ກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ (Workshop on AI for Public Service)

04/04/2025

ກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ (Workshop on AI for Public Service)

     ໃນຕອນເຊົ້າເວລາ 08:00 ໂມງ ຂອງວັນທີ 04 ເມສາ 2025 ທີ່ຜ່ານມານີ້, ສູນບໍລິຫານລັດດິຈິຕອນ ໄດ້ຈັດກອງປະຊຸມສໍາມະນາການນໍາໃຊ້ປັນຍາປະດິດ ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ (Workshop on AI for Public Service) ຂຶ້ນທີ່ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ບັນດາພະແນກ ເຕັກໂນໂລຊີ ແລະ ການສືສ່ານ 18 ແຂວງ, ມະຫາໄລແຫ່ງຊາດ ແລະ ບັນດາບໍລິສັດ  ເຂົ້າຮ່ວມຈໍານວນ 80 ທ່ານ.

 

 

      ກອງປະຊຸມດັ່ງກ່າວ ແມ່ນການດຳເນີນງານຮ່ວມ ລະຫວ່າງ ພາກລັດ ກໍ່ຄື ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກັບ ບໍລິສັດ Lao Gateway ແລະ ສະຖາບັນ AI ສິງກະໂປ. ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ນໍາສະເໜີການນໍາໃຊ້ລະບົບປັນຍາປະດິດ AI ໂດຍທ່ານ Dr. William Tjhi ຫົວໜ້າພະແນກຄົ້ນຄວ້າກ່ຽວກັບຜະລິດຕະພັນ AI ຈາກ ປະເທດ ສິງກະໂປ ໂດຍນຳສະເໜີ ຄວາມກ້າວໜ້າຂອງພາສາຕົວແບບ ໃນຮູບແບບ Large Language Model (LLM) ເພື່ອພັດທະນາ AI ໃຫ້ມີສັກກະຍະພາບສູງ ແລະ ໄດ້ນຳສະເໜີຄວາມສາມາດ ຂອງປັນຍາປະດິດ ແລະ ວິທີການນໍາໃຊ້ເຂົ້າໃນວຽກງານການບໍລິຫານ ແລະ ການບໍລິການຂອງພາກລັດໃຫ້ມີປະສິດທິພາບດີຂຶ້ນ.​ ວາລະທີ 2 ຂອງກອງປະຊຸມ, ຕາງໜ້າ ບໍລິສັດ Lao Gateway ທິດທາງການພັດທະນາ ແລະ ການນຳໃຊ້ AI ໃນຕົວຈິງ ຢູ່ ສປປ ລາວ.

 

      ການນໍາໃຊ້ AI ໃນປະເທດລາວເຮົາຍັງຈໍາກັດ ແຕ່ກໍ່ມີທ່າອ່ຽງເພີ່ມຂຶ້ນຫຼາຍໂດຍສະເພາະການນໍາໃຊ້ເຂົ້າໃນວຽກງານບໍລິຫານ, ການສັງລວມ ແລະ ວິເຄາະຂໍ້ມູນ. ເຖິງແມ່ນວ່າ ການນໍາໃຊ້ AI ໃນປະເທດລາວຍັງຢູ່ໃນຂັ້ນເລີ່ມຕົ້ນ ແຕ່ດ້ວຍຄວາມກ້າວໜ້າຂອງເຕັກໂນໂລຊີ, ການຊຸກຍູ້ ແລະ ສົ່ງເສີມຂອງພາກລັດ ແລະ ເອກະຊົນໃນລາວ ຊຶ່ງຈະເຮັດໃຫ້ AI ມີບົດບາດສໍາຄັນໃນການພັດທະນາປະເທດໃນອະນາຄົດ ມໍ່ໆນີ້. ປັດຈຸບັນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແມ່ນກໍາລັງຄົ້ນຄວ້າ ຮ່າງຍຸດທະສາດປັນຍາປະດິດ ຊື່ງໂດຍອີງໃສ່ ບົດຮຽນ ຂອງບັນດາປະເທດ ສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນ ເອກະສານຂອງ UNESCO ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນປີ 2025 ນີ້.

 

       ກອງປະຊຸມສໍາມະນາໄດ້ປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ