ຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໃຫ້ບັນດາກະຊວງ 12 ພາກສ່ວນ.

02/07/2024

ຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໃຫ້ບັນດາກະຊວງ 12 ພາກສ່ວນ.

ໃນຕອນເຊົ້າ ວັນທີ 20 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) (ເຂດ ສີສະເກດ), ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຈຳນວນ 12 ພາກສ່ວນ. ໂດຍການເປັນປະທານ ຂອງ  ທ່ານ ຄໍາຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ຕາງໜ້າຈາກບັນດາ ກະຊວງ ຕ່າງໆ ເຂົ້າຮ່ວມທັງໝົດ ຈຳນວນ 55 ທ່ານ, ຍິງ 18 ທ່ານ.

ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ເພື່ອ​ຍົກ​ລ​ະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ ​ໃນການນຳໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive) ໃນການຈັດການບັນດາຂໍ້ມູນດ້ານຕ່າງໆ ທີ່ໃຊ້ເຂົ້າໃນວຽກງານ ໂດຍສະເພາະແມ່ນເອກະສານ ຜ່ານລະບົບ Cloud ຍົກສູງຄວາມສາມາດໃນການໝູນໃຊ້ລະບົບ G-Share/G-Drive  ເຂົ້າໃນການປະຕິບັດວຽກງານຢ່າງມີປະສິດທິພາບ, ຫຼຸດຜ່ອນຂັ້ນຕອນການດຳເນີນການ, ປະຢັດເວລາ ແລະ ແກ້ບັນຫາເອກະສານຊໍ້າຊ້ອນ ໃຫ້ໄດ້ຮັບໝາກຜົນສູງສຸດ.

ໃນການ​ຝຶກ​ອົບ​ຮົມ ແມ່ນໄດ້ແນະນຳກ່ຽວກັບ ການສ້າງ, ອັບໂຫຼດ, ຈັດການຟາຍ (File), ການແກ້ໄຂເອກະສານຮ່ວມກັນ ແລະ ການແບ່ງປັນເອກະສານ ໃຫ້ກັບບຸກຄົນອື່ນດ້ວຍຮູບແບບຕ່າງໆ ເຊັ່ນ: Word, Excel ແລະ Power point. ນອກນັ້ນ, ຍັງໄດ້ຍົກຕົວຢ່າງການນໍາໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃນການນໍາໄປວາງແຜນ ເຊິ່ງສາມາດປັບເຂົ້າໃນລະບົບການເຮັດວຽກຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝໃຫ້ແກ່ບັນດານັກສຳມະນາກອນ ກໍ່ຄືການຫັນເປັນລັດຖະບານດິຈິຕອນ

ໃນຕອນທ້າຍຂອງການຝຶກອົບຮົມ ກໍ່ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຈາກບັນດາກະຊວງຕ່າງໆ ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງມີຂໍ້ສະເໜີແນະຕ່າງໆ ໃນການນຳໃຊ້ລະບົບບໍລິຫານລັດ ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ ແລະ ປັບປຸງລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານຕົວຈິງໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບສູງ

ການຝຶກອົບຮົມໄດ້ສິ້ນສຸດລົງ ໃນມື້ດຽວກັນ ວັນທີ 20 ມິຖຸນາ 2024, ເວລາ 16:00

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ