ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 (The 7th Meeting of the ASEAN Data Protection and Privacy Forum)

24/10/2024

ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 (The 7th Meeting of the ASEAN Data Protection and Privacy Forum)

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2024 ທີ່ໂຮງແຮມ ລາວພລາຊາ, ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນຄັ້ງທີ 7 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍມີເຈົ້າໜ້າທີ່ 46 ທ່ານ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ (ADGSOM) ທີ່ໄດ້ຈັດຂຶ້ນໃນນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.   ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດຫຼັກການປົກປ້ອງຂໍ້ມູນ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ ແລະ ການປະຕິບັດທີ່ດີທີ່ສຸດສໍາລັບວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ລະຫວ່າງບັນດາປະເທດສະມາຊິກອາຊຽນ

ກອງປະຊຸມໄດ້ຈັດຂຶ້ນເປັນເວລາໜຶ່ງວັນ ຊຶ່ງໃນພາກເຊົ້າ ແມ່ນກອງປະຊຸມ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານ ປົກປ້ອງຂໍ້ມູນ ຂອງແຕ່ລະປະເທດສະມາຊິກອາຊຽນ ທັງດ້ານນິຕິກຳ, ເຫດການຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍ ໃນວຽກງານປົກປ້ອງຂໍ້ມູນ, ສຳລັບ ສປປ ລາວ ນຳພາໂດຍ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ  ຂຶ້ນລາຍງານວຽກງານປົກປ້ອງຂໍ້ມູນ ຂອງ ສປປ ລາວ ໂດຍ ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີ. ຈາກນັ້ນ ປະເທດສິງກະໂປ ໄດ້ລາຍງານເພີ່ມຕື່ມ ກ່ຽວກັບແຜນຈັດຕັ້ງປະຕິບັດ ຂອບການຮ່ວມມືອາຊຽນທາງດ້ານ ຂໍ້ມູນລັດຖະບານ (initiatives under ASEAN Framework on Digital Data Governance), ຂອບຮ່ວມມືສໍາລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນຂ້າມແດນ (Operational Framework for the Global Cross-Border Privacy Rules (Global CBPR) System).  ນອກຈາກນັ້ນ  ຜູ້ແທນຈາກປະເທດກໍາປູເຈຍ ໃນນາມປະທານຂອງກອງປະຊຸມ ໄດ້ລາຍງານ ບັນດາຂໍ້ລິເລີ່ມ ພາຍໃຕ້ແຜນງານ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ

ໃນຕອນບ່າຍ ຂອງວັນດຽວກັນ ແມ່ນການຈັດສຳມະນາ ພາຍໃນຫົວຂໍ້ ເຕັກໂນໂລຊີໃໝ່ ແລະ ໃນການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ (Industry Engagement Forum On Emerging Technologies and Data Privacy). ໂດຍມີການນໍາສະເໜີ ຈາກອົງການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາປະເທດອາຊຽນ ນອກຈາກນັ້ນ ກໍ່ມີການແລກປ່ຽນຄຳເຫັນ ກ່ຽວກັບ ຄວາມກັງວົນ ຕໍ່ກັບມາດຕະຖານປົກປ້ອງຂໍ້ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດໃນແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ມູນເພື່ອຕໍ່ຍອດໃຫ້ແກ່ ເຕັກໂນໂລຊີໃໝ່

ກອງປະຊຸມຄັ້ງນີ້ , ຜູ້​ເຂົ້າ​ຮ່ວມ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ການ​ປົກ​ປ້ອງ​ຂໍ້​ມູນ​ໃນ​ພາກ​ພື້ນ​ອາ​ຊຽນ. ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມຂອງບັນດາປະເທດສະມາຊິກ ເພື່ອເສີມສ້າງກົນໄກການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ສົ່ງເສີມວັດທະນະທໍາຄວາມເປັນສ່ວນຕົວ ທີ່ສອດຄ່ອງກັບຄວາມຕ້ອງການຂອງພົນລະເມືອງ ແລະ ທຸລະກິດ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ