ພິທີຈັດຝຶກອົບຮົມກ່ຽວກັບການສ້າງພລາດຟອມພາກລັດ (Government Platform)

23/10/2024

ພິທີຈັດຝຶກອົບຮົມກ່ຽວກັບການສ້າງພລາດຟອມພາກລັດ (Government Platform)

ໃນວັນທີ 16-17 ຕຸລາ 2024, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສູນບໍລິຫານລັດດິຈິຕອນ ໃນນາມຜູ້ຈັດຕັ້ງພິທີ ໄດ້ຈັດຝຶກອົບຮົມກ່ຽວກັບການສ້າງພລາດຟອມພາກລັດ (Government Platform) ພາຍໃຕ້ການເປັນປະທານ ໂດຍ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ເຊິ່ງມີຕາງໜ້າຈາກບັນດາຫ້ອງການ, ກົມ, ສູນ, ອົງການ ແລະ ສະຖາບັນ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຊ່ຽວຊານຈາກ Open Government Product (OGP). ປະເທດສິງກະໂປ ເຂົ້າຮ່ວມ, ລວມຜູ້ເຂົ້າຮ່ວມທັງໝົດ 30 ກວ່າທ່ານ

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວການພັດທະນາ  ແລະ ການບໍລິຫານພລາດຟອມພາກລັດ (Government Platform) ໃຫ້ທັນສະໄໝ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນ ບົດຮຽນ ຂອງປະເທດສິງກະໂປ ໃນການພັດທະນາພລາດຟອມພາກລັດ ຊຶ່ງນຳໃຊ້ວິທີ MVP (Minimum Viable Product) ໃນການພັດທະນາສ້າງພລາດຟອມໃຫ້ໄປຕາມຫຼັກການ ທີ່ເລີ່ມຕົ້ນຈາກແບບນ້ອຍໆ ແລ້ວປັບປຸງຕໍ່ໄປເພື່ອການນຳໃຊ້ທີ່ມີປະສິດທິພາບໃນອະນາຄົດ. ທາງຊ່ຽວຊານຈາກ Open Government Product (OGP) ໄດ້ນຳເອົາປະສົບການຂອງພວກເຂົາໃນການພັດທະນາລະບົບພລາດຟອມພາກລັດ ນຳມາຖ່າຍທອດໃຫ້ ພະນັກງານ  ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອນຳຄວາມຮູ້ທີ່ໄດ້ຮຽນມານຳໄປປັບໃຊ້ໃນລະບົບພລາດຟອມພາກລັດ ຂອງ ສປປ ລາວ ໃຫ້ມີປະສິດທິພາບໃນການຮອງຮັບການຮັບໃຊ້ປະຊາຊົນ

ໃນຊ່ວງທ້າຍຂອງການຝຶກອົບຮົມ ໄດ້ເປີດເວທີສົນທະນາ ແລກປ່ຽນ ແລະ ປຶກສາຫາລືປະກອບຄໍາຄິດເຫັນ, ຮັບຟັງຂໍ້ສະເໜີຕ່າງໆ ຈາກບັນດາ ແຂກທີ່ເຂົ້າຮ່ວມ ໂດຍສະເພາະສະພາບການພັດທະນາ ເຕັກນິກຂອງບັນດາລະບົບ, ສີ່ງທ້າທາຍ, ຂໍ້ສະເໜີ ການຮ່ວມມື ເພື່ອສາມາດຕໍ່ຍອດການພັດທະນາ ບັນດາລະບົບ ແລະ ພລາດຟອມ ທີ່ມີປະສິດທິພາບ ແລະ ຄວາມຍືນຍົງໃນອະນາຄົດ.  ຜົນຂອງການຝຶກອົບຮົມໃນຄັ້ງນີ້  ຈະນໍາເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າ ແລະ ພັດທະນາຕົ້ນແບບຂອງ ພລາດຟອມພາກລັດ ໃນອະນາຄົດ ເພື່ອໃຫ້ບັນດາອົງການຈັດຕັ້ງພັກ-ລັດ ສາມາດນຳໃຊ້ພລາດຟອມດັ່ງກ່າວເຂົ້າໃນວຽກງານຂອງຕົນ

ໃນການບໍລິການສັງຄົມໃນຕໍ່ໜ້າ ແລະ ການຝຶກອົບຮົມດັ່ງກ່າວ  ເປັນໜຶ່ງໃນຂໍ້ລິເລີ່ມ ໃນການຊຸກຍູ້ ການພັດທະນາ ແລະ ບໍລິຫານພລາດຟອມພາກລັດ (Government Platform) ຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ