ່ບົດລັດຖະບານດິຈິຕອນ (Digital Government Master Plan), DGC Roadmap, Government Data Exchange ແລະ Digital ID.

ຫຼັງຈາກນັ້ນນັກວິທະຍາກອນ ຂອງສູນບໍລິຫານລັດດິຈິຕອນ ກໍ່ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ພາບລວມ ບັນດາລະບົບຕ່າງໆ ຂອງສູນ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບຄະນະພະແນກ ແລະ ວິຊາການຂອງພະແນກ ຕສ 05 ແຂວງພາກກາງ ລວມເຖິງບັນດາພະແນກການຕ່າງໆ ອ້ອມຂ້າງແຂວງວຽງຈັນ, ທັງເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເຊິ່ງນອກຈາກການສຳມະນາເຜີຍແຜ່ແລ້ວ, ສູນບໍລິຫານລັດດິຈິຕອນກໍ່ຍັງໄດ້ລົງເລິກຝຶກອົບຮົມການຄຸ້ມຄອງ ແລະ ເປັນອາຈານສອນ ລະບົບຫ້ອງການທັນສະໄໝ, ລະບົບການສື່ສານພາກລັດ ແລະ ລະບົບກອງປະຊຸມທາງໄກ ແລະ ລະບົບອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາພະແນກ ຕສ 05 ແຂວງພາກກາງໃຫ້ສາມາດຄຸ້ມຄອງ ແລະ ເປັນອາຈານສອນໃຫ້ຫ້ອງວ່າການແຂວງ, ບັນດາພະແນກການ ແລະ ພາກສ່ວນຕ່າງໆ ຂອງແຂວງຕົນເອງໄດ້.

ພາຍຫຼັງການນໍຳສະເໜີ ແລະ ຝຶກອົບຮົມສີ້ນສຸດລົງ, ກໍ່ໄດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ຢ່າງເປັນຂະບວນຝົດຝື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການລິເລິ່ມວຽກງານດັ່ງກ່າວເພື່ອເປັນການບໍລິການ ແລະ ເຊື່ອມຕໍ່ຂໍ້ມູນຂອງພາກລັດຫັນເປັນທັນສະໄໝໃນຕໍ່ໜ້າ.

ໃນຕອນທ້າຍ, ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ທີ່ເປັນແຂວງເຈົ້າພາບໃນການ ຈັດກອງປະຊຸມໃນຄັ້ງນີ້, ພະແນກ ເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງ ແລະ ບັນດາພະແນກການອ້ອມຂ້າງແຂວງວຽງຈັນ ທີ່ໄດ້ເສຍລະຫຼະເວລາເຂົ້າຮ່ວມກອງປະຊຸມ ແລະ ຝືກອົບຮົມໃນຄັ້ງນີ້, ເຊິ່ງໃນຕອນທ້າຍ ກໍ່ໄດ້ເນັ້ນໃຫ້ ພະແນກ ຕສ 05 ແຂວງພາກກາງ ຕ້ອງໄດ້ເປັນເຈົ້າການໃນການຄຸ້ມຄອງຂໍ້ມູນຜູ້ຊົມໃຊ້ບັນດາລະບົບຕ່າງໆ ລວມເຖິງການຂື້ນແຜນໃນການຈັດຝືກອົບຮົມ ແລະ ຂະຫຍາຍການນຳໃຊ້ໃຫ້ຫ້ອງວ່າການ, ພະແນກການ ແລະ ບັນດາເມືອງອ້ອມຂ້າງແຂວງຂອງຕົນເອງ ເພື່ອໃຫ້ສາມາດນຳໃຊ້ໄດ້ຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 16:00 ຂອງ ວັນທີ 13 ມິຖຸນາ 2024.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ