17/02/2025

ໃນຕອນເຊົ້າຂອງວັນທີ 05 ກຸມພາ 2025, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາການນໍາໃຊ້ Open-Source ເຂົ້າໃນການພັດທະນາລະບົບບໍລິການສາທາລະນະແບບດິຈິຕອນ (DPGs) ແລະ ລະບົບພື້ນຖານໂຄງລ່າງສາທາລະນະແບບດິຈິຕອນ (DPI) ທີ່ຫ້ອງປະຊຸມຂອງ ໂຮງແຮມສຸພັດຕຣາ (Souphattra Hotel), ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ແລະ ທ່ານ ເກຣັກ ມາເທລ (Greg Martel) ຫົວໜ້າໜ່ວຍງານ OpenSPP ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ຕາງໜ້າຈາກ ໜ່ວຍງານ OpenSPP ແລະ ບັນດາກົມ, ສູນ, ອົງການ, ຫ້ອງການ, ສະຖາບັນ ພາຍໃນກະຊວງ ຕສ ເຂົ້າຮ່ວມລວມທັງໝົດ 40 ທ່ານ.
ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເປັນການນຳສະເໜີ ແລະ ສ້າງຄວາມເຂົ້າໃຈໃນການນໍາໃຊ້ເຕັກໂນໂລຊີ Open Source ເຂົ້າໃນການພັດທະນາ ແລະ ການບໍລິການ ເຊັ່ນ: ລະບົບບໍລິການສາທາລະນະດິຈິຕອນ (DPGs) ແລະ ລະບົບພື້ນຖານໂຄງລ່າງສາທາລະນະແບບດິຈິຕອນ (DPI) ທີ່ໄດ້ພັດທະນາ ແລະ ນໍາໃຊ້ມາກ່ອນ ແລະ ແນວທາງໃນການນໍາໃຊ້ບັນດາລະບົບດັ່ງກ່າວເຂົ້າໃນລະບົບການບໍລິຫານ ແລະ ບໍລິການລັດແບບດິຈິຕອນ. ໃນກອງປະຊຸມສຳມະນາ ຄະນະຊ່ຽວຊານຈາກໜ່ວຍງານ OpenSPP ໄດ້ນໍາສະເໜີພາບລວມຂອງການນໍາໃຊ້ Open Source, ບັນດາປັດໄຈ ແລະ ເງື່ອນໄຂໃນການພິຈາລະນາເຕັກໂນໂລຊີ OpenSPP ເຂົ້າໃນການພັດທະນາບັນດາລະບົບຕ່າງໆໃນການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ. ນອກຈາກນັ້ນ, ຍັງໄດ້ນໍາສະເໜີບາງຕົວຢ່າງທີ່ໄດ້ພັດທະນາ ແລະ ນໍາໃຊ້ໃນຫຼາຍປະເທດເຊັ່ນ: ພັດທະນາລະບົບແກ້ໄຂ ແລະ ຕິດຕາມການລະບາດຂອງເຊື້ອພະຍາດ COVID-19 ທີ່ປະເທດສີລັງກາ, ລະບົບການຫັນເປັນດິຈິຕອນໂດຍ CamDX ປະເທດກຳປູເຈຍ, ລະບົບການຢັ້ງຢຶນຕົວຕົນ (Digital ID) ແລະ ທຸລະກຳທາງດ້ານການເງິນ (Real-Time Payment) ແລະ ລະບົບຖານຂໍ້ມູນກະສິກໍາ (Lao Digital Farmer Registry), ລະບົບຄຸ້ມຄອງປະກັນສັງຄົມ (Lao Social Security Registry) ທີ່ເປັນໂຄງການທົດລອງຈັດຕັ້ງປະຕິບັດຢູ່ ສປປລາວ.
ໃນທີ່ປະຊຸມໄດ້ດຳເນີນໄປຢ່າງເປັນຂະບວນຟົດຟຶ້ນ ມີການສົນທະນາ, ແລກປ່ຽນບົດຮຽນປະສົບການ, ປະກອບຄໍາຄິດຄໍາເຫັນ, ແລະ ຂໍ້ສະເໜີຕໍ່ບັນຫາເຈາະຈິ້ມຕ່າງໆ ຈາກບັນດາແຂກທີ່ເຂົ້າຮ່ວມ ໂດຍສະເພາະແມ່ນສະພາບການພັດທະນາໂດຍນໍາໃຊ້ເຕັກໂນໂລຊີ Open Source ເຂົ້າໃນວຽກງານຕົນເພື່ອເສີມຂະຫຍາຍແນວທາງການຮ່ວມມືກັນ ໃນຕໍ່ໜ້າ, ແນໃສ່ຊຸກຍູ້ການພັດທະນາດ້ານດິຈິຕອນທີ່ມີປະສິດທິພາບ ແລະ ຍືນຍົງຮ່ວມກັນໃນອະນາຄົດ.
ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ນາງ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ໄດ້ມີຄໍາເຫັນ ແລະ ກ່າວສະຫຼຸບຜົນຂອງກອງປະຊຸມສໍາມະນາໃນຄັ້ງນີ້ ໂດຍທ່ານໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ຂອງວຽກງານການຫັນເປັນລັດດິຈິຕອນ ແລະ ພິຈາລະນາການນໍາເອົາເຕັກໂນໂລຊີ Open Source ທາງເລືອກ ໜຶ່ງໃນການພັດທະນາລະບົບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແລະ ຄວາມຢືນຢົງ ໃນອະນາຄົດ.
ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ