ຜູ້ແທນສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ 2025

15/01/2025

ຜູ້ແທນສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ 2025

ໃນວັນທີ 13 ມັງກອນ 2024, ຄະນະສູນບໍລິຫານລັດດິຈິຕອນ ໄດ້ເຂົ້າຮ່ວມເຄື່ອນໄຫວ ວຽກງານອາຊຽນ ໃນກອງປະຊຸມ ຄະນະເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ( Joint working group ASEAN Digital Sector Meeting) ທີ່ ບາງກອກ , ຣາຊະອານາຈັກໄທ. ຕາງໜ້າ ສູນບໍລິຫານລັດດິຈິຕອນ  ໂດຍ ທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນ ເຂົ້າຮ່ວມພ້ອມກັບຄະນະ ຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ກອງປະຊຸມໃນຄັ້ງນີ້  ສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີ ຜົນຂອງກິດຈະກໍາ ການສືກສາຂັ້ນພື້ນຖານການພັດທະນາລະບົບການຢັ້ງຢືນຕົວຕົນຂອງອາຊຽນ ( Baseline study on ASEAN Digital Identification) ຊຶ່ງເປັນກິດຈະກໍາການຮ່ວມມືອາຊຽນດິຈິຕອນທີ່ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານໃນການຈັດຕັ້ງປະຕິບັດໃນ ປີ 2024. ກິດຈະກໍາດັ່ງກ່າວ ຖືກເລືອກເປັນຫົວຂໍ້ບູລິມະສິິດ ເພື່ອລາຍງານ ແລະ ຮັບຮອງໂດຍ ກອງປະຊຸມ ລັດຖະມົນຕີອາຊຽນດິຈິຕອນ ຄັ້ງທີ 5. ຜ່ານມາ ສປປ ລາວ ໄດ້ດໍາເນີນການຄົ້ນຄວ້າ (Literature review), ຮ່າງແບບສອບຖາມ ແລະ ຈັດກອງປະຊຸມປຶກສາຫາລື ນໍາບັນດາປະເທດສະມາຊິກອາຊຽນ ຊຶ່ງໄດ້ ສຸມໃສສຶກສາ ເພື່ອເຂົ້າໃຈສະພາບລວມຂອງການພັດທະນາ, ນະໂຍບາຍ ແລະ ລະບຽບການຮອງຮັບຂອງປະເທດສະມາຊິກອາຊຽນ, ເຕັກໂນໂລຊີ ແລະ ມາດຕະຖານຂອງລະບົບດິຈິຕອນໄອດີ, ແລະ ການຮັບຮອງນໍາໃຊ້ຕົວຈິງ ພ້ອມທັງ ແຜນການໃນການຂະຫຍາຍການນໍາໃຊ້ໃນອະນາຄົດ. ການສຶກສາ ເຫັນວ່າ ບັນດາປະເທດສະມາຊິກໄດ້ ລິເລີ່ມຂະບວນການຫັນເປັນດິຈິຕອນ ຂອງລະບົບຢັ້ງຢືນຕົວຕົນ ແຕ່ກໍຍັງປາສະຈາກບໍ່ໄດ້ຄວາມແຕກໂຕນຂອງການພັດທະນາ ລະຫວ່າງ ບາງປະເທດໃນກຸ່ມອາຊຽນ. ສະນັ້ນ, ຂັ້ນຕອນຕໍ່ໄປ ອາຊຽນຈະໄດ້ທົບທວນຄືນ ເພື່ອສ້າງເປັນຄູ່ມື (guideline), ການວາງນິຕິກໍາ ແລະ ການສ້າງຄວາມອາດສາມາດເພື່ອອະນາຄົດ ບັນດາພຣາດຟອມ ທີ່ຈະນໍາໃຊ້ ສາມາດ ເຮັດທຸລະກໍາຂ້າມແດນໃຫ້ມີຄວາມປອດໄພ ແລະ ຮັບປະກັນການປົກປ້ອງຂໍ້ມູນ ແລະ ໄດ້ກະກຽມຄວາມພ້ອມເພື່ອຮອງຮັບ ໃນວຽກງານການຄ້າ ແລະ ເສດຖະກິດດິຈິຕອນ. ຊຶ່ງ ວຽກ Digital ID ເປັນໜຶ່ງໃນອົງປະກອບຂອງການເຈລະການຄ້າດ້ານເສດຖະກິດດິຈິຕອນ ອາຊຽນ

ພ້ອມນີ້, ຄະນະສູນບໍລິຫານລັດດິຈິຕອນ ຍັງໄດ້ນໍາສະເໜີ 1 ກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດ ໃນສົກປີ 2025  ໂດຍເປັນການຮ່ວມມື ກັບ ສໍານັກງານພັດທະນາທຸລະກໍາທາງເອເລັກໂຕຣນິກ ETDA ຂອງ ໄທ, ສະເໜີຂໍການສະໜັບສະໜູນຈາກ ກອງທຶນອາຊຽນໄອຊີທີ. ໃນການສຶກສາ ສະພາບການພັດທະນາ ແລະ ນິຕິກໍາ ໃນການພັດທະນາ ຄູ່ມືໃນການຄຸ້ມຄອງ ພຣາດຟອມດິຈິຕອນ ຂອງ ອາຊຽນ (The development of Guidelines for Digital Platform Regulation in ASEAN). ສອງປະເທດຈະຮ່ວມກັນສຶກສາ ການພັດທະນາຂອງແຕ່ລະປະເທດສະມາຊິກ ອາຊຽນ ໂດຍສະເພາະ ການວາງນະໂຍບາຍ, ລະບຽບການ, ຊ່ອງຫວ່າງ ຄວາມແຕກໂຕນ ແລະ ວິເຄາະການຮອງຮັບ ພຣາດຟອມດິຈິຕອນ ຂອງບັນດາຂະແໜງການ ແລະ ຄວາມພ້ອມ ຂອງແຕ່ລະປະເທດ. ເພື່ອສໍາຫຼວດ ກົນໄກໃນການຄຸ້ມຄອງ ເພື່ອການປົກປ້ອງຜູ້ຊົມໃຊ້ພຣາດຟອມດິຈິຕອນ. ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ໄດ້ຮ່ວມມື ແລະ ເຊື່ອມໂຍງບັນດາລະບົບ ໃນອະນາຄົດ ໃນການກ້າວເຖິງການພັດທະນາ ເສດຖະກິດດິຈິຕອນ. ການສຶກສາ ຈະດໍາເນີນໄປ 4 ຮູບແບບ: 1. ສຶກສາຈາກສະພາບຂໍ້ມູນທົ່ວໄປ 2.​ຮ່າງຄໍາຖາມສໍາຫຼວດ ແລະ ປະເມີນວິເຄາະ , 3. ຈັດກອງປະຊຸມແລກປ່ຽນ ສົນທະນາ 2 ວັນ ແລະ 4. ຮ່າງບົດລາຍງານ ແລະ ຂໍ້ແນະນໍາ ລວມທັງ ຄູ່ມື. ກິດຈະກໍາ ດັ່ງກ່າວຈະຖືກພິຈາລະນາ ແລະ ຮັບຮອງໃນກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 5 ທີ່ ບາງກອກ, ປະເທດໄທ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ