24/12/2024
ກອງປະຊຸມທ້າຍສະໄໝ ຂອງໜ່ວຍພັກສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 24 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ1 (ສະຖາບັນ ກຕສ) ຂອງກະຊວງ ຕສ, ໂດຍໃຫ້ກຽດເປັນປະທານໂດຍ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ຂອງໜ່ວຍພັກ ສລດ ແລະ ຕາງໜ້າຜູ້ຕິດຕາມຈາກ ກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດ ຈຳນວນ 33 ສະຫາຍ, ເປັນຍິງ 14 ສະຫາຍ
ກອງປະຊຸມຄັ້ງນີ້ ໄດ້ດຳເນີນເປັນ 3 ວາລະຄື: ວາລະທີໜຶ່ງ: ກອງປະຊຸມທ້າຍສະໄໝ ຂອງໜ່ວຍພັກ ສູນບໍລິຫານລັດດິຈິຕອນ ສະໄໝທີ II, ວາລະທີສອງ: ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024 ແລະ ວາລະທີສາມ: ກອງປະຊຸມປະເມີນຄະນະສູນ ຂອງສູນບໍລິຫານລັດດິຈິຕອນ. ຊຶ່ງກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ຈຸດປະສົງຂອງກອງປະຊຸມແມ່ນເພື່ອຕີລາຄາປະກອບຄໍາເຫັນຕໍ່ບົດສະຫຼຸບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ແຜນການໃນສະ ໄໝໜ້າຂອງໜ່ວຍພັກ ສລດ. ພ້ອມນັ້ນ, ຍັງໄດ້ຮັບຟັງ ສະຫາຍ ປະລິນຍາເອກ ທະວີສັກ ມະໂນທັມ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າສູນບໍລິຫານລັດດິຈິຕອນ ຂຶ້ນຜ່ານຮ່າງບົດສໍາຫຼວດການນໍາພາລວມ, ບົດສໍາຫຼວດຂອງບັນດາສະຫາຍສະມາຊິກພັກ ພາຍໃນໜ່ວຍພັກ ສລດ, ບົດລາຍງານການເມືອງ ແລະ ບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ປະຈຳປີ 2024 ຂອງໜ່ວຍພັກ ສລດ, ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ການນໍາພາລວມຂອງຄະນະໜ່ວຍພັກ, ປະກອບຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຂອງບັນດາສະຫາຍພາຍໃນຄະນະໜ່ວຍພັກ ຖືກຕ້ອງຕາມຄວາມເປັນຈິງ ພາວະວິໄສ ແລະ ດໍາເນີນຖືກຕ້ອງຕາມຫຼັກການຂອງພັກ
ໃນຕະຫຼອດໄລຍະຂອງການດໍາເນີນກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການຊີ້ນໍາ ແລະ ໂອ້ລົມ ຂອງ ສະຫາຍ ແກ້ວວິສຸກ ໂສລະພົມ, ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ຄະນະພັກກະຊວງ ຕສ ກໍຄື ຕໍ່ການພັດທະນາວຽກງານການບໍລິຫານ ແລະ ບໍລິການລັດດິຈິຕອນ ເຊິ່ງເປັນວຽກງານຈຸດສຸມໜຶ່ງ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອຫັນປະເທດເຮົາສູ່ລະບົບດິຈິຕອນ. ສະຫາຍໄດ້ຊີ້ນໍາຢ່າງເລິກເຊິ່ງ ແລະ ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ, ປັບປຸງ ແລະ ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງພະນັກງານໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ມີຄວາມຮູ້ທາງດ້ານວິຊາສະເພາະຢ່າງໜັກແໜ້ນ, ພັດທະນາບັນດາລະບົບທີ່ຊຸກຍູ້, ສົ່ງເສີມບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ, ປັບປຸງນິຕິກໍາ ແລະ ສ້າງນິຕິກໍາໃໝ່ ເພື່ອຊຸກຍູ້ ແລະ ສົ່ງເສີມການນຳໃຊ້ບັນດາລະບົບຕ່າງໆ ທີ່ຖືກພັດທະນາມາແລ້ວ ໃຫ້ສອດຄ່ອງ ແລະ ສາມາດຮອງຮັບເຕັກໂນໂລຊີ ແລະ ການສື່ສານ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ສລດ, ຕະຫຼອດເຖິງສະມາຊິກພັກ, ຕ້ອງເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ກ້າຫານ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ, ເອົາໃຈໃສ່ປັບປຸງທັດສະນະປະຕິວັດ ແລະ ທັດສະນະມະຫາຊົນຂອງພັກ ເຄື່ອນໄຫວໃຫ້ສອດຄ່ອງຕາມພາລະບົດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ, ຫຼີກລ້ຽງບັນດາປະກົດການຫຍໍ້ທໍ້ຕ່າງໆ, ເປັນຕົ້ນແມ່ນການສໍ້ລາດບັງຫຼວງ, ການສວຍໃຊ້ສິດໜ້າທີ່ເພື່ອສ້າງຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ອັນຈະສ້າງຄວາມເສຍຫາຍຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມ ຕໍ່ພັກ-ລັດ ເຮົາ
ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງມື້ດຽວກັນ