26/07/2024

ໃນວັນທີ 15 ກໍລະກົດ 2024 ສູນບໍລິຫານລັດດິຈິຕອນ ໃນນາມຄະນະ Digital Data Government (DDG), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມສັບປະດາການປົກປ້ອງຂໍ້ມູນສ່ວນຕົວ(PDP Week 2024) ທີ່ ປະເທດ ສິງກະໂປ. ຊຶ່ງຈັດໂດຍອົງການ PDPC ສິງກະໂປ ນຳພາຄະນະເຂົ້າຮ່ວມໂດຍ ທ່ານ ປອ ທະວິສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ,ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 15-18 ກໍລະກົດ 2024, ທີ່ Sands Expo and Converntion Center, Marine Bay Sands ປະເທດສິງກະໂປ. ກອງປະຊຸມ PDP Week 2024 ຄັ້ງນີ້ຍັງໄດ້ຮ່ວມກັບ IAPP ຈັດເວທີສຳມະນາຂໍ້ມູນສ່ວນຕົວຢູ່ອາຊີ (International Association of Privacy Professionals Asia Privacy Forum- IAPP APF 2024) ແລະ ສຳມະນາກ່ຽວກັບເຕັກໂນໂລຊີການເພີ່ມຄວາມເປັນສ່ວນຕົວ (Privacy enhancing Technology “PET’’) ອາຊີປາຊີຟິກ
ສັບປະດາການປົກປ້ອງຂໍ້ມູນສ່ວນຕົວ (PDP Week 2024) ເປັນງານສໍາມະນາທີ່ສໍາຄັນໂດຍມີຫຼາຍຫົວຂໍ້ທີ່ໜ້າສົນໃຈໂດຍສະເພາະແມ່ນສະເໜີຂັ້ນຕອນການພັດທະນາ ແລະ ແຜນການດຳເນີນງານ ການບໍລິຫານ ຄຸ້ມຄອງລັດດ້ວຍປັນຍາປະດິດ (AI) ໃນສິງກະໂປ ແລະ ການຄຸ້ມຄອງການໂອນຍ້າຍຂໍ້ມູນຂ້າມແດນ (Cross Broder Data Flow) ແລະ ກົດໝາຍການປົກປ້ອງຂໍ້ມູນສ່ວນບຸກຄົນ (Personal Data Protection Law)
ໃນພິທີເປີດງານ ທ່ານນາງ JosephineTeo ລັດຖະມົນຕີ ກະຊວງ ພັດທະນາດິຈິຕອນ ແລະ ຂໍ້ມູນຂ່າວສານ ຂອງສິງກະໂປ ໄດ້ຍົກໃຫ້ເຫັນ ການພັດທະນາ AI ທີ່ຕິດພັນກັບວຽກງານຄວາມປອດໄພຂອງຂໍ້ມູນ, ຊຶ່ງເປັນສິ່ງທ້າທາຍສຳລັບສິງກະໂປ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມ. ໃນເດືອນຜ່ານມານີ້ ສິງກະໂປ ໄດ້ພັດທະນາ Model AI Governance Framework for Generative AI ແລະ ໄດ້ເປີດໂຕ ເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງໃນການພັດທະນາ GenAI ແລະ ອົງການພັດທະນາຂໍ້ມູນສື່ Infocomm Media Developmen tAuthority (IMDA) ຍັງໄດ້ແນະນໍາແນວທາງດ້ານຄວາມປອດໄພສໍາລັບນັກພັດທະນາ Model AI Generative ແລະ ຜູ້ໃຊ້ app, ເຊິ່ງຈະສ້າງພື້ນຖານທີ່ເປັນມາດຕະຖານທົ່ວໄປສໍາລັບການພັດທະນາ AI ໂດຍສຸມໃສ່ຄວາມໂປ່ງໃສ ແລະ ຮັກສາຄວາມປອດໄພຂໍ້ມູນ. ນອກຈາກນີ້ຍັງຈະສະໜັບສະໜູນການນໍາໃຊ້ເຕັກໂນໂລຊີການເພີ່ມປະສິດທິພາບຄວາມເປັນສ່ວນຕົວ (PETs) ເພື່ອເພີ່ມປະສິດທິພາບຄວາມປອດໄພການນໍາໃຊ້ຂໍ້ມູນໂດຍບໍ່ມີຜົນກະທົບຕໍ່ຂໍ້ມູນສ່ວນຕົວ
ໃນໂອກາດດັ່ງກ່າວ, ຄະນະຍັງໄດ້ປະຊຸມພົບປະສອງຝ່າຍກັບອົງການ PDPC ເພື່ອປຶກສາຫາລື ໂອກາດ ແລະ ຂໍການຮ່ວມມືຈາກ PDPC ໃນການສ້າງບຸກຄະລາກອນ ໂດຍສະເພາະໃນວຽກງານ ຂໍ້ມູນຂ່າວສານດິຈິຕອນພາກລັດ