ກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດກິດຈະກຳ ຄົ້ນຄວ້າມາດຕະຖານການບໍລິຫານ ແລະ ບໍລິການລັດດິຈິຕອນ (e-Government Interoperability Framework for Lao PDR) ແລະ ຄົ້ນຄວ້າຮ່າງຍຸດທະສາດສົ່ງເສີມລະບົບຂໍ້ມູນເປີດພາກລັດ (Open Government Data Strategy)

13/12/2024

ກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດກິດຈະກຳ ຄົ້ນຄວ້າມາດຕະຖານການບໍລິຫານ ແລະ ບໍລິການລັດດິຈິຕອນ (e-Government Interoperability Framework for Lao PDR) ແລະ ຄົ້ນຄວ້າຮ່າງຍຸດທະສາດສົ່ງເສີມລະບົບຂໍ້ມູນເປີດພາກລັດ (Open Government Data Strategy)

ໃນວັນທີ 13 ທັນວາ 2024 ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພາຍໃຕ້ໂຄງການສູນຮ່ວມມືລັດຖະບານດິຕິຕອນ ລາວ - ເກົາຫຼີ (DGCC) ໄດ້ເປີດກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດກິດຈະກຳ ຄົ້ນຄວ້າມາດຕະຖານການບໍລິຫານ ແລະ ບໍລິການລັດດິຈິຕອນ (e-Government Interoperability Framework for Lao PDR) ແລະ ຄົ້ນຄວ້າຮ່າງຍຸດທະສາດສົ່ງເສີມລະບົບຂໍ້ມູນເປີດພາກລັດ (Open Government Data Strategy),ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດພິທີໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີຕາງໜ້າຈາກບັນດາກົມ, ສູນ, ອົງການ, ສະຖາບັນ ພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ບັນດາກະຊວງ ແລະ ອົງການທຽບເທົ່າ ຈາກສູນກາງ, ພະແນກ ຕສ ແຂວງຫຼວງພະບາງ, ຕາງໜ້າຈາກອົງການຂໍ້ມູນຂ່າວສານແຫ່ງຊາດ (NIA), ຄະນະທີ່ປຶກສາຈາກ ຊ່ຽວຊານ ສ.ເກົາຫຼີ, ລວມຜູ້ເຂົ້າຮ່ວມທັງໝົດ 50 ທ່ານ

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນນຳສະເໜີບົດປະເມີນຜົນການສຶກສາຄົ້ນຄວ້າ, ຜົນຈັດຕັ້ງປະຕິບັດການພັດທະນາພາບລວມການບໍລິຫານ ແລະ ບໍລິການລັດຖະບານດິຈິຕອນ (e-GIF) ແລະ ແຜນການຄົ້ນຄວ້າຮ່າງຍຸດທະສາດສົ່ງເສີມລະບົບຂໍ້ມູນເປີດພາກລັດ (OGD) ຂອງ ສປປ ລາວ ໃນອະນາຄົດ

ໂຄງການສູນຮ່ວມມືລັດຖະບານດິຈິຕອນ ລາວ - ເກົາຫຼີ (DGCC) ດັ່ງກ່າວແມ່ນໄດ້ຮັບ ການຊ່ວຍເຫຼືອຈາກ ລັດຖະບານ ສ. ເກົາຫຼີ ໃນໄລຍະ 3 ປີ ແຕ່ປີ 2023 ຫາ 2025, ສອງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ຕໍ່ກັບວຽກງານການຫັນເປັນດິຈິຕອນຂອງປະເທດລາວເຮົາ. ໃນປີ 2024 ນີ້ ສູນບໍລິຫານລັດດິຈິຕອນ, ຕາງໜ້າໃຫ້ກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມມື ກັບຊ່ຽວຊານຂອງ ປະເທດ ສ.ເກົາຫຼີ ໃນການລົງສຳຫຼວດ, ເກັບກຳຂໍ້ມູນ ກັບບັນດາອົງການຈັດຕັ້ງພັກ-ລັດ, ພ້ອມທັງໄດ້ມີການຄົ້ນຄວ້າ ເບີ່ງບົດຮຽນຈາກ ຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ທີ່ໄດ້ມີີການພັດທະນາວຽກງານດັ່ງກ່າວ ເພື່ອເປັນບ່ອນອີງ ແລະ ຫາຈຸດຢືນທີ່ສຳຄັນ ໃນການຮ່າງຍຸດທະສາດສົ່ງເສີມລະບົບຂໍ້ມູນເປີດພາກລັດ ແລະ ມາດຕະຖານການບໍລິຫານ ແລະ ບໍລິການລັດດິຈິຕອນ ຂອງ ສປປ ລາວ ຕາມສະພາບການພັດທະນາວຽກງານ ການຫັນເປັນລັດດິຈິຕອນຕົວຈິງ, ແລະ ຈະໄດ້ມີການສ້າງແຜນພັດທະນາຕໍ່ໃນປີ 2025

ໃນກອງປະຊຸມສຳມະນາ ໄດ້ມີການນຳສະເໜີໃນຫຼາຍຫົວຂໍ້ເຊັ່ນ: ນໍາສະເໜີພາບລວມຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ແຜນການເຄື່ອນໄຫວ, ຂັ້ນຕອນການພັດທະນາ, ຫຼັກການ ແລະ ການຄຸ້ມຄອງ ການຄົ້ນຄວ້າມາດຕະຖານລະບົບບໍລິຫານລັດດິຈິຕອນ ແລະ ການຄົ້ນຄວ້າແຜນຍຸດທະສາດລະບົບຂໍ້ມູນເປີດ ຂອງພາກລັດ ໃນອະນາຄົດ,​ ນອກຈາກນັ້ນ ກໍ່ມີການສົນທະນາ ແລກປ່ຽນ ປຶກສາຫາລື ປະກອບຄໍາຄິດຄໍາເຫັນ, ຮັບຟັງຂໍ້ສະ ເໜີບັນຫາຕ່າງໆ ຈາກບັນດາແຂກທີ່ເຂົ້າຮ່ວມ ກອງປະຊຸມ ໂດຍສະເພາະແມ່ນສະພາບການພັດທະນາເຕັກນິກຂອງບັນດາລະບົບ, ສິ່ງທ້າທາຍ, ຂໍ້ສະເໜີ ເພື່ອການຮ່ວມມື ລະຫວ່າງພາກລັດ, ພາກທຸລະກິດຜູ້ປະກອບການ ໄອຊີທີ ດິຈິຕອນ ໃນການສ້າງມາດຕະຖານ ຮ່ວມກັນ ເພື່ອຮັບປະກັນ ການເຊື່ອມໂຍງຂໍ້ມູນ, ຄວາມປອດໄພ ແລະ ເພື່ອຫຼຸດຜ່ອນການລົງທືນທີ່ຊໍ້າຊ້ອນ ແລະ ເພື່ອສາມາດຕໍ່ຍອດການພັດທະນາ ບັນດາລະບົບ ແລະ ພຣັດຟອມ ທີ່ມີປະສິດທິພາບ ແລະ ໃຫ້ມີຄວາມຍືນຍົງໃນອະນາຄົດ

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວສະຫຼຸບຜົນຂອງກອງປະຊຸມສໍາມະນາ ໂດຍໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ຂອງວຽກງານຫັນເປັນລັດດິຈິຕອນ ທີ່ຕ້ອງສ້າງມາດຕະຖານ e-GIF ໃຫ້ເປັນພື້ນຖານຈະແຈ້ງ ເປັນເອກະພາບ ແລະ ໃຫ້ມີຍຸດທະສາດ ທີ່ຈະແຈ້ງ ຄົບຖ້ວນ ກ່ຽວກັບ ວຽກງານເຊື່ອມໂຍງ ແລະ ຄຸ້ມຄອງ ຂໍ້ມູນພາກລັດ ແບບເປັນດິຈິຕອນ, ພ້ອມທັງ ເນັ້ນໃຫ້ສັງລວມ ການປະກອບຄໍາຄິດຄໍາເຫັນໃນຄັ້ງນີ້  ໄປຄົ້ນຄວ້າ ເພື່ອປະເມີນສະພາບການພັດທະນາ ແລະ ປັບປຸງບົດລາຍງານ,  ກົນໄກການວາງມາດຕະຖານການເຊື່ອມຕໍ່ລັດດິຈິຕອນ, ການສົ່ງເສີມຂໍ້ມູນເປີດພາກລັດ ຂອງ ສປປ ລາວ ຢ່າງ      ເໝາະສົມ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ. ເພື່ອເປັນການຊຸກຍູ້ ການພັດທະນາລັດຖະບານດິຈິຕອນ  ແລະ ແຜນການຫັນເປັນດິຈິຕອນ ຂອງ ສປປ ລາວ ທັງເປັນການສຸມໃສ່ການປັບປຸງ ດັດສະນີການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ

 

 

ລົງທະບຽນປະຊຸມ
ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ