13/03/2025

ໃນວັນທີ 12 ມີນາ 2025 ທີ່ຜ່ານມານີ້, ເວລາ 08:00 ໂມງ, ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກການບໍລິຫານ ແລະ ບໍລິການລັດດິຈິຕອນ, ໂດຍການໃຫ້ກຽດເປັນປະທານ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດແຂວງຫຼວງນ້ໍາທາ ແລະ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາທ່ານ ຫົວໜ້າ/ຮອງກົມ, ຄະນະອຳນວຍການບໍລິສັດໂທລະຄົມມະນາຄົມ, ແລະ ຕາງໜ້າຈາກບັນດາພະແນກການ ພາຍໃນແຂວງຫຼວງນ້ຳທາ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.
ວຽກງານການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນຍຸກ 4.0 ແມ່ນບາດກ້າວໜຶ່ງທີ່ສຳຄັນ ໃນແຜນການຫັນເປັນດິຈິຕອນ ຂອງ ສປປ ລາວ, ເຊິ່ງ ລັດຖະບານ ສປປ ລາວ ກໍໄດ້ລິເລີ່ມການນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກນໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການຊຸກຍູ້ ການພັດທະນາເສດຖະກິດ ແລະ ສັງຄົມ ກໍ່ຄືການພັດທະນາປະເທດຊາດ ໃນໄລຍະໃໝ່. ລັດຖະບານໄດ້ໃຫ້ຄວາມສໍາຄັນ ໃນການຫັນເປັນດິຈິຕອນ ແລະ ໄດ້ແຕ່ງຕັ້ງຄະນະກຳມະການຫັນເປັນດິຈິຕອນ ໃນປີ 2022 ໂດຍມີທ່ານນາຍົກລັດຖະມົນຕີ ເປັນປະທານ, ຊຶ່ງປະກອບມີ 03 ເສົ້າຄໍ້າຫຼັກຄື: 1) ການຫັນເປັນລັດຖະບານດິຈິຕອນ, 2) ການຫັນເປັນເສດຖະກິດດິຈິຕອນ ແລະ 3) ການຫັນເປັນສັງຄົມດິຈິຕອນ. ຄະນະດັ່ງກ່າວ ປະກອບດ້ວຍ ບັນດາ ລັດຖະມົນຕີ/ຮອງລັດຖະມົນຕີ ບັນດາກະຊວງ ທຽບເທົ່າ ແລະ ບັນດາ ເຈົ້າແຂວງ/ຮອງເຈົ້າແຂວງ ເພື່ອສຸມໃສ່ການພັດທະນາວຽກງານຫັນເປັນທັນສະໄໝ ຂອງຕົນ ໂດຍມີການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອການຫັນເປັນທັນສະໄໝ ນັບມື້ນັບຫຼາຍຂື້ນ. ໂດຍສະເພາະ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ຄື ສູນບໍລິຫານລັດດິຈິຕອນ ໄດ້ເອົາໃຈໃສ່ ຄົ້ນຄວ້າ, ພັດທະນາ ແລະ ສົ່ງເສີມ ການພັດທະນາໂຄງລ່າງພື້ນຖານກ່ຽວກັບບັນດາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ທີ່ທັນສະໄໝທີ່ເປັນພື້ນຖານ ໃຫ້ແກ່ພາກລັດ ເຊັ່ນ: ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊຸມທາງໄກ (Video Conference), ລະບົບການສື່ສານພາກລັດ (G-Chat), ລະບົບການຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive), ລະບົບເຄືອຂ່າຍພາກລັດ (G-Net), ລະບົບການຮຽນການສອນອອນລາຍ (L-MOOCs) ແລະ ລະບົບອື່ນໆ, ຊຶ່ງເປົ້າໝາຍ ແມ່ນເພື່ອຫັນວຽກງານການບໍລິຫານ ແລະ ບໍລິການລັດ ເປັນທັນສະໄໝ, ຮັບໃຊ້ ເສດຖະກິດ-ສັງຄົມ ກໍ່ຄືປະຊາຊົນ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິພາບ.
ໃນກອງປະຊຸມສຳມະນາ ເຜີຍແຜ່ ດັ່ງກ່າວ, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີເຖິງພາບລວມການຫັນເປັນລັດດິຈິຕອນ ເຊິ່ງລວມມີ ສະພາບລວມການຫັນເປັນລັດດິຈິຕອນຂອງ ສປປ ລາວ, ເຜີຍແຜ່ບັນດານະໂຍບາຍ ແລະ ນິຕິກຳທີ່ສະໜັບສະໜູນວຽກງານການຫັນເປັນລັດດິຈິຕອນ ເຊັ່ນ: ດໍາລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດິຈິຕອນ, ຮ່າງແຜນຍຸດທະສາດການບໍລິຫານລັດແບບດິຈິຕອນ ໄລຍະ 10 ປີ 2026-2035, ພ້ອມທັງຜົນການປະເມີນຄວາມພ້ອມ ຫຼື Digital Maturity Assessment-DMA, ທີ່ສະແດງໃຫ້ເຫັນສະພາບປະຈຸບັນ ຂອງການຫັນເປັນລັດດິຈິຕອນໃນທົ່ວປະເທດ, ການພັດທະນາບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ແລະ ແຜນການຕໍ່ໜ້າ.
ຫຼັງຈາກນັ້ນນັກວິທະຍາກອນ ຂອງສູນບໍລິຫານລັດດິຈິຕອນ ກໍ່ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ພາບລວມ ບັນດາລະບົບຕ່າງໆ ຂອງສູນ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບຜູ້ເຂົ້າຮ່ວມໃນກອງປະຊຸມ, ທັງເປັນໂອກາດອັນດີໃນການແລກປ່ຽນຄວາມຮູ້ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາພະແນກການ ພາຍໃນແຂວງຫຼວງນ້ຳທາ ກ່ຽວກັບການເພິ່ມຂີດຄວາມສາມາດຂອງການນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ເຂົ້າໃນວຽກງານຂະແໜງການທີ່ຕົນຮັບຜິດຊອບ ໃຫ້ເກີດຜົນປະໂຫຍດສູງສຸດ.
ພາຍຫຼັງການນໍຳສະເໜີສິ້ນສຸດ, ກໍ່ໄດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ຢ່າງເປັນຂະບວນຝົດຝື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ບັນດາພະແນກການ ພາຍໃນແຂວງຫຼວງນ້ຳທາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນວຽກງານບໍລິຫານ ແລະ ບໍລິການລັດ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໂອກາດດຽວກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບຄອມພິວເຕີ ໃຫ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນໍ້າທາ ຈໍານວນ 02 ຊຸດ, ມູນຄ່າ 25,000,000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນຂອງພະແນກ.
ໃນຕອນທ້າຍ, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ບັນດາພະແນກການ ພາຍໃນ ແຂວງຫຼວງນ້ຳທາ ທີ່ໄດ້ເສຍລະຫຼະເວລາເຂົ້າຮ່ວມກອງປະຊຸມ ແລະ ພິເສດແມ່ນ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງນ້ໍາທາ ທີ່ເປັນເຈົ້າພາບການຈັດກອງປະຊຸມໃນຄັ້ງນີ້, ເຊິ່ງໃນຕອນທ້າຍ ກໍ່ໄດ້ເນັ້ນໃຫ້ ບັນດາທ່ານ ຫົວໜ້າ/ຮອງ ກົມ, ຄະນະອໍານວຍການບໍລິສັດໂທລະຄົມມະນາຄົມແລະ ຕາງໜ້າຈາກບັນດາພະແນກການອ້ອມຂ້າງ ພາຍໃນແຂວງຫຼວງນ້ຳທາ ເປັນເຈົ້າການໃນການຊຸກຍູ້ ສົ່ງເສີມການຊົມໃຊ້ບັນດາລະບົບຕ່າງໆ ລວມເຖິງການຂື້ນແຜນໃນການຈັດຝືກອົບຮົມ ແລະ ຂະຫຍາຍການນໍາໃຊ້ໃຫ້ຫ້ອງວ່າການ, ພະແນກການ ແລະ ບັນດາເມືອງອ້ອມຂ້າງແຂວງຂອງຕົນເອງ ເພື່ອໃຫ້ສາມາດນຳໃຊ້ໄດ້ຢ່າງທົ່ວເຖິງ ແລະ ມີປະສິດທິພາບ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 16:00 ຂອງ ວັນທີ 13 ມີນາ 2025.