05/12/2024
ໃນວັນທີ 05-06 ທັນວາ 2024 ທີ່ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ. ທ່ານ ນ. ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້: ປັນຍາປະດິດກັບຂະແໜງການຂອງພາກລັດ ໃນດ້ານນະໂຍບາຍ ແລະ ແນວທາງປະຕິບັດ “Artificial Intelligence in the Public Sector: Policy Considerations and Best Practices”. ໄດ້ຈັດຂື້ນໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP), ສູນບໍລິການພາກລັດອາດຕານາ (ACSH), ກະຊວງພາຍໃນ ແລະ ຄວາມປອດໄພ ຂອງສາທາລະນະລັດເກົາຫຼີ (MOIS), ອົງການຂໍ້ມູນຂ່າວສານສັງຄົມແຫ່ງຊາດ ຂອງສາທາລະນະລັດເກົາຫຼີ (NIA), ສະຖາບັນເຕັກໂນໂລຊີດິຈິຕອນກໍາປູເຈຍ (CADT), ກຸ່ມວຽກງານ GovTech ຂອງທະນາຄານໂລກ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ໂດຍມີການເຂົ້າຮ່ວມຫຼາຍກວ່າ 60 ທ່ານ ທີ່ມາຈາກ 12 ປະເທດ
ກອງປະຊຸມສຳມະນາແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ແລະ ຈຸດປະສົງ ແມ່ນເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານລັດຖະກອນໃນລະດັບຕ່າງໆ ໃຫ້ເຂົ້າໃຈກ່ຽວກັບການນຳໃຊ້ປັນຍາປະດິດ ຫຼື (AI) ມາຊ່ວຍໃນວຽກງານບໍລິຫານ ແລະ ບໍລິການຂອງຕົນໃຫ້ມີຄວາມທັນສະໄໝ, ໂປ່ງໃສ, ການຫຼຸດຜ່ອນຂັ້ນຕອນວຽກງານທີ່ຊ້ຳຊ້ອນກັນ ແລະ ການສະໜອງຂອດບໍລິການທີ່ວ່ອງໄວໃຫ້ແກ່ປະຊາຊົນ. ນອກນັ້ນຍັງໄດ້ຮັບຟັງ ບົດຮຽນ ແລະ ປະສົບການຂອງຫຼາຍປະເທດສະມາຊິກໃນພາກພື້ນອາຊຽນ, ສາທາລະນະລັດເກົາຫຼີ, ເອເຊຍກາງ ແລະ ອົງການຈັດຕັ້ງສາກົນ ໃນການນຳໃຊ້ເຕັກໂນໂລຊີ ປັນຍາປະດິດ (AI) ໃນວຽກງານບໍລິການສາທາລະນະຂອງຕົນຢ່າງມີປະສິດທິພາບທີ່ດີ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢ່າງກວ້າງຂວາງ
ສູນບໍລິຫານລັດດິຈິຕອນ ໄດ້ເຂົ້າຮ່ວມ ໃນນາມໜຶ່ງໃນປະເທດ ທີ່ໄດ້ຮັບກິດຈະກໍາ ຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ເພື່ອສຶກສາຄົ້ນຄວ້າແຜນຍຸດທະສາດໃນການຍົກລະດັບສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແລະ ພັດທະນາລະບົບການບໍລິການລັດທີ່ມີປະສິດທິພາບໃນອານາຄົດ
ນອກນັ້ນ ຄະນະຍັງມີໂອກາດຢ້ຽມຊົມ ສະຖາບັນເຕັກໂນໂລຊີດິຈິຕອນກໍາປູເຈຍ (CADT), ຊຶ່ງເປັນສະຖາບັນການສຶກສາທີ່ຖ່າຍທອດຄວາມຮູ້ດ້ານເຕັກໂນໂລຊີຫຼາຍດ້ານເຊັ່ນ: ການນຳໃຊ້ IoT, Network and Cyber Security, Software and Programming ແລະ ອື່ນໆ. ຊຶ່ງມີອີກຫຼາຍບົດຮຽນທີ່ໜ້າສົນໃຈໃນການພັດທະນາໃນ ສປປ ລາວ ເຮົາໃນຕໍ່ໜ້າ