10/07/2024

ໃນຕອນເຊົ້າຂອງ ວັນທີ 08 ກໍລະກົດ 2024, ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດໃຫ້ມີຊຸດຝຶກອົບຮົມ ການນໍາໃຊ້ລະບົບຫ້ອງການທັນສະໄໜ (E-office) ໃຫ້ແກ່ພະນັກງານ ອົງການໄອຍະການປະຊາຊົນ ທົ່ວນະຄອນຫຼວງວຽງຈັນ, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ (ບ້ານ ສີເມືອງ) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນມາ ດວງມາລາສິນ, ຮັກສາການຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍມີ ບັນດາທ່ານຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຄະນະພະແນກ ແລະ ວິຊາການມາຈາກ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ເຂດ ແລະ ອົງການໄອຍະການທະຫານຂັ້ນສູງ ເຂົ້າຮ່ວມ 40 ກວ່າທ່ານ
ຈຸດປະສົງ ໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນສູງສຸດ ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ລະບົບຫ້ອງການທັນສະໄໜ (e-Office) ແລະ ສາມາດນໍາໃຊ້ເຂົ້າໃນວຽກງານການບໍລິຫານ ແລະ ການບໍລິການ ໃນຂົງເຂດວຽກງານໄອຍະການປະຊາຊົນໄດ້ຢ່າງມີປະສິດທິພາບ ໂດຍແນໃສ່ໃຫ້ວຽກງານມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ
ໃນພິທີເປີດຝຶກອົບຮົມ, ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳສະເໜີພາບລວມຂອງການຫັນເປັນລັດຖະບານທັນສະໄໝ (ດິຈິຕອນ) ຂອງ ສປປ ລາວ, ແລະ ມີຄຳເຫັນ ຕໍ່ຜູ້ມາຮ່ວມກອງປະຊຸມ ໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນ ໃນການຫັນເປັນທັນສະໄໝ ແບບດິຈິຕອນ ຕາມທິດຂອງລັດຖະບານ ທີ່ໄດ້ມີດຳລັດແຕ່ງຕັ້ງ ຄະນະຫັນເປັນດິຈິຕອນແຫ່ງຊາດ ໂດຍມີ ທ່ານ ນາຍົກລັດຖະມົນຕີ ເປັນປະທານ, ຊຶ່ງຄະນະດັ່ງກ່າວ ມີເປົ້າໝາຍ 3 ເສົາຄ້ຳດິຈິຕອນ ຄື: 1) ເສົາຄ້ຳ ລັດຖະບານດິຈິຕອນ; 2) ເສົາຄ້ຳເສດຖະກິດດິຈິຕອນ; 3) ເສົາຄ້ຳສັງຄົມດິຈິຕອນ
ພ້ອມນີ້, ທ່ານ ບຸນມາ ດວງມາລາສິນ, ຮັກສາການຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດ, ໄດ້ຮຽກຮ້ອງໃຫ້ ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ພ້ອມກັນເອົາໃຈໃສ່ໃນການຝຶກອົບຮົມ, ປະຕິບັດລະບຽບໂມງເວລາການຂຶ້ນຫ້ອງ, ຮຽນຮູ້ບົດຮຽນ ແລະ ແລກປ່ຽນຄໍາຄິດເຫັນນໍາ ຄູ-ອາຈານ ໃຫ້ໄດ້ຮັບປະສິດທິຜົນສູງ, ສາມາດນໍາໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ ເຮັດໃຫ້ໜ້າທີ່ວຽກງານໄດ້ຮັບໜາກຜົນດີຂຶ້ນເລື້ອຍໆ
ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປຮອດ ວັນທີ 12 ກໍລະກົດ 2024 ຈຶ່ງຈະສໍາເລັດ